ເຊກອງ ປະກາດອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ

ເຊກອງ ປະກາດອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ

ພິທີປະກາດການໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ໄດ້ຮັບອະໄພຍະໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີໄດ້ຈັດຂຶ້ນໃນວັນທີ 26 ທັນວາຜ່ານມາ ທີ່ຄ້າຍຂຸມຂັງ-ດັດສ້າງແຂວງເຊກອງໂດຍມີທ່ານ ຄໍາບາງ ພະສະແຫວງ ຫົວໜ້າອົງການໄອຍະການປະຊາຊົນແຂວງຮອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ມີທ່ານ ພັນເອກ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ(ປກສ) ແຂວງ,ມີຄະນະກໍາມະການອະໄພຍະໂທດຂັ້ນແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນໂທ ມູນສະຫວັດ ສີລິວັດ ຮອງຫົວໜ້າຄ້າຍຂຸມຂັງ-ດັດສ້າງໄດ້ຜ່ານບົດສະຫຼຸບຕີລາຄາໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈໍາປີ 2023 ແລະ ວາງທິດທາງແຜນການວຽກງານຈຸດສຸມປີ 2024. ຫຼັງຈາກນັ້ນ, ທ່ານ ພັນເອກ ທະວີສັກ ເພັດພູຫຼວງ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 219/ປປທ, ລົງວັນທີ 21 ພະຈິກ 2023ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດເນື່ອງໃນໂອກາດວັນຊາດທີ 2 ທັນວາ 2023 ຄົບຮອບ 48 ປີ.
            ທ່ານນາງ ແກ້ວອຸດອນ ເຜິ້ງແກ້ວມະນີ ຫົວໜ້າຂະແໜງຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງແຂວງ ກ່າວວ່າ: ແຂວງເຊກອງມີນັກໂທດທີ່ມີເງື່ອນໄຂໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທັງໝົດ19 ຄົນ, ຍິງ 0 ຄົນ, ໃນນີ້, ຜູ້ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດທັງໝົດ 9 ຄົນ, ນັກໂທດທີ່ມີເງື່ອນໄຂໄດ້ຮັບການອະໄພຍະໂທດປ່ອຍຕົວທັງໝົດ 10 ຄົນຊຶ່ງບຸກຄົນດັ່ງກ່າວມີຄວາມກ້າວໜ້າປະພຶດດີຈຶ່ງມີການໃຫ້ອະໄພຍະໂທດຕໍ່ບຸກຄົນທີ່ຫຼົງຜິດມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທຳຜິດຂອງຕົນ ແລະ ມີຄວາມຈິງໃຈໃຊ້ແທນຄ່າເສຍຫາຍ, ຄ່າປັບໃໝຕາມຄຳຕັດສິນຂອງສານ.
    ໂອກາດນີ້, ທ່ານ ຄໍາບາງ ພະສະແຫວງ ໄດ້ມອບໃບຢັ້ງຢືນການໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດໃຫ້ແກ່ນັກໂທດຈຳນວນດັ່ງກ່າວ.ພ້ອມນີ້ທ່ານໄດ້ເນັ້ນໃຫ້ນັກໂທດແຕ່ລະຄົນສືບຕໍ່ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ, ປະຕິບັດກົດລະບຽບຂອງຄ້າຍຂຸມຂັງ-ດັດສ້າງ ແລະ ລະບຽບກົດໝາຍຂອງພັກ-ລັດວາງອອກຢ່າງເຂັ້ມງວດ. ເພື່ອສ້າງຕົນເອງໃຫ້ກາຍເປັນພົນລະເມືອງທີ່ດີ, ມີຄວາມກ້າວໜ້າເພື່ອໃຫ້ໄດ້ຮັບນະໂຍບາຍການອະໄພຍະໂທດໃນປີຕໍ່ໄປ.ສໍາລັບນັກໂທດຜູ້ທີ່ໄດ້ຮັບອະໄພຍະໂທດປ່ອຍຕົວພາຍຫຼັງພົ້ນໂທດ ແລະ ຖືກປ່ອຍຕົວແລ້ວຈົ່ງປະຕິບັດຕົນໃຫ້ກາຍເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງຊາດ, ຕັ້ງໜ້າພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ, ຫ້າມໄປເຄື່ອນໄຫວສິ່ງທີ່ບໍ່ດີທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ຕັ້ງໜ້າພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ, ປະກອບສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.
ຂ່າວ-ພາບ: ພຸດທະສອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ