ບົດບັນທຶກຄວາມເຂົ້າໃຈລະຫວ່າງ ລລທ ແລະ ກົມປ່າໄມ້

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ລລທ ແລະ ກົມປ່າໄມ້

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ລລທ ແລະ ກົມປ່າໄມ້
ວັນທີ28 ຕຸລານີ້ ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ(ລລທ) ໄດ້ຈັດພິທີເຊັັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມປ່າໄມ້ (ກະຊວງກະສິກຳ

ແລະ ປ່າໄມ້)ຮ່ວມກັບ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມືທົດລອງນໍາໃຊ້ເຕັກໂນໂລຊີເຂົ້າໃນການປະເມີນ ແລະວັດແທກປ່າໄມ້(Forest Assessment and Measurement).

ໃຫ້ກຽດລົງນາມໃນສັນຍາ ໂດຍທ່ານ ສົມຫວັງ ພິມມະວົງຫົວໜ້າ ກົມປ່າໄມ້ ແລະ ທ່ານ ສຸພົນ ຈັນທະວີໄຊຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ລິນຄໍາ ດວງສະຫວັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ແລະ ທ່ານ ບໍ່ວຽງຄໍາ ວົງດາລາລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານພ້ອມດ້ວຍບັນດາ ຮອງລັດຖະມົນຕີ, ຄະນະກົມ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.

ຈຸດປະສົງການຮ່ວມມືໃນຄັ້ງນີ້, ໂດຍສືບເນື່ອງມາຈາກທີ່ ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທຳມະຊາດປ່າໄມ້ທີ່ມີພື້ນທີ່ກວມລວມເອົາເຖິງ 57%ຂອງພື້ນທີ່ທົ່ວປະເທດ ປ່າໄມ້ເຫຼົ່ານີ້ມີຄວາມສຳຄັນເປັນຍ່າງຍິ່ງຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະນັບໄດ້ວ່າເປັນແຫຼ່ງກຳເນີດຂອງຊັບພະຍາກອນທີ່ມີມູນຄ່າທາງດ້ານເສດຖະກິດເປັນອັນດັບຕົ້ນໆຂອງປະເທດທີ່ທຸກຝ່າຍຈະຕ້ອງໄດ້ຮ່ວມມືກັນໃນການປົກປັກຮັກສາໃຫ້ຍືນຍົງ,ໃນຂະນະດຽວກັນທີ່ ລາວ ໂທລະຄົມ ແລະ ໄທຄົມ ເປັນບໍລິສັດໂທລະຄົມມະນາຄົມຄົບວົງຈອນ ແລະ ມີເຕັກໂນໂລຊີຮັບຮູ້ທາງໄກ (Remote Sensing)ໂດຍນຳໃຊ້ເຕັກໂນໂລຊີອາວະກາດ (Space Tech) ທີ່ພັດທະນາໂດຍບໍລິສັດໄທຄົມ ມະຫາຊົນທີ່ສາມາດນໍາໃຊ້ເຂົ້າໃນວຽກງານການສຳຫຼວດປ່າໄມ້ເພື່ອການພັດທະນາກະສິກຳ ແລະ ປົກປັກຮັກສາປ່າໄມ້ໃຫ້ຍືນຍົງຊຶ່ງເປັນສ່ວນໜຶ່ງຂອງເປົ້າໝາຍການພັດທະນາດ້ານກະສິກໍາຂອງປະເທດ.

ພາຍໃຕ້ການຮ່ວມມືດັ່ງກ່າວ, ທັງສອງຝ່າຍຈະຮ່ວມກັນສຶກສາຄົ້ນຄວ້າ ໂດຍນຳໃຊ້ເຕັກໂນໂລຊີຮັບຮູ້ທາງໄກ (Remote Sensing)Space Tech ຂອງໄທຄົມ ເຂົ້າໃນການສຶກສາທົດລອງ ເພື່ອຄຸ້ມຄອງເນື້ອທີ່ປ່າໄມ້ 2,889 ເຮັກຕາ ທີ່ບ້ານໂພນສູງເມືອງວັງວຽງ ແຂວງວຽງຈັນເປັນເຂດທົດລອງປະສິດທິພາບຂອງການນໍາໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານກວດກາປ່າໄມ້,ການຄຸ້ມຄອງຊັບພະຍາກອນທໍາມະຊາດປ່າໄມ້ ແລະສົ່ງເສີມການຂະຫຍາຍຕົວຂອງເສດຖະກິດດີຈີຕອນ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີໃນການຄຸ້ມຄອງສິ່ງແວດລ້ອມຂອງເຂດປ່າໄມ້3 ວຽກງານປະກອບມີ:1. ການຊອກຫາຈຸດຄວາມຮ້ອນ ແລະ ເຂດຮອຍເຜົາໄໝ້ຂອງໄຟປ່າ (Forest Hot Spot and Burn Scar Detection) ເພື່ອລະບຸຈຸດຄວາມຮ້ອນຈະຊ່ວຍໃນການກວດຫາ ແລະ ຕິດຕາມໄຟໄໝ້ປ່າໄດ້ໄວ, ຂໍ້ມູນທີ່ໄດ້ມາຈະຊ່ວຍໃນການປະເມີນສະພາບການແລະດໍາເນີນກະກຽມຄວາມພ້ອມໃນການປ້ອງກັນ ຄວບຄຸມໄຟປ່າໃຫ້ທ່ວງທັນກັບເຫດການ, 2. ການຊອກຫາພື້ນທີ່ປ່າໄມ້ທີ່ມີການບຸກລຸກ(Forest EnrochementDetection)ຈະຊ່ວຍໃນການກວດກາການປ່ຽນແປງຂອງປ່າໄມ້, ລວມທັງການບຸກລຸກ ຫຼືການຕັດໄມ້ທຳລາຍປ່າໄດ້ຢ່າງມີປະສິດທິຜົນ ແລະ 3. ປະເມີນການສະສົມກາກບອນປ່າໄມ້ (Forest CarbonSequestration)ເພື່ອຊ່ວຍໃຫ້ການປະເມີນປະລິມານການສະສົມກາກບອນປ່າໄມ້ ມີຄວາມຖືກຕ້ອງສູງ, ການປະເມີນນີ້ຈະຖືກສົມທຽບ ຄຽງຄູ່ກັບຂໍ້ມູນຈາກການສໍາຫຼວດພາກພື້ນດິນ ເພື່ອໃຫ້ໄດ້ທັດສະນະລວມ ແລະ ຄວາມເຂົ້າໃຈຢ່າງລະອຽດໂດຍການຄາດຄະເນທີ່ຖືກຕ້ອງ ແລະ ຊັດເຈນ.ລວມເຖິງການສະໜັບສະໜູນນະວັດຕະກໍາ ໃນການພັດທະນາສີຂຽວແບບຍືນຍົງ ຊຶ່ງໃນປັດຈຸບັນບັນດາປະເທດທົ່ວໂລກ ຕ່າງກໍໄດ້ໃຫ້ຄວາມສຳຄັນໃນວຽກງານສິ່ງແວດລ້ອມສີຂຽວແບບຍືນຍົງເຊັ່ນດຽວກັນ.

(ຂ່າວ: ລລທ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ