![]() |
ໂດຍການເຊັນພິຍານ ຂອງ ທ່ານ ສົມອຸລາ ຍະພິຈິດ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ທ່ານ ຊານົນ ຊໍານານເດຊາກຸນ ຜູ້ອຳນວຍການ ຝ່າຍພັດທະນາທຸລະກິດ, ທ່ານ ບຸນກອງ ສະເຫຼີມວົງ ຜູ້ຈັດການ. ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໃນພິທີເຊັນສັນຍາໃນຄັ້ງນີ້ ເພື່ອພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ຊຶ່ງຈະເຮັດໜ້າທີ່ເປັນໃຈກາງໃນການເຊື່ອມໂຍງຂໍ້ມູນ ແລະ ອຳນວຍຄວາມສະດວກທາງການຄ້າ ເຊັ່ນ: ການນຳເຂົ້າ, ການສົ່ງອອກສິນຄ້າຜ່ານແດນ, ການນຳເຂົ້າເພື່ອສົ່ງອອກ ແລະ ການຈຳໜ່າຍພາຍໃນ ຊຶ່ງໂຄງສ້າງຂອງລະບົບ ຖືກແບ່ງອອກເປັນຫຼາຍຊັ້ນ ເພື່ອຄວາມເປັນລະບຽບເຊັ່ນ: ການອອກໃບຢັ້ງຢືນ E-Phyto ແລະ E-Vet ເພື່ອອຳນວຍຄວາມສະດວກການຄ້າ, ລະບົບກວດສອບຄຸນນະພາບ ແລະ ຕິດຕາມທີ່ມາຂອງສິນຄ້າ, ລະບົບວິເຄາະຂໍ້ມູນ ແລະ ການຈັດການລາຍຮັບ. ພ້ອມນີ້, ລະບົບດັ່ງກ່າວຈະຊ່ວຍສ້າງລາຍຮັບໃຫ້ກັບກະຊວງ ເປັນຄ່າບໍລິການຕ່າງໆເຊັ່ນ: ຄ່າບໍລິການອອນລາຍ, ຄ່າບໍລິການດ່ວນ, ຄ່າຕິດຕາມສິນຄ້າ ແລະ ຄ່າປັບໃໝ. ລາຍຮັບທັງໝົດຈະຖືກຄຸ້ມຄອງຜ່ານກອງທຶນພັດທະນາກະສິກຳ ຢ່າງເປັນລະບົບ ໂປ່ງໃສຕື່ມອີກ.
(ຂ່າວ: ສອນເພັດ, ອະພິເດດ)

ຄໍາເຫັນ