ເຊກອງ ຊີ້ແຈງກ່ຽວກັບການສະໜອງນໍ້າມັນທົ່ວແຂວງ

ເຊກອງ ຊີ້ແຈງກ່ຽວກັບການສະໜອງນໍ້າມັນທົ່ວແຂວງ

ເຊກອງ ຊີ້ແຈງກ່ຽວກັບການສະໜອງນໍ້າມັນທົ່ວແຂວງ
ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ຊີ້ແຈງຕໍ່ສື່ມວນຊົນ ໃນຕອນແລງວັນທີ 10 ມີນານີ້້ ກ່ຽວກັບສະພາບຄວາມເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງເຊກອງ ໃຫ້ຮູ້ວ່າ: ສະພາບການກ່ອນໜ້ານີ້ ແຂວງເຊກອງ ມີບໍລິສັດນໍາເຂົ້າ 7 ບໍລິສັດ ເປັນຜູ້ນໍາເຂົ້້ານໍ້າມັນເຊື້ອໄຟ ໂດຍມີປໍ້າຕົວແທນຈໍາໜ່າຍທົ່ວແຂວງ 32 ປໍ້າ, ເປີດ 7 ປໍ້າ. ໃນນີ້, ເມືອງທ່າແຕງ ມີ 13 ປໍ້າ, ເປີດ 2 ປໍ້າ, ລະມາມ 13 ປໍ້າ, ເປີດ 5 ປໍ້າ, ດາກຈຶງ 4 ປໍ້າ (ປິດ) ແລະ ເມືອງກະລຶຶມ 2 ປໍ້າ (ປິດ) ລໍຖ້າການສະໜອງນໍ້າມັນ.

ທ່າມກາງສະພາບຄວາມເຄັ່ງຮ້ອນດັ່ງກ່າວ, ອົງການປົກຄອງແຂວງ ກໍຄືຂະແໜງການອຸດສາຫະກໍາ ແລະ ການຄ້າ ແຂວງ ບໍ່ໄດ້ນິ້ງນອນໃຈ ກໍໄດ້ຕິດຕາມ ກວດກາ ເລີ່ມແຕ່ວັນທີ 3 ມີນາ ເປັນຕົ້ນມາ ເຫັນວ່າ: ມີສະພາບການບໍ່ປົກກະຕິ, ລາຄານໍ້າມັນມີການເໜັງຕີງ (ປັບລາຄາຂຶ້ນ), ບັນດາປໍ້ານໍ້າມັນ ມີການເປີດ-ປິດ, ໃນສະພາບເຄັ່ງຮ້ອນຄືແນວນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າ ກໍຄືກົມການຄ້າພາຍໃນ ໄດ້ຊີ້ນໍາຂັ້ນທ້ອງຖິ່ນ ກໍຄືບັນດາແຂວງ, ເມືອງ ໂດຍການລົງຕິດຕາມຢ່າງໃກ້ຊິດຕິດແທດ ເພື່ອແກ້ໄຂບັນຫາຢ່າງຮີບດ່ວນ; ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງປະຕິບັດໜ້າທີ່ ຂອງພາກລັດ ຊຶ່ງຈະມີກຸ່ມການປະສານງານຂັ້ນສູນກາງ ຕິດຕາມຄຸ້ມຄອງຂັ້ນທ້ອງຖິ່ນ ກໍຄືຂັ້ນແຂວງ, ຂັ້ນເມືອງ ແລະ ກຸ່ມບັນດາທຸລະກິດຊື້-ຂາຍນໍ້າມັນທົ່ວແຂວງ ໄດ້ມີການສົມທົບ-ປະສານງານ ເພື່ອລາຍງານອົງການປົກຄອງແຂວງ ແລະ ກົມການຄ້າພາຍໃນ ໃນແຕ່ລະວັນ, ໂດຍສາເຫດທີ່ປໍ້າເປີດ ແລະ ປິດ ບໍ່ໝາຍຄວາມວ່າຈະປິດຖາວອນ ແຕ່ປິດ ເພື່ອລໍຖ້າການລໍາລຽງຂົນສົ່ງນໍ້າມັນມາຮອດປໍ້າ ຊຶ່ງມີຄວາມຊັກຊ້າ ບໍ່ທ່ວງທັນກັບຄວາມຕ້ອງການ ແລະ ແຕ່ລະປໍ້າ ຈະມີການສະຫຼັບສັບປ່ຽນກັນເປີດ-ປິດ ໂດຍອີງໃສ່ການດູນນໍ້າມັນ ຈາກບັນດາບໍລິສັດນໍາເຂົ້າມາໃຫ້ປໍ້າຕົວແທນພາຍໃນແຂວງ, ແຕ່ໃນປັດຈຸບັນ ເຫັນວ່າ ການສະໜອງນໍ້າມັນພາຍໃນແຂວງ ແມ່ນມີພໍໃຊ້ໃນແຕ່ລະວັນ, ການສະໜອງນໍ້າມັນແມ່ນບໍ່ໄດ້ຂາດ; ນອກນັ້ນ, ກໍຈະມີການອັບເດດຂໍ້ມູນຂ່າວສານຜ່ານສືື່ຂອງແຂວງເຊກອງ ເພື່ອໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ຂໍ້ມູນທີ່ມີມູນຄວາມຈິງວ່າ: ປໍ້າໃດມີນໍ້າມັນ ? ເຮົາຈະຊື້ື້ນໍ້າມັນໄດ້ຢູ່ປໍ້ານັ້ນໆ ຂອງແຂວງ, ຂອງເມືອງໄດ້.

ຕໍ່ກັບສະພາບຫາງສຽງສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ທີ່ມີຄວາມກັງວົນ ຢ້ານຈະຂາດແຄນນໍ້າມັນນັ້ນ ແລ ໄປຊື້ນໍ້າມັນກັກໄວ້ຈໍານວນຫຼາຍ. ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍຄືຫ້ອງການອຸດສາຫະກໍາ ແລະ ການຄ້າແຕ່ລະເມືືອງ ໄດ້ມີການລົງປະຈໍາຢູ່ບັນດາປໍ້າໃນເທສະບານ ເພື່ອຕິດຕາມກວດກາຕົວຈິງ, ຕິດຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການຈໍາໜ່າຍເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດເຊັກນໍ້າມັນຄັກແນ່ ເພື່ອໃຫ້ແນ່ໃຈວ່າ ປໍ້າດັ່ງກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ໆ. ເພື່ອຫຼີກລຽງການກັກຕຸນນໍ້າມັນ.

ໂອກາດນີ້, ທ່ານ ນາງ ວິລະຄອນ ບັນທະເວີ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໃຫ້ມີສະຕິໃນການຕິດຕາມຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ເກີດມີຄວາມວິຕົກກັງວົນວ່າຈະຂາດແຄນນໍ້າມັນນໍາໃຊ້ ເພາະມາຮອດປັດຈຸບັນ, ແຂວງເຊກອງເຮົາ ກໍຍັງມີນໍ້າມັນສະໜອງໃຫ້ປະຊາຊົນໄດ້ຊົມໃຊ້ຢູ່, ພຽງແຕ່ວ່າ: ລາຄານໍ້າມັນ ອາດຈະມີການເໜັງຕີງ ຂຶ້ນ-ລົງຕາມລາຄາຂອງຕະຫຼາດໂລກ, ພ້ອມນີ້ ທາງພະແນກອຸດສະຫາກຳ ແລະ ການຄ້າແຂວງ ກໍໄດ້ມີການແຈ້ງຜ່ານສື່ທີ່ເປັນທາງການ ຂອງແຂວງ ເປັນຕົ້ນ: (ເຟສບຸກ ຂ່າວເຊກອງ, ວິທະຍຸ-ໂທລະພາບ) ເຖິງການເຄື່ອນໄຫວຂອງບັນດາປໍ້ານໍ້າມັນ ທີ່ມີການເປີດຈໍາໜ່າຍໃນແຕ່ລະວັນ. ຈາກນັ້ນ ພວກເຮົາໄດ້ມີການລາຍງານໃຫ້ສູນກາງຮັບຊາບ ເພື່ອແກ້ໄຂສະພາບການດັ່ງກ່າວ; ຂໍໃຫ້ປະຊາຊົນຊາວແຂວງເຊກອງ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາ ຂອງພາກລັດພວກເຮົາ.

(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ