ຊີ້ແຈງ ເຫດການເດັກນ້ອຍຖືກມັດແຂນໄຂວ່ຫຼັງຫ້ອຍໄວ້ຢູ່ຮາວຕາກເຄື່ອງ

ຊີ້ແຈງ ເຫດການເດັກນ້ອຍຖືກມັດແຂນໄຂວ່ຫຼັງຫ້ອຍໄວ້ຢູ່ຮາວຕາກເຄື່ອງ
ໃນວັນທີ 27 ພະຈິກ ຜ່ານມາ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ຖະແຫຼງຊີ້ແຈງຕໍ່ກັບເຫດການທີ່ເກີດຂຶ້ນ ໃນຄັ້ງວັນທີ 23/11/2023 ທີ່ໄດ້ມີບຸກຄົນເອົາຄຣິບເດັກນ້ອຍ ເພດຍິງ ຖືກມັດແຂນໄຂວ່ຫຼັງຫ້ອຍໄວ້ຢູ່ຮາວຕາກເຄື່ອງ ລົງຢູ່ໃນສື່ສັງຄົມອອນລາຍ, ເຟສບຸກ, ຕິກຕ໋ອກ ຊຶ່ງເຫດການດັ່ງກ່າວມີຫຼາຍຄົນພົບເຫັນ ແລະ ໄດ້ເບິ່ງຕ່າງກໍມີຄໍາຄິດ, ຄໍາເຫັນຕ່າງໆນາໆ ແລະ ກາຍເປັນກະແສວິພາກວິຈານ ໃນສື່ສັງຄົມອອນລາຍຢ່າງໜັກໜ່ວງ ກ່ຽວກັບການກະທໍາຂອງຜູ້ໃຫຍ່ຕໍ່ເດັກນ້ອຍທີ່ໄຮ້ດຽງສາ ຢ່າງທາລຸນ ແລະ ບໍ່ສົມເຫດສົມຜົນ ຫຼື ເອີ້ນວ່າເກີນກວ່າເຫດ. 
ພາຍຫຼັງໄດ້ມີຄຣິບລົງໃນສື່ສັງຄົມອອນລາຍ ອົງການປົກຄອງແຂວງ ກໍໄດ້ຊີ້ນໍາໃຫ້ກອງບັນຊາການ ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງໄປເກັບກໍາຂໍ້ມູນ ແລະ ກວດສອບສະຖານທີ່ເກີດເຫດ ຢູ່ທີ່ ບ້ານໂພນແກ້ວ ເມືອງໄຊຍະບູລີ ຈຶ່ງຮູ້ວ່າ: ເຫດການດັ່ງກ່າວນັ້ນແມ່ນມີມູນຄວາມຈິງແທ້, ຍ້ອນວ່າຜູ້ເປັນແມ່ຢາກໃຫ້ລູກເຂັດຫຼາບ ເພາະເດັກນ້ອຍຄົນດັ່ງກ່າວມັກລັກເງິນພໍ່ແມ່ເລື້ອຍໆ ຊຶ່ງລາຍລະອຽດຂອງເຫດການມີດັ່ງນີ້: ໃນຕອນເຊົ້າຂອງວັນທີ 23/11/2023 ເວລາ8 ໂມງ 15 ນາທີ ໄດ້ມີທ້າວ ລາວ ຊົງ ອາຍຸ 42 ປີອາຊີບປະຊາຊົນ ຊຶ່ງແມ່ນຜົວຂອງນາງ ເຢັ່ງ ຢ່າງ ອາຍຸ 32 ປີອາຊີບປະຊາຊົນ ຢູ່ບ້ານໂພນແກ້ວ ເມືອງໄຊຍະບູລີ; ດ້ວຍຄວາມໃຈຮ້າຍຍ້ອນວ່າລູກສາວຜູ້ນີ້ຜ່ານມາເຄີຍລັກເງິນພໍ່ແມ່ຫຼາຍຄັ້ງ, ເວົ້າບໍ່ຟັງຄວາມ ຈາກນັ້ນຜູ້ເປັນແມ່ຈຶ່ງໃຊ້ເຊືອກມັດແຂນໄຂວ່ຫຼັງ ນາງ ເລຍຊົງ ອາຍຸ 8 ປີ (ຜູ້ເປັນລູກສາວ) ຫ້ອຍໄວ້ຮາວຕາກເຄື່ອງຂ້າງເຮືອນ, ເພື່ອໃຫ້ລູກສາວເຂັດຫຼາບ, ຈາກນັ້ນລູກສາວຈຶ່ງໄດ້ສາລະພາບວ່າໄດ້ລັກເອົາເງິນຂອງແມ່ ຈໍານວນ 2.000 ກີບ ທີ່ຢູ່ໃນຖົງເຄື່ອງນັ້ນ. ຫຼັງຈາກນັ້ນ ນາງ ເຢັ່ງ ຢາງ ຜູ້ເປັນແມ່ ໄດ້ຂີ່ລົດນໍາຜົວໄປສົ່ງແຮງງານທີ່ມາເກັບກູ້ໝາກເດືອຍ ແລະ ຜູ້ກ່ຽວກໍໄດ້ຮ້ອງບອກຜູ້ເປັນແມ່ເຖົ້າໃຫ້ແກ້ມັດໃຫ້ນາງ ເລຍ ຊົງ. ເວລານັ້ນໄດ້ມີ ທ້າວ ເອ ຢາງ ຊຶ່ງເປັນນ້ອງຊາຍຂອງ ນາງ ເຢັ່ງ ຢາງ ໄດ້ຜ່ານມາເຫັນຈຶ່ງໄດ້ ຖ່າຍຄຣິບ ເອົາລົງ ເຟສບຸກ ຂອງຕົນເອງ ແລະ ເປັນຜູ້ຊ່ວຍແກ້ເຊືອກໃຫ້ ນາງ ເລຍ ຊົງ ດ້ວຍຄວາມປອດໄພ. 
ແຕ່ຕໍ່ເຫດການດັ່ງກ່າວນັ້ນ ຊຶ່ງໄດ້ມີຫຼາຍຄົນໄດ້ເຂົ້າມາສະແດງຄວາມຄິດເຫັນຫຼາຍຢ່າງ ໂດຍສະເພາະແມ່ນສະແດງຄວາມຄິດເຫັນຕໍ່ກັບການກະທໍາຂອງຜູ້ໃຫຍ່ ຕໍ່ເດັກນ້ອຍທີ່ໄຮ້ດຽງສາ. ດັ່ງນັ້ນ, ໃນວັນທີ 25 ພະຈິກ ຜ່ານມາ ເພື່ອເປັນການປົກປ້ອງສິດທິເດັກທີ່ຖືກໃຊ້ຄວາມຮຸນແຮງຈາກ ຜູ້ປົກຄອງ, ສັງຄົມ. ໂດຍໄດ້ຮັບການຊີ້ນໍາຈາກຄະນະປະຈໍາພັກແຂວງ, ສະນັ້ນ, ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງຈຶ່ງໄດ້ລົງໄປແກ້ໄຂ ພ້ອມທັງເຮັດບົດບັນທຶກ ສຶກສາອົມຮົມ ໃຫ້ກັບຜູ້ປົກຄອງ, ຜູ້ທີ່ຖ່າຍຄຣິບ ຢູ່ທີ່ບ້ານໂພນແກ້ວ ເມືອງໄຊຍະບູລີ ແລະ ໄດ້ໃຫ້ທ້າວ ເອ ຢາງ ຜູ້ເປັນອາວທີ່ຖ່າຍຄຣິບນັ້ນ, ຖ່າຍເອົາຄຣິບການສາລະພາບ ແລະ ຄໍາຂໍໂທດຂອງຜູ້ເປັນພໍ່ທີ່ມີການກະທໍາທາລຸນລູກ, ເອີ້ນວ່າທໍາເກີນກວ່າເຫດນັ້ນ ມາຊີ້ແຈງ ແລະ ຂໍໂທດຕໍ່ການຈັດຕັ້ງ ແລະ ສັງຄົມໃຫ້ຊາບເຖິງເຫດການໃນຄວາມເປັນຈິງ.
ຂ່າວ-ພາບ: ມະໄລວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກມາຖະແຫຼງຂ່າວຊີ້ແຈງກ່ຽວກັບສະພາບໄຟໄໝ້ລາມປ່າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປ່າໄມ້ ແລະ ຕ້ານໄຟໄໝ້ລາມປ່າ ໃນໄລຍະ 3 ເດືອນຜ່ານມາ (ມັງກອນ-ມີນາ 2026).
ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຂຶ້ນໃນວັນທີ 3 ເມສານີ້ ທີ່ສະໂມສອນກະຊວງ ປກສ ໂດຍການເປັນປະທານຂອງທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງ ປກສ, ພະນັກງານປະຕິວັດອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ