ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ

ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ

ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ
ໃນຊຸມປີຜ່ານມາ, ແຂວງເຊກອງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມໃຫ້ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໝັ້ນທ່ຽງ ແລະ ຍືນຍົງ.
ເຊກອງ ປບປງ-ກສາງພນຖານໂຄງລາງເຊອມໂຍງພາກພນ ແລະ ສາກນ - image 1
 

ຕາມບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງແຂວງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງໄດ້ສຸມໃສ່ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ດ້ານໂຍທາທິການ ແລະ ຂົນສົ່ງ ເພື່ອເຊື່ອມໂຍງເຂົ້າກັບພາຍໃນ, ພາກພື້ນ ແລະ ສາກົນໃຫ້ດີຂຶ້ນ ຊຶ່ງມາຮອດປີ 2025 ທົ່ວແຂວງມີເສັ້ນທາງທັງໝົດ 291 ເສັ້ນ ລວງຍາວ 2,077.81 ກິໂລແມັດ. ໃນນີ້, ທາງຫຼວງແຫ່ງຊາດ 4 ເສັ້ນ ລວງຍາວ 208.23 ກິໂລແມັດ; ທາງຫຼວງແຂວງ 2 ເສັ້ນ ລວງຍາວ 329.7 ກິໂລແມັດ; ທາງຫຼວງເມືອງ 12 ເສັ້ນ ລວງຍາວ 267.41 ກິໂລແມັດ; ທາງເທສະບານ 157 ເສັ້ນ ລວງຍາວ 87.76 ກິໂລແມັດ; ທາງຊົນນະບົດ 81 ເສັ້ນ ລວງຍາວ 936.3 ກິໂລແມັດ ແລະ ທາງສະເພາະ 35 ເສັ້ນ ລວງຍາວ 248.41 ກິໂລແມັດ; ມີຂົວທັງໝົດ 34 ແຫ່ງ ລວງຍາວ 1,553.04 ແມັດ. ໃນນີ້, ຂົວເບຕົງ 18 ແຫ່ງ ຍາວ 1,080 ແມັດ; ຂົວເບເລ 11 ແຫ່ງ ຍາວ 324.04 ແມັດ; ຂົວໄມ້ 1 ແຫ່ງ ຍາວ 24 ແມັດ; ຂົວປະສົມ 1 ແຫ່ງ ຍາວ 25 ແມັດ ແລະ ຂົວອູ່ 3 ແຫ່ງ ຍາວ 100 ແມັດ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງ ແລະ ສາມາດທຽວໄດ້ສອງລະດູ 170 ບ້ານ ກວມເອົາ 83.75%.

ເຊກອງ ປບປງ-ກສາງພນຖານໂຄງລາງເຊອມໂຍງພາກພນ ແລະ ສາກນ - image 2
 

ສໍາລັບວຽກງານການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ ໄດ້ມີການພັດທະນາ, ລະບົບການຂົນສົ່ງສາມາດຮອງຮັບການໃຊ້ບໍລິການຂອງສັງຄົມ ແລະ ເສັ້ນທາງການຂົນສົ່ງ ກໍໄດ້ຮັບການປັບປຸງຍົກລະດັບດີຂຶ້ນ. ໃນປັດຈຸບັນ, ແຂວງມີສາຍທາງຂົນສົ່ງໂດຍສານພາຍໃນມີ 5 ສາຍທາງ ຄື: ເຊກອງ-ນະຄອນຫຼວງວຽງຈັນ, ເຊກອງ-ສະຫວັນນະເຂດ, ເຊກອງ-ປາກເຊ, ເຊກອງ-ສາລະວັນ, ເຊກອງ-ດາກຈຶງ ແລະ ການຂົນສົ່ງໂດຍສານ ລະຫວ່າງປະເທດ (ສສ ຫວຽດນາມ) ມີ 2 ສາຍທາງ ຄື: ເຊກອງ-ນະຄອນເຫວ້ ແລະ ເຊກອງ-ຢາລາຍ. ພ້ອມນັ້ນ ກໍໄດ້ປັບປຸງຍົກລະດັບການບໍລິການ, ຊຸກຍູ້ການຂົນສົ່ງພາຍໃນແຂວງ ເຮັດໃຫ້ບໍລິມາດການຂົນສົ່ງສິນຄ້າ ປະຕິບັດໄດ້ 349,480 ໂຕນ ທຽບໃສ່ແຜນປະຕິບັດໄດ້ 77% (ແຜນ 5 ປີ 455,075 ໂຕນ); ບໍລິມາດຂົນສົ່ງໂດຍສານ ປະຕິບັດໄດ້ 167,912 ຄົນ ທຽບໃສ່ແຜນປະຕິບັດໄດ້ 254% (ແຜນ 5 ປີ 66,043 ຄົນ).

ເຊກອງ ປບປງ-ກສາງພນຖານໂຄງລາງເຊອມໂຍງພາກພນ ແລະ ສາກນ - image 3
 

(ຂ່າວ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ເພີ່ມເຕີມ