ເຊກອງ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ເຊກອງ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ແຂວງເຊກອງໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984-14 ເມສາ 2024) ໃນວັນທີ 20 ມັງກອນຜ່ານມາທີ່ເດີ່ນສະໜາມແດງແຂວງ (ເດີ່ນສວນ 25 ປີ) ໂດຍການເຂົ້າຮ່ວມຂອງສະຫາຍ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງປະທານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ)ແຂວງ, ມີສະຫາຍ ພົຈວ ສົມທອງ ດອນກັນນ້ອຍ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີການນໍາ-ອະດີດການນໍາແຂວງ, ພະນັກງານ-ນັກຮົບກ່ຽວຂ້ອງເຂົ້າຮ່ວມ.
    ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວວ່າ: 75 ປີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະ 40 ປີພາຍໃຕ້ການຊີ້ນໍາຂອງຄະນະພັກແຂວງ, ກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານແຂວງ ໄດ້ພ້ອມກັບປະຊາຊົນບັນດາເຜົ່າດຳເນີນການປະຕິວັດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດ ປະຊາທິປະໄຕປົດປ່ອຍປະເທດຊາດຢ່າງສົມບູນໃນວັນທີ 2 ທັນວາ 1975, ປົກປັກຮັກສາໝາກຜົນຂອງການປະຕິວັດ-ປົກປັກຮັກສາອຳນາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດກໍຄືທ້ອງຖິ່ນໄວ້ໄດ້ຢ່າງໝັ້ນຄົງ.ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດກໍຄື ແຂວງເຊກອງຕາມພາລະກິດປ່ຽນແປງໃໝ່ຂອງພັກ, ໃນພາລະກຳປະຫວັດສາດດັ່ງກ່າວ, ກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານແຂວງເຊກອງ, ສ້າງໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຕະຫຼອດມາ, ພ້ອມທັງເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ສຶກສາອົບຮົມ ຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ປະເທດຊາດ ແລະ ອຸດົມການສັງຄົມນິຍົມ, ພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ, ຮັກສາເຂດນໍ້າແດນດິນ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: “ ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ “ ມີຄວາມຈົງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ, ເດັດດຽວໜຽວແໜ້ນ, ພິລະອາດຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອຊາດ ແລະ ເພື່ອອຸດົມການສັງຄົມນິຍົມ.
    ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວເນັ້ນຕື່ມອີກວ່າ: 75 ປີ ແລະ 40 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາຂອງພັກ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກ-ລຳບາກທີ່ສຸດນັ້ນ, ກຳລັງປະກອບອາວຸດໄດ້ປັບປຸງ ແລະ ກໍ່ສ້າງຕົນເອງໃຫ້ເຂັ້ມແຂງ ແລະ ທັນສະໄໝ, ເຮັດໜ້າທີ່ເຄື່ອນໄຫວສູ້ຮົບ, ກຽມພ້ອມສູ້ຮົບ ແລະ ຂົນຂວາຍກໍ່ສ້າງຮາກຖານການເມືອງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່, ຕັ້ງໜ້າເຮັດວຽກງານປ້ອງກັນຊາດ ສາມາດທັບມ້າງທຸກກົນອຸບາຍຂອງພວກຈັກກະພັດ ແລະ ບັນດາອິດທິກຳລັງປໍລະປັກເຮັດໃຫ້ປະເທດຊາດກໍຄື ແຂວງເຊກອງມີຄວາມສະຫງົບປອດໄພໝັ້ນຄົງ.
ຂ່າວ-ພາບ: ສັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ