ຊຶ່ງຝ່າຍລາວນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຟີລິບປີນ ນໍາໂດຍ ທ່ານ ກີວເບີໂຕ ຊີ ທີໂອໂດໂຣ ຈຸເນຍ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ໃນການພົບປະສອງຝ່າຍໄດ້ຕີລາຄືນກ່ຽວກັບຜົນສໍາເລັດຂອງການພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ ເວົ້າສະເພາະ ຂົງເຂດວຽກງານປ້ອງກັນຊາດ ຊຶ່ງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການພົບປະສອງຝ່າຍໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງກອງທັບ ລາວ-ຟີລິບປີນ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ຟີລິບປີນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມທັງຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ຟີລິບປິນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.
ຈາກນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ກໍໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານປ້ອງກັນຊາດ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຟີລິບປີນ.
(ຂ່າວ-ພາບ: ບຸນຕອມ, ແສງຈັນ)
ຄໍາເຫັນ