ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ກອງປະຊຸມລິເລີ້ມໂຄງການກະສິກໍາ ເຊື່ອມສານເພື່ອປັບປຸງວຽກງານດ້ານໂພຊະນາການ ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ໄລຍະທີ 2 ໄດ້ຈັດຂຶ້ນໃນ ວັນທີ 7 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ນາງ ອີແດລໄວສ໌ ຊີລານ (Ms. Edelweiss Silan) ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ, ຕະຫຼອດເຖິງຄູ່ຮ່ວມງານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ເຊນບດບນທກຄວາມເຂາໃຈ ໂຄງການກະສກາເຊອມສານເພອປບປງວຽກງານໂພຊະນາການ - image 1
 

ທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດ ປະຈໍາແຂວງຄໍາມ່ວນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດ 2 ສະບັບ ວ່າດ້ວຍການຮັບຮອງເອົາໂຄງການຊ່ວຍເຫຼືອລ້າຈາກອົງການ ສຸພະນິມິດ ສາກົນ (World Vision International) ປະຈໍາ ສປປ ລາວ ຄື: ໂຄງການກະສິກໍາເຊື່ອມສານ ເພື່ອປັບປຸງວຽກງານ ໂພຊະນາການຢູ່ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄລຍະ 2. ໃນນີ້, ເມືອງມະຫາໄຊ ມີ 13 ບ້ານເປົ້າໝາຍ, ງົບປະມານໂຄງການ 840,000 ໂດລາສະຫະລັດ; ເມືອງເຊບັ້ງໄຟ ມີ 13 ບ້ານເປົ້າໝາຍ, ງົບປະມານໂຄງການ 157,000 ໂດລາສະຫະລັດ, ໄລຍະເວລາປະຕິບັດໂຄງການແມ່ນເລີ້ມແຕ່ມື້ອະນຸມັດຈົນເຖິງວັນທີ 30 ກັນຍາ 2028 ຊຶ່ງຜູ້ໃຫ້ທຶນໂດຍແມ່ນ ອົງການສຸພະນິມິດ ແຫ່ງປະເທດ ອອັສສະເຕຣເລຍ (World Vision Australia).

ຈຸດປະສົງຂອງໂຄງການ ແມ່ນເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021-2025) ໂດຍເລັ່ງໃສ່ຢຸດຕິຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ, ລວມທັງແຜນງານແຫ່ງຊາດດ້ານການປັບປຸງວຽກງານໂພຊະນາການໃນຂົງເຂດວຽກງານຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍສະເພາະການຜະລິດສະບຽງອາຫານທີ່ມີສານອາຫານໃນການບໍລິໂພກໃນລະດັບຄົວເຮືອນ, ຊຶ່ງໂຄງການນີ້ແມ່ນປະກອບມີ 4 ກິດຈະກໍາຫຼັກຄື: ວຽກງານປັບປຸງສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ , ວຽກງານສົ່ງເສີມການຜະລິດກະສິກໍາ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ວຽກງານນໍ້າ ແລະ ສຸຂາອະນາໄມ, ສ້າງຄວາມເຂັ້ມແຂງໃນດ້ານການປະສານງານຫຼາຍຂະແໜງການ ເພື່ອສະໜັບສະໜູນການເບິ່ງແຍງດູແລເດັກກ່ອນໄວຮຽນ ແລະ ການສ້າງຄວາມສໍາພັນສາມັກຄີໃນຄອບຄົວ ແລະ ຊຸມຊົນ.

ໃນພິທີ, ຕາງໜ້າລົງນາມໃຫ້ແກ່ສອງຝ່າຍໂດຍທ່ານ ນາງ ອີແດລໄວສ໌ ຊີລານ ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ຊີງຂັນລາງວັນ ປະທານສານປະຊາຊົນສູງສຸດ ຊຶ່ງຂະບວນການດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນກຽດເຂົ້າຮ່ວມພິເປີດຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຜູ້ພິພາກສາ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ພະນັກງານ-ລັດຖະກອນ ອ້ອມຂ້າງສານປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ວັນທີ 8 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຈະເລີນພັດທະນາ ໄດ້ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ ຈຳນວນ 20 ລ້ານກີບ ມອບໂດຍທ່ານ ພົງສະຫວັນ ໄຊຍະແສງ ປະທານບໍລິສັດ ຈະເລີນພັດທະນາ ແລະ ຮັບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກ, ທັນສະໄໝ, ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາຜ່ານມາວ່າ: ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຫຼາຍສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ພວກເຮົາຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.
ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ແຂວງໄຊສົມບູນ ໄດ້ປະກາດການຈັດຕັັ້ງພະແນກການ, ອົງການຂັ້ນແຂວງ ທີ່ຖືກໂຮມ, ໂອນວຽກເຂົ້າກັນ, ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ເມື່ອບໍ່ດົນມານີ້, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ ບ້ານນາເຄືອໃນ, ນາຫີນ, ໂພນທອງ ແລະ ບ້ານ ນາສັງ.
ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 7-9 ສິງຫານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຄະນະບໍລິຫານງານພັກແຂວງຊຽງຂວາງໄດ້ເປິດບັ້ນດຳເນີນຊີວິດການເມືອງທ້າຍສະໄໝສະໄໝທີ VIII ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະບໍລິຫານງານພັກແຂວງ ແລະ ການນຳຈາກສູນກາງເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນ ທົ່ວແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານກ່ອນການເດີນສຳຫຼວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ ວັນທີ 3 ພະຈິກ 2025.
ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ແຂວງອັດຕະປື ແລະ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໂຄງການກະສິກຳ ປູກພືດ-ລ້ຽງສັດ ໃນຮູບແບບ 2+3 ແລະ 1+4 ໃນເນື້ອທີ່ດິນ 13,502 ເຮັກຕາ ຢູ່ 24 ບ້ານຂອງ 3 ເມືອງຄື: ເມືອງສາມັກຄີໄຊ, ໄຊເສດຖາ ແລະ ເມືອງຊານໄຊ.
ທ່ານ ມະໄລທອງ ກົມມະສິດ ຕ້ອນຮັບຜູ້ບໍລິຫານລະດັບສູງກຸ່ມບໍລິສັດ ຫາງໂຈຈິນຈ່ຽງ

ທ່ານ ມະໄລທອງ ກົມມະສິດ ຕ້ອນຮັບຜູ້ບໍລິຫານລະດັບສູງກຸ່ມບໍລິສັດ ຫາງໂຈຈິນຈ່ຽງ

ໃນວັນທີ 5 ສິງຫາຜ່ານມາ ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ນາງ ຊູ ຮວາເຈິນ (Xu Huazhen) ຮອງຜູ້ຈັດການຝ່າຍລົງທຶນ ແລະ ພັດທະນາ ກຸ່ມບໍລິສັດຫາງໂຈຈິນຈ່ຽງ ພ້ອມຄະນະເຂົ້າຢ້ຽມຂໍ່ານັບ.
ເພີ່ມເຕີມ