ພິທີເຊັນຍາສໍາປະທານເນື້ອທີ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ຫີນບາລິດ (BASO4) ຈໍານວນ 4 ເຮັກຕາຢູ່ເຂດບ້ານຈະແລດ ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 16 ຕຸລານີ້, ທີ່ພະແນກແຜນການ ແລະ ການລົງທຶນແຂວງ ລະຫວ່າງອົງການປົກຄອງແຂວງ (ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ) ແລະ ບໍລິສັດ ທີ ບໍ່ແຮ່ ຈໍາກັດ ຜູ້ດຽວ. ຝ່າຍອົງການປົກຄອງແຂວງຕາງໜ້າເຊັນໂດຍ ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຝ່າຍບໍລິສັດ (ຜູ້ລົງທຶນ) ຕາງໜ້າ ໂດຍທ່ານ ຄໍາແພງ ສີມຸກດາ ປະທານບໍລິສັດ ທີ ບໍ່ແຮ່ ຈໍາກັດ ຜູ້ດຽວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ, ພະນັກງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ອານຸລຸນ ມາກວິໄລ ຫົວໜ້າຂະແໜງຄຸ້ມຄອງ ແລະ ສົ່ງເສີມການລົງທຶນທີ່ຂຶ້ນກັບພະແນກແຜນການ ແລະ ການລົງທຶນແຂວງກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ (ປະທານຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ຫຼື ປະທານ ຄລທ ຂັ້ນແຂວງ) ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດໃຫ້ ບໍລິສັດ ທີ ບໍ່ແຮ່ ຈໍາກັດ ຜູ້ດຽວ ເຊັນສັນຍາສໍາປະທານເນື້ອທີ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ຫີນບາລິດ (BASO4) ຈໍານວນ 4 ເຮັກຕາ ຢູ່ເຂດບ້ານຈະແລດ ເມືອງບົວລະພາ, ແຂວງຄໍາມ່ວນ. ກໍານົດເວລາໃນການສຳປະທານໂຄງການຝ່າຍລັດໄດ້ມອບສິດທິໃຫ້ບໍລິສັດລົງທຶນສຳປະ ທານເນື້ອທີ່ດິນພັດທະນາໂຄງການພາຍໃນກຳນົດເວລາ 5 ປີ ແລະ ສາມາດຕໍ່ໄດ້ຕາມລະບຽບກົດໝາຍ ແລະ ທຸກໆ 5 ປີ ໃດທັງສອງຝ່າຍຈະຕ້ອງມີການທົບທວນສັນຍາຮ່ວມກັນ. ສໍາລັບໄລຍະຂອງການດໍາເນີນໂຄງການບໍລິສັດໄດ້ມີການຈັດແບ່ງໄລຍະຂອງການດຳເນີນໂຄງການອອກເປັນ 3 ໄລຍະຄື: ໄລຍະທີ 1 ດຳເນີນການບຸກເບີກດິນ ເພື່ອການພັດທະນາໂຄງລ່າງ; ໄລຍະທີ 2 ກໍ່ສ້າງໂຮງງານ, ຫ້ອງການບໍລິຫານ ແລະ ພື້ນຖານໂຄງລ່າງ; ໄລຍະທີ 3 ດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງເພື່ອຈໍາໜ່າຍ, ສ່ວນທຶນທັງ ໝົດທີ່ຈະລົງທຶນໃນກິດຈະການຕ່າງໆ ຂອງໂຄງການມີມູນຄ່າທັງໝົດ 1.500.000 ໂດລາ, ທຶນຈົດທະບຽນ 1.500.000 ໂດລາ ຊຶ່ງແມ່ນຝ່າຍລົງທຶນ (ບໍລິສັດ) ເປັນຜູ້ຮັບຜິດຊອບ ແລະ ລົງທຶນທັງໝົດ,ໂຄງການດັ່ງກ່າວເປັນຮູບການລົງທຶນເອກະຊົນພາຍໃນ 100%.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ