ຊຽງຂວາງ ສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ

ຊຽງຂວາງ ສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ
ທ້າຍອາທິດຜ່ານມາ, ແຂວງຊຽງຂວາງ ໄດ້ຈັດກອງປະຊຸມສະຫຼູບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ເລຂາ, ຮອງເລຂາຮາກຖານພັກ ແລະ ໜ່ວຍພັກເຂົ້າຮ່ວມ. 
ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ຍາດມາໄດ້. ໃນປີ 2023 ຜ່ານມາ, ທົ່ວແຂວງມີ 89 ຄະນະພັກຮາກຖານ, ມີໜ່ວຍພັກ 1.077 ໜ່ວຍ, ຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໄດ້ 876 ໜ່ວຍ ກວມ 81,33%, ມີໜ່ວຍພັກແຂງ 913 ໜ່ວຍ, ກາງ 104 ໜ່ວຍ ແລະ ບໍ່ໄດ້ຕີລາຄາ 60 ໜ່ວຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 446 ສະ ຫາຍ ຍິງ 157 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 496 ສະຫາຍ ຍິງ 170 ສະຫາຍ. ພ້ອມນີ້, ຍັງໄດ້ຄົ້ນຄວ້າເຊື່ອມຊຶມນິຕິກຳຕ່າງໆຂອງສູນກາງ ແລະ ຂອງແຂວງ, ໄດ້ເອົາໃຈໃສ່ວຽກງານປ້ອງກັນພັກ-ພະນັກງານໄລຍະໃໝ່, ຝຶກອົບຮົມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. 
(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

LDB ເປີດນໍາໃຊ້ອາຄານສໍານັກງານ ໜ່ວຍບໍລິການເຊບັ້ງໄຟ

LDB ເປີດນໍາໃຊ້ອາຄານສໍານັກງານ ໜ່ວຍບໍລິການເຊບັ້ງໄຟ

ເປີດນໍາໃຊ້ອາຄານ ສໍານັກງານທະນາຄານພັດທະນາລາວ (LDB) ໜ່ວຍບໍລິການເຊບັ້ງໄຟ ຂຶ້ນໃນ ວັນທີ 22 ເມສາຜ່ານມາ ທີ່ບ້ານຂົວເຊ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໄຊ ມັງໜໍ່ເມກ ເລຂາຄະນະບໍລິຫານງາຍພັກເມືອງເຊບັ້ງໄຟ, ທ່ານ ຈັນທະມິດ ພິມມະສອນ ຮອງຫົວໜ້າສາຂາພາກສະຫວັນນະເຂດ, ມີບັນດາການນໍາຂອງເມືອງ, ນັກທຸລະກິດ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ຈະເປີດຂຶ້ນໃນລະຫວ່າງວັນທີ 28 -29

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ຈະເປີດຂຶ້ນໃນລະຫວ່າງວັນທີ 28 -29

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດຄັ້ງທີ XII ຈະເປີດຂຶ້ນໃນລະຫວ່າງວັນທີ 28-29 ເມສາ ທີ່ຈະມາເຖິງນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈຳການ ໄດ້ຖະແຫຼງຂ່າວໃນວັນທີ 22 ເມສານີ້
ເມືອງໜອງບົກ ປະກາດສ້າງຕັ້ງຕາແສງໜອງຜໍາ

ເມືອງໜອງບົກ ປະກາດສ້າງຕັ້ງຕາແສງໜອງຜໍາ

ພິທີປະກາດສ້າງຕັ້ງຕາແສງໜອງຜໍາ ຊຶ່ງແມ່ນຕາແສງທຳອິດຂອງເມືອງໜອງບົກ ແລະ ເປັນຕາແສງທີ 7 ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 22 ເມສາຜ່ານມາ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ສຸລິນ ພົມມະໄຊ ເລຂາຄະນະບໍລິຫານງານພັກເມືອງໜອງບົກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ນະຄອນຫຼວງວຽງຈັນ-ແຂວງວຽງຈັນ ເຊັນບົດບັນທຶກການຮ່ວມມືຮອບດ້ານ

ນະຄອນຫຼວງວຽງຈັນ-ແຂວງວຽງຈັນ ເຊັນບົດບັນທຶກການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ໄດ້ມີຂຶ້ນໃນວັນທີ 22 ເມສາ ນີ້ ທີ່ອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ).
ນະຄອນຫຼວງວຽງຈັນ-ແຂວງວຽງຈັນ ເຊັນບົດບັນທຶກການຮ່ວມມືຮອບດ້ານ

ນະຄອນຫຼວງວຽງຈັນ-ແຂວງວຽງຈັນ ເຊັນບົດບັນທຶກການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ໄດ້ມີຂຶ້ນໃນວັນທີ 22 ເມສາ ນີ້ ທີ່ອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ).
864 ໜ່ວຍພັກ ທົ່ວແຂວງສາລະວັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

864 ໜ່ວຍພັກ ທົ່ວແຂວງສາລະວັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ໃນວັນທີ 22 ເມສາ 2026, ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ຈັດຂຶ້ນໃນວັນທີ 22 ເມສານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ-ການຄ້າ ແຂວງ; ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີກໍາມະການພັກແຂວງ, ຄະນະພັກ 2 ກໍາລັງປະກອບອາວຸດ ປກຊ-ປກສ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກເອກະລາດ, ເລຂາໜ່ວຍພັກອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ V

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ V

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ແຂວງຈຳປາສັກ ຊຸດທີ V ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 22 ເມສານີ້ ໂດຍເປັນປະທານຂອງ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈຳປາສັກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ສະມາຊິກສະພາແຫ່ງຊາດ ປະຈຳເມືອກຕັ້ງທີ 15 ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ມີບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຕົວແທນພະແນກການ, ກົມກອງອ້ອມຂ້າງແຂວງ, ນະຄອນ-ເມືອງ ເຂົ້າຮ່ວມ.
ຄະນະນໍາແຂວງໄຊຍະບູລີ ຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ຄະນະນໍາແຂວງໄຊຍະບູລີ ຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ໃນວັນທີ 21 ເມສາຜ່ານມານີ້, ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ເມືອງແກ່ນທ້າວ, ໂດຍການຕ້ອນຮັບຂອງ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ວຽກງານຂົນຂວາຍແມ່ຍິງ, ປະທານ ໄກສອນ ພົມວິຫານ ຖືວ່າການຂົນຂວາຍແມ່ຍິງ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ ປະທານມີຄໍາເຫັນວ່າ: “ເອື້ອຍນ້ອງແມ່ຍິງຖືກກົດຂີ່ຂູດຮີດໜັກໜ່ວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດຈົນມາເຖິງປັດຈຸບັນ. ເອື້ອຍນ້ອງແມ່ຍິງໄດ້ໄປຕາມພັກ ເພື່ອເຮັດການປະຕິວັດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງຊາດ.
ເລີ້ມແລ້ວ! ການຫົດສົງອົງພະເຈົ້າໝ່ານ ແລະ ທຳບຸນກອງບຸນ 84,000 ພະທັມມະຂັນ

ເລີ້ມແລ້ວ! ການຫົດສົງອົງພະເຈົ້າໝ່ານ ແລະ ທຳບຸນກອງບຸນ 84,000 ພະທັມມະຂັນ

ພິທີອາຣາດຖະນາອົງພະເຈົ້າໝ່ານ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ-ນົບໄຫວ້ ຂອງປວງຊົນລາວ ໂດຍສະເພາະຊາວຫຼວງພະບາງ ເມືອງມໍລະດົກໂລກ ຈາກຫໍພະໝ່ານ ພາຍໃນວັດຊຽງທອງ ນະຄອນ ຫຼວງພະບາງ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ່ 22 ເມສານີ້, ເລີ້ມຈາກພະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານ ທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ, ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ, ປະກອບມີຂະບວນເປົ່າຫອຍສັງ-ຕີຄ້ອງ, ຂະບວນພະເຖຣະ ນຳພາໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ, ຂະບວນການນຳ-ມວນຊົນທົ່ວໄປ ນຳພາໂດຍ ທ່ານ ຊາຍພອນ ຈັນທຸມມາ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກ ນະຄອນ ຫຼວງພະບາງ ພ້ອມດ້ວຍຄະນະນຳນະຄອນ ແລະ ມວນຊົນຊາວຫຼວງພະບາງ ເຂົ້າຮ່ວມເປັນຈຳນວນຫຼາຍ.
ເພີ່ມເຕີມ