ເຊັນສັນຍາໂຄງການສົ່ງເສີມປູກໝາກນໍ້າມັນເຄືອຢູ່ເມືອງຫຼວງນໍ້າທາ 

ເຊັນສັນຍາໂຄງການສົ່ງເສີມປູກໝາກນໍ້າມັນເຄືອຢູ່ເມືອງຫຼວງນໍ້າທາ 
ວັນທີ 7ພະຈິກ ຜ່ານມາ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາໄດ້ຈັດພິທີເຊັນສັນຍາໂຄງການສົ່ງເສີມປູກ ແລະ ເກັບຊື້ໝາກນ້ຳມັນເຄືອໂດຍການເປັນປະທານຂອງທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ, ມີບັນດາທ່ານຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ. 
ພິທີໄດ້ຜ່ານບົດສັນຍາວ່າດ້ວຍການຊຸກຍູ້ສົ່ງເສີມປູກ ແລະ ເກັບຊື້ໝາກນໍ້າມັນເຄືອ ຢູ່ພາຍໃນ
ເມືອງຫຼວງນໍ້າທາ ລະຫວ່າງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ ກັບ ວິສາຫະກິດ ວົງຖາວະດີ ສົ່ງເສີມກະສິກໍາສ່ວນບຸກຄົນ,  ບົດສັນຍາປະກອບມີ 19 ມາດຕາ ຊຶ່ງບ້ານເປົ້າໝາຍຂອງໂຄງການປະກອບມີ 10 ບ້ານ: ບ້ານນາລັນ, ບ້ານນາໂຮມ, ບ້ານຈະເລີນສຸກ, ບ້ານທ່າແສ່, ບ້ານຂົວສູງ, ບ້ານ ສົບຊີມ, ບ້ານຫາດຍອງ, ບ້ານສິນອຸດົມ, ບ້ານນໍ້າຕະລານ ແລະ ບ້ານນໍ້າປີກ ເມືອງຫຼວງນ້ຳທາມີ 158 ຄອບຄົວ, ເນື້ອທີ່ປູກໝາກນໍ້າມັນເຄືອ 50 ເຮັກຕາ, ມີອາຍຸ 5 ປີ  (2023-2028)ໂດຍການລົງທຶນຂອງເອກະຊົນພາຍໃນ 100%,  ມູນຄ່າການລົງທຶນທັງໝົດ3ຕື້963ລ້ານກີບ, ຮູບແບບການສົ່ງເສີມປະຊາຊົນເຊັ່ນປະຊາຊົນ:ທີ່ດິນ; ແຮງງານ; ທາງດ້ານວິສາຫະກິດແມ່ນ ສະໜອງແນວພັນ,ເຕັກນິກວິຊາການ ແລະ ການຕະຫຼາດ.
   ທັງນີ້ກໍເພື່ອຕອບສະໜອງໃຫ້ແກ່ການພັດທະນາ, ຊອກວຽກເຮັດງານທໍາໃຫ້ແກ່ຊາວກະສິກອນ ແລະ ສ້າງລາຍຮັບເຂົ້າຄອບຄົວ ແລະ ຂະຫຍາຍຜົນຜະລິດທາງດ້ານກະສິກໍາໃຫ້ກາຍເປັນສິນຄ້າທີ່ມີຄຸນນະ
ພາບ ໄດ້ຕາມມາດຕະຖານ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ.
ຈາກນັ້ນ, ກໍໄດ້ເຊັນບົດບັນທຶກຮ່ວມກັນ ລະຫວ່າງ ທ່ານ ຄໍາໄພ ສີຫາລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ  ກັບ ທ່ານ ບຸນຊູ ວົງຖາວະດີ ອໍານວຍການວິສາຫະກິດ ວົງຖາວະດີ ສົ່ງເສີມກະສິກໍາສ່ວນບຸກຄົນ ໂດຍຊ້ອງໜ້າທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ຂ່າວ-ພາບ:ສົມພອນ

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ