![]() |
ໃນພິທີ, ໄດ້ຜ່ານບົດສັນຍາ 2 ໂຄງການຄື: ສັນຍາວ່າດ້ວຍການຄຸ້ມຄອງໂຄງການປູກໝາກອຶ ຢູ່ ບ້ານນ້ຳຕະລານ ແລະ ໂຄງການປູກໝາກອຶ, ສາລີ, ໝາກຖົ່ວເບີ ຢູ່ເມືອງຫຼວງນໍ້າທາ, ຊຶ່ງໂຄງການທີ່ໜຶ່ງ ແມ່ນໂຄງການປູກໝາກອຶ ຢູ່ ບ້ານນ້ຳຕະລານ ເປັນການລົງທຶນຂອງເອກະຊົນຕ່າງປະເທດ 100%, ມູນຄ່າການລົງທຶນ 2 ຕື້ກີບ, ທຶນຈົດທະບຽນ 1 ຕື້ກີບ, ເນື້ອທີ່ປູກໝາກອຶແມ່ນເນື້ອທີ່ດິນນາຂອງປະຊາຊົນ ຢູ່ ບ້ານນ້ຳຕະລານ, ເປັນໂຄງການໃນຮູບແບບ 2+3 ເພື່ອເປັນສິນຄ້າສົ່ງອອກຕ່າງປະເທດ, ມີອາຍຸສັນຍາກໍານົດ 6 ເດືອນແຕ່ເດືອນທັນວາ 2025 - ເມສາ 2026, ລາຄາເກັບຊື້ປະເພດ I ນໍ້າໜັັກ 0,7 kg/ໜ່ວຍຂື້ນໄປ, ລາຄາ 1,800 ກີບ/kg ແລະ ປະເພດ II ນໍ້າໜັກ 0,69 kg/ໜ່ວຍລົງມາ, ລາຄາ 1.500 ກີບ/kg, ໂດຍແມ່ນ ບໍລິສັດ ຫົວຊ່ຽນພັດທະນາຈໍາກັດຜູ້ດຽວ ຕັ້ງຢູ່ບ້ານຫົວຂົວ ເມືອງຫຼວງນໍ້າທາເປັນຜູ້ລົງທຶນ.
ໂຄງການທີ່ສອງ ແມ່ນໂຄງການ ປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນໂຄງການລົງທຶນຂອງເອກະຊົນພາຍໃນ 100%, ມູນຄ່າ 4 ຕື້ 500 ລ້ານກີບ, ທຶນຈົດທະບຽນ 3 ຕື້ກີບ, ໂດຍການເຊົ່າເນື້ອທີ່ດິນນາປະຊາຊົນ ຢູ່ ບ້ານໃໝ່, ບ້ານທ່າແສ, ບ້ານນ້ຳແດງ ແລະ ບ້ານນໍ້າລື ເມືອງຫຼວງນໍ້າທາ, ຄ່າເຊົ່າດິນນາ ປີ 2025 ແມ່ນບໍ່ໃຫ້ຫຼຸດ 8 ລ້ານກີບ/ເຮັກຕາ, ອາຍຸສັນຍາການເຊົ່າແມ່ນ 6 ເດືອນ (ວັນທີ 30 ພຶດສະພາຕ້ອງສົ່ງພື້ນທີ່ດິນນາໃຫ້ປະຊາຊົນ ໂດຍແມ່ນບໍລິສັດພັນທະວົງ ສົ່ງເສີມກະສິກຳ ຈໍາກັດ ຕັ້ງຢູ່ ບ້ານ ນໍ້າແກ້ວຫຼວງ ເມືອງສິງ ແຂວງຫຼວງນໍ້າທາເປັນຜູ້ລົງທຶນ. ຈາກນັ້ນ, ກໍໄດ້ເຊັນສັນຍາ ຮ່ວມກັນລະຫວ່າງ ຫົວໜ້າຫ້ອງວ່າການເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ກັບ ຕາງໜ້າບໍລິສັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ