ເຊີນເຂົ້າຮ່ວມປະກວດຂຽນບົດ: ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ

ເຊີນເຂົ້າຮ່ວມປະກວດຂຽນບົດ: ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ

ເຊີນເຂົ້າຮ່ວມປະກວດຂຽນບົດ: ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ
ໂດຍ: ວັນໄຊ ຕະວິນຍານ ອີງຕາມແຫຼ່ງຂ່າວຈາກວິທະຍຸກະຈາຍສຽງຫວຽດນາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOVWORLD) ຄົບຮອບ 80 ປີ (ວັນທີ 7 ກັນຍາ 1945 – 7 ກັນຍາ 2025). ນັບແຕ່ວັທີ 10 ມີນາ 2025 – 15 ມິຖຸນາ 2025, ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດການປະກວດຂຽນບົດໃນຫົວຂໍ້ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ” ສຳລັບຊາວຕ່າງປະເທດ ແລະ ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຫຼື ຢູ່ຫວຽດນາມ.

 

 

ທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ກ່າວວ່າ: ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມໄດ້ຈັດຂຶ້ນພາຍໃຕ້ຮູບແບບການຂຽນບົດຕອບຄຳຖາມ 5 ຂໍ້ຂອງຄະນະຮັບຜິດຊອບ. ຄຳຖາມທີ 1: ຖາມວ່າ: ຫວຽດນາມໄດ້ ແລະ ພວມກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ.ທ່ານຈົ່ງໃຫ້ຮູ້ກ່ຽວກັບການກຳນົດທິດຂອງພັກກອມມູນິດຫວຽດນາມ ແລະ ຄວາມຄາດຫວັງຂອງທົ່ວພັກ, ທົ່ວປວງຊົນຫວຽດນາມກ່ຽວກັບສັງກາດບຸກບືນຂອງຊາດ? ມີ (20 ຄະແນນ).

ຄຳຖາມທີ 2 ເພື່ອກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ຫວຽດນາມ ພວມຜັນຂະຫຍາຍການປະຕິບັດພາລະກິດປະຕິວັດຫັນກົງຈັກລັດໃຫ້ເປັນກະທັດຮັດຕາມມະຕິເລກທີ 18 ລົງວັນທີ 25 ຕຸລາ 2017 ວ່າດ້ວຍ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ” ແລະ ບັນດາການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນອີງຕາມມະຕິເລກທີ 57-NĐ/TW (57-ມຕ/ສກ) ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ.

- ຕາມຄວາມເຂົ້າໃຈຂອງທ່ານການປະຕິວັດຫັນກົງຈັກລັດໃຫ້ກະທັດຮັດຕາມມະຕິເລກທີ 18 ໄດ້ສວມບົດບາດຄືແນວໃດໃນການສ້າງຖັນແຖວພະນັກງານຂອງຫວຽດນາມ ໃນໄລຍະພັດທະນາໃໝ່ຂອງຫວຽດນາມ?/

- ຈົ່ງໃຫ້ຮູ້ 5 ບາດກ້າວບຸກທະລຸເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຂອງມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ ແມ່ນຫຍັງ ?/

- ມະຕິດັ່ງກ່າວເຕື້ອງເຖິງຫຍັງກ່ຽວກັບທັດສະນະປຶກສາຫາລືທີ່ວ່າ: ແນະນຳສີສັນວັດທະນະທຳຂອງຫວຽດນາມ ໄປສູ່ໂລກ, ນຳເອົາ ສິ່ງຍອດຍິ່ງຂອງວັດທະນະທຳໂລກ ເຂົ້າມາ ຫວຽດນາມ ? ມີ (30 ຄະແນນ).

ຄໍາຖາມ ທີ 3: ໃນປີ 2025, ຫວຽດນາມວາງເປົ້າໝາຍ GDP ບັນລຸລະດັບເຕີບໂຕ 8% ຂຶ້ນໄປ.ທ່ານຈົ່ງໃຫ້ຮູ້ວ່າ ລັດຖະບານຫວຽດນາມໄດ້ ແລະ ພວມປະຕິບັດບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດແນວໃດແດ່ເພື່ອສ້າງບາດກ້າວບຸກທະລຸຢ່າງເຂັ້ມແຂງກ່ຽວກັບລະບອບລະບຽບການ, ການແກ້ໄຂບັນດາຈຸດອຸດຕັນ ແລະ ສິ່ງກີດຂວາງເພື່ອບັນລຸເປົ້າໝາຍການເຕີບໂຕດັ່ງກ່າວ ? ມີ (10ຄະແນນ).

ຄໍາຖາມທີ 4: ຫວຽດນາມຈະຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ (ສະຖາປະນາ) ປະເທດຊາດ (2 ກັນຍາ 1945 – 2 ກັນຍາ 2025); 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໃນປີ 2025. ນີ້ແມ່ນບັນດາຂີດໝາຍສຳຄັນໃນປະຫວັດສາດແຫ່ງການພັດທະນາຂອງປະເທດຫວຽດນາມ. ຕາມເພື່ອນແລ້ວ, ບົດບາດແລະ ທີ່ຕັ້ງຂອງຫວຽດນາມບົນເວທີສາກົນໃນປັດຈຸບັນມີຄືແນວໃດ ? ມີ (10 ຄະແນນ).

ຄຳຖາມທີ 5: ວິທະຍຸກະຈາຍສຽງຫວຽດນາມຈະຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ (7 ກັນຍາ 1945 – 7 ກັນຍາ 2025) ໃນວັນທີ 7 ກັນຍາ 2025.

- ທ່ານຮັບຟັງວິທະຍຸກະຈາຍສຽງຫວຽດນາມໄດ້ດົນປານໃດແລ້ວ ? ລາຍການໃດຂອງວິທະຍຸກະຈາຍສຽງຫວຽດນາມທີ່ທ່ານມັກ ແລະ ຟັງເປັນປະຈຳ ? ຕາມແນວຄິດຂອງທ່ານແລ້ວ, ວິທະຍຸກະຈາຍສຽງຫວຽດນາມຕ້ອງປັບປຸງແນວໃດໃຫ້ເຂົ້າກັບການຫັນປ່ຽນທາງເຕັກໂນໂລຊີທີ່ທັນສະໄໝເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຕ້ອງການຂອງທ່ານຜູ້ຟັງສາກົນ ແລະ ສ້າງຂີດໝາຍແຫ່ງການພັດທະນາໃໝ່ໃນປະຫວັດສາດກະຈາຍສຽງຂອງຕົນ ?.

- ວິທະຍຸກະຈາຍສຽງຫວຽດນາມ ໄດ້ສວມບົດບາດຄືແນວໃດໃນຊີວິດທາງດ້ານຈິດໃຈຂອງທ່ານ ? ທ່ານຈົ່ງແບ່ງປັນຄວາມຊົງຈຳອັນເລິກເຊິ່ງຂອງຕົນກ່ຽວກັບວິທະຍຸກະຈາຍສຽງຫວຽດນາມ ? ຕາມທ່ານຄິດຈະມີຈັກຄົນເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ 2025 ? (ມີ 20 ຄະແນນ).

ສໍາລັບ ກະຕິກາ ແລະ ຄຳຕອບສຳລັບຄຳຖາມໃນການປະກວດຄັ້ງນີ້ເຊີນທ່ານຕິດຕາມນໍາເວັບໄຊ vovworld.vn.

ທ່ານ ຈົ່ງຕອບຄໍາຖາມດັ່ງກ່າວແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍສະລັກໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າງບ່າຍ, ເມືອງຮວ່ານກຽມ, ຮ່າໂນ້ຍ, ຫວຽດນາມ ດ້ວຍເລກລະຫັດ code 100000./

ສໍາລັບການປະກາດຜົນແມ່ນຈະຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງຫວຽດນາມ (7 ກັນຍາ 2025). ມື້ສຸດທ້າຍຂອງການຮັບບົດແມ່ນວັນທີ 30 ມິຖຸນາ 2025 (ໄລ່ຕາມກາຈ້ຳຂອງໄປສະນີບ່ອນສົ່ງ).

ບົດຂຽນທີ່ໄດ້ຄະແນນສູງສຸດ 3 ທ່ານ ຈະໄດ້ຮັບລາງວັນ ປີ້ຍົນໄປທ່ອງທ່ຽວຫວຽດນາມ 5 ວັນ 4 ຄືນພ້ອມດ້ວຍຂອງຂວັນ. ລາງວັນຊົມເຊີຍມີ 10 ລາງວັນ, ລາງວັນໃຫ້ແກ່ຜູ້ສົ່ງບົດເຂົ້າຮ່ວມທີ່ມີອາຍຸນ້ອຍກວ່າໝູ່, ຜູ້ມີອາຍຸສູງກວ່າໝູ່, ແຕ່ລະລາງວັນມີມູນຄ່າ 2.000.000 ດົງ (ໂດຍຈະມອບເປັນວັດຖຸພັນ) ແລະ ລາງວັນບົດຂຽນທີ່ມີຄວາມລະອຽດຈະແຈ້ງ ແລະ ຈັບໃຈມີມູນຄ່າ 5.000.000 ດົງ (ໂດຍຈະມອບເປັນວັດຖຸພັນ).

ຂໍອວຍພອນໃຫ້ບັນດາທ່ານ ໂຊກດີ ແລະ ຍາດໄດ້ລາງວັນໃນການປະກວດຄັ້ງນີ້.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ