![]() |
ການຊ້ອມໃຫຍ່ເດີນສວນສະໜາມໃນຄັ້ງນີ້, ເພື່ອກວດກາຄວາມພ້ອມຮອບດ້ານຄັ້ງສຸດທ້າຍຂອງທຸກກ້ອນກໍາລັງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ພ້ອມພຽງກັນໂດຍພື້ນຖານ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດໃນມື້ສະແດງຕົວຈິງໃນວັນທີ 2 ທັນວາ 2025 ທິີ່ໃກ້ຈະມາເຖິງນີ້ ເພື່ອເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະ 50 ປີຜ່ານມາໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງສົມກຽດ.
![]() |
ໂອກາດນີ້, ບັນດາການນຳພັກ-ລັດ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກກ້ອນກຳລັງທີ່ໄດ້ສຸມທຸກຄວາມພະຍາຍາມເອົາໃຈໃສ່ໃນການຝຶກຊ້ອມຕະຫຼອດໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າມີຄວາມພ້ອມພຽງກັນ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມນີ້, ຍັງມີບາງບັນຫາທີ່ການນຳພັກ-ລັດສະເໜີໃຫ້ກ້ອນກຳລັງຂອງມວນຊົນ, ບັນດາກະຊວງເອົາໃຈໃສ່ຕື່ມ ເປັນຕົ້ນໄລຍະຫ່າງຂອງກ້ອນກຳລັງ, ໄລຍະຫ່າງລະຫວ່າງຄົນກັບຂະບວນລົດ ພ້ອມທັງຮັກສາຮູບແຖວໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ.
![]() |
ທັງນີ້, ເພື່ອເຮັດໃຫ້ການສະເຫຼີມ ສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີດຳເນີນໄປຢ່າງຈົບງາມ ແລະ ປະສົບຜົນສໍາເລັດຕາມເປົ້າໝາຍ.
![]() |
(ຂ່າວ-ພາບ: ວັນເພັງ)




ຄໍາເຫັນ