ການເຊັນສັນຍາຄັ້ງນີ້ ເພື່ອເປັນບ່ອນອີງໃນການປະຕິບັດການຮ່ວມມືຜະລິດ ແລະ ຈໍາໜ່າຍນໍ້າຫອມ, ເສື້ອຢືດໂປໂລ ແລະ ກະເປົາເປ້ຊາວໜຸ່ມແຂວງ, ເພື່ອປະຕິບັດສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄູ່ສັນຍາກຳນົດລະບຽບການ, ຫຼັກການ ແລະ ການພົວພັນຮ່ວມມືຕ່າງໆ ໂດຍສະເພາະແມ່ນອາຍຸສັນຍາ, ທຶນຂອງໂຄງການ, ຈໍານວນຜະລິດຕະພັນ, ການແບ່ງປັນພັນທະ, ການແກ້ໄຂຂໍ້ຂັດແຍ່ງ, ຂໍ້ຫ້າມ, ການຍົກເລີກສັນຍາ ແລະ ຜົນສັກສິດຂອງສັນຍາ. ສຳລັບຄວາມຮັບຜິດຊອບຂອງຝ່າຍ"ຂໍ"ແມ່ນຈະຕັ້ງໜ້າລົງທຶນເຂົ້າໃສ່ການຜະລິດ ຜະລິດຕະພັນນໍ້າຫອມ, ເສື້ອຢືດໂປໂລ ແລະກະເປົາເປ້ດ້ວຍທຶນຂອງຕົນເອງທັງໝົດ 100% ພ້ອມທັງຮັບປະກັນດ້ານຄຸນນະພາບຕໍ່ຜູ້ຊົມໃຊ້, ຮູບແບບ ແລະ ສີສັນທີ່ເປັນເອກະລັກສະເພາະຂອງຜະລິດຕະພັນໂດຍມີການຈົດລິຂະສິດຖືກຕ້ອງຕາມກົດໝາຍວ່າດ້ວຍລິຂະສິດ; ມີສິດທວງຖາມເອົາເງິນທຶນຄືນຕາມການຂາຍຕົວຈິງແຕ່ລະໄລຍະ ແລະ ເວລາທີ່ໄດ້ຕົກລົງກັນ ພ້ອມທັງຮັບຜິດຊອບຄ່າບໍລິຫານພາຍໃນ ແລະ ຄ່າຂົນສົ່ງຜະລິດຕະພັນໃຫ້ຊາວໜຸ່ມແຂວງຈົນສຳເລັດ. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວເປັນເວລາ 1 ປີ ນັບແຕ່ວັນທີ 20 ມິຖຸນາ 2024-ວັນທີ 20 ມິຖຸນາ 2025 ສາມາດຕໍ່ສັນຍາໄດ້ພາຍໃຕ້ເງື່ອນໄຂ ແລະ ການຕົກລົງເຫັນດີຂອງທັງສອງຝ່າຍ.
ຂ່າວ-ພາບ: ມຸນຕີສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ
ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ຄໍາເຫັນ