ເຊກອງປະກາດແຕ່ງຕັ້ງຮອງປະທານຄະນະກໍາມະການ ປກຊ-ປກສ

ເຊກອງປະກາດແຕ່ງຕັ້ງຮອງປະທານຄະນະກໍາມະການ ປກຊ-ປກສ

ພິທີປະກາດແຕ່ງຕັ້ງຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງເຊກອງ ຈັດຂຶ້ນໃນວັນທີ 6 ພະຈິກ ຜ່ານມາທີ່ໂມສອນຫ້ອງວ່າການແຂວງເຊກອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົຕ ຈັນທອງ ສອນຕະອາດ ກຳມະການຄະນະກຳມະການ ປກຊ-ປກສ ສູນກາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍມີສະຫາຍ ເຫຼັກໄຫຼ ສີວິໄລ ປະທານ ປກຊ-ປກສ ແຂວງ ເຈົ້າແຂວງເຊກອງກໍາມະການຄະນະກໍາມະການ ປກຊ-ປກສ ຂັ້ນແຂວງ, ມີຄະນະພັກ-ຄະນະບັນຊາ 2 ກຳລັງປະກອບອາວຸດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັອ ວຽງໄຊ ສີລິວົງ ຮອງຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 450/ຄລສພ, ລົງວັນທີ 6 ຕຸລາ 202 ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງເຊກອງ ໂດຍເຫັນດີແຕ່ງຕັ້ງສະຫາຍ ພັອ ຄຳບານ ພົມມະນີວົງ ເປັນຮອງປະທານຄະນະກຳມະການ ປກຊ-ປກສ ແຂວງເຊກອງ.
ສະຫາຍ ພົຈວ ທອງສີ ກຸນສະນະ ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງເຊກອງ ໄດ້ລາຍງານວ່າ: ໃນໄລຍະຜ່ານມາ ຄະນະກໍາມະການ ປກຊ-ປກສ ແຂວງ ໄດ້ເອົາໃຈໃສ່ເຄື່ອນໄຫວ ແລະ ປະຕິບັດໜ້າທີ່ພາລະບົດບາດຂອງຕົນ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດ ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງ, ແຜນນະໂຍບາຍຂອງພັກ-ລັດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ, ບັນຫາການບຸກລຸກຖາງປ່າຫວງຫ້າມ, ຄ້າ-ຂາຍເຖື່ອນ, ຊື້-ຂາຍ ແລະ ມົ້ວສຸມຢາເສບຕິດ, ຫຼິ້ນການພະນັນ, ຂີ້ລັກງັດແງະ, ອຸບັດເຫດ ແລະ ບັນຫາການຖືສາສະໜາ. ພ້ອມນີ້ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ, ຈັດຕັ້ງຝຶກອົບຮົມຫັດແອບ, ຮ່ຳຮຽນການເມືອງ-ການທະຫານ ແລະ ວຽກງານວິຊາສະເພາະຢ່າງເປັນປົກກະຕິ. ໃນນີ້, ໄດ້ຈັດຝຶກອົບຮົມຫັດແອບວຽກງານ ປກຊ-ປກສ ໃຫ້ພະນັກງານການນໍາເປົ້າໝາຍ 3 ຊຸດທີ V;  ອົບຮົມກໍ່ສ້າງນາຍສິບປະຈຳປີ 2023 ຈໍານວນ 1 ຊຸດ; ບໍາລຸງເລຂາ-ຮອງເລຂາ 1 ຊຸດ; ອົບຮົມກຸ່ມບ້ານທົງແຄນ ເມືອງກະລຶມ 1 ຊຸດ ແລະ ຫັນພະນັກງານສອງກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ຮາກຖານ, ຊີ້ນຳກຳລັງຈັດຕັ້ງລະບົບປະຈຳການຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງກຳລັງອອກເຄື່ອນໄຫວ ແລະ ປ້ອງກັນເວນຍາມຕາມຄວາມຮັບຜິດຊອບຂອງບັນດາກົມກອງ, ປ້ອງກັນເວນຍາມວັນສໍາຄັນຂອງຊາດ, ຂອງພັກ, ຂອງທ້ອງຖິ່ນ ແລະ ການນໍາຂັ້ນສູງທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງມີຄວາມປອດໄພ 100%.
ໂອກາດນີ້, ສະຫາຍ ພົຕ  ຈັນທອງ  ສອນຕະອາດ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາໃຫ້ຄະນະກໍາມະການ ປກຊ-ປກສ ແຂວງ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ, ສ້າງໃຫ້ພະນັກງານ, ສະມາຊິກພັກ ກໍຄື ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ມີສ່ວນຮ່ວມໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງ; ສືບຕໍ່ນໍາພາ-ຊີ້ນໍາວຽກງານການສ້າງພາລາທິການກັບທີ່, ຊຸກຍູ້ສົ່ງເສີມການປູກ-ການລ້ຽງໃຫ້ 2 ກໍາລັງມີຢູ່ມີກິນ, ປະຕິບັດຄໍາເວົ້າທີ່ວ່າ:  ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ, ບັນຫາການຄ້າ-ຂາຍເຖື່ອນ, ມົ້ວສຸມຢາເສບຕິດ, ຫຼິ້ນການພະນັນ, ບັນຫາສາສະໜາ, ຂີ້ລັກງັດແງະ ແລະ ບັນຫາອຸບັດເຫດ; ເພີ່ມທະວີການພົວພັນຮ່ວມມື, ເອົາໃຈໃສ່ຮັກສາຄວາມສະຫງົບຕາມບໍລິເວນຊາຍແດນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອສ້າງເງື່ອນໄຂເຮັດໃຫ້ແຂວງເຊກອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີປອງດອງ ແລະ ເສດຖະກິດ-ສັງຄົມຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ສັນຍາ; ພາບ: ປກສ ແຂວງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ