ຊົມເຊີຍຜົນສໍາເລັດ ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

ຕອນບ່າຍວັນທີ 7 ມັງກອນ 2024, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ລະຫວ່າງວັນທີ 6-7 ມັງກອນຜ່ານມາ, ຕາມຄໍາເຊີນຂອງສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ.
ອອກສົ່ງຄະນະຜູ້ແທນຢູ່ສະໜາມບິນສາກົນໂນ້ຍບ່າຍ, ມີສະຫາຍ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ສະຫາຍ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສສຫວຽດນາມ ປະຈໍາ ສປປລາວ ພ້ອມດ້ວຍຜູ້ຕາງໜ້າບັນດາກົມ ຂອງກະຊວງການຕ່າງປະເທດ, ທ່ານ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍບັນດາພະນັກງານ ສະຖານທູດລາວ ປະຈຳຫວຽດນາມ.
ໃນໄລຍະການຢ້ຽມຢາມ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ໄດ້ໄປວາງພວງມາລາ ທີ່ ອະນຸສາວະລີ ນັກຮົບນິລະນາມ ແລະ ສຸສານ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບຕໍ່ນັກຮົບປະຕິວັດຜູ້ເສຍສະຫຼະຊີວິດເພື່ອປະເທດຊາດ ໃນປາງສົງຄາມ ແລະ ຕໍ່ຄຸນງາມຄວາມດີຂອງ ປະທານ ໂຮ່ຈິມິນ.
ສະຫາຍ ສອນໄຊ ສີພັນດອນ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແລະ ສະຫາຍ ເວືອງ ດິ່ງ ເຫວ້ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ພ້ອມນັ້ນ, ສອງ ນາຍົກລັດຖະມົນຕີ ກໍໄດ້ເຂົ້າຮ່ວມບັນດາກິດຈະການຕ່າງໆເຊັ່ນ: ພິທີຕ້ອນຮັບຢ່າງເປັນທາງການ, ກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື ລະຫວ່າງ ສອງປະເທດ, ກອງປະຊຸມຮ່ວມມືການລົງທຶນລາວ - ຫວຽດນາມ ປີ 2024, ເປັນປະທານຮ່ວມກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46, ພົບປະກັບນັກສຶກສາລາວ ແລະ ຫວຽດນາມ.
ໃນບັນດາການພົບປະຕ່າງໆ, ບັນດາສະຫາຍການນຳ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມທາງການ ທີ່ ສສ ຫວຽດນາມ ໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງ ສະຫາຍ ສອນໄຊ ສີພັນດອນ ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຕີລາຄາສູງບັນດາໝາກຜົນອັນດີງາມທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະທີ່ຜ່ານມາ ໂດຍສະເພາະ ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໜັກແໜ້ນ, ເສດຖະ ກິດ ມີການຟື້ນຟູ ແລະ ຂະຫຍາຍຕົວຢ່າງຕໍ່ເນືຶ່ອງ.
ພ້ອມກັນນັ້ນ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ຄະນະຜູ້ແທນຂັ້ນສູງລັດຖະບານລາວ ໃນຄັ້ງນີ້; ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ຫວຽດນາມ ຄັ້ງທຳອິດໃນຖານະຕຳແໜ່ງໃໝ່ຂອງຕົນ. ສອງນາຍົກກໍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມ, ຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.
ກ່ຽວກັບທິດທາງການຮ່ວມມືໃນໄລຍະຕໍ່ໜ້າ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນພົບປະ ແລະ ການພົວພັນ ລະຫວ່າງ ການນໍາຂັ້ນສູງ, ລວມມີສັນຍາຮ່ວມມືຍຸດທະສາດ ລາວ - ຫວຽດນາມ ໄລຍະ 2021-2030, ສັນຍາຮ່ວມມືສອງຝ່າຍ ລາວ - ຫວຽດນາມ ໄລຍະ 2021-2025 ແລະ ຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ລາວ - ຫວຽດນາມ ປີ 2024.
ສອງຝ່າຍ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງພື້ນຖານເສດຖະກິດ ລາວ - ຫວຽດນາມໂດຍສະເພາະ ແມ່ນລະບຽບລະບອບການ, ການເງິນ, ໂຄງລ່າງການຂົນສົ່ງ, ພະລັງງານ, ໂທລະຄົມ, ການທ່ອງທ່ຽວ...
ພ້ອມນີ້, ການນຳຫວຽດນາມ ຢືນຢັນຄວາມພ້ອມທີ່ຈະໜູນຊ່ວຍລາວ ປະຕິບັດໜ້າທີ່ຄວາມຮັບຜິດຊອບສາກົນ ໃນປີ 2024 ໄດ້ຮັບຜົນສໍາເລັດ, ໃນນັ້ນ ມີບົດບາດເປັນປະທານອາຊຽນ.
ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການຂອງສອງປະເທດ ໄດ້ລົງນາມເອກະສານຮ່ວມມື 4 ສະບັບລວມມີ: 1. ອະນຸສັນຍາ ວ່າດ້ວຍການຮ່ວມມືຄຸ້ມຄອງ, ປ້ອງກັນຊາຍແດນ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, 2. ບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ແລະ ຫ້ອງວ່າການລັດຖະບານ ຫວຽດນາມ ໄລຍະ 2024-2025, 3. ແຜນການຮ່ວມມືປະຈໍາປີ 2024 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລະ 4. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາ ແລະ ເຊື່ອມໂຍງພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ.
ໃນກອງປະຊຸມຮ່ວມມືການລົງທຶນ ລາວ - ຫວຽດນາມ, ນາຍົກລັດຖະມົນຕີລາວ ແລະ ນາຍົກລັດ ຖະມົນຕີ ຫວຽດນາມ ໄດ້ເປັນສັກຂີພິຍານພິທີມອບໃບຢັ້ງຢືນການລົງທຶນ ລະຫວ່າງ ບັນດາອົງການ, ນັກລົງທຶນ, ວິສາຫະກິດ ຂອງສອງປະເທດ ລາວ ແລະ ຫວຽດນາມ ໃນຂົງເຂດການເງິນ, ກະສິກຳ ແລະ ການຂຸດຄົ້ນແຮ່ທາດ.
ຕອນເຊົ້າວັນທີ 7 ມັງກອນ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ແລະ ສະຫາຍ ຟ້າມມິງຈິງ ໄດ້ເປັນປະທານຮ່ວມກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46. ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ແລກປ່ຽນ ແລະ ເຫັນດີເປັນເອກະພາບ ບັນດາເນື້ອໃນຕີລາຄາຕໍ່ຜົນສໍາເລັດ ຂອງການປະຕິບັດໃນຊຸມປີຜ່ານມາ, ພິເສດ ແມ່ນບັນດາບັນຫາທີ່ສອງຝ່າຍ ໄດ້ແກ້ໄຂຢ່າງຂາດຕົວ, ບັນດາຂໍ້ຄົງຄ້າງ, ວິທີແກ້ໄຂ ແລະ ທິດທາງໃໝ່ ໃນປີ 2024.
ໃນໄລຍະຢ້ຽມຢາມ ຫວຽດນາມ, ສະຫາຍ ນາງ ວັນດາລາ ສີພັນດອນ ພັນລະຍາ ຂອງສະຫາຍ ນາຍົກລັດຖະມົນຕີລາວ ແລະ ສະຫາຍ ນາງ ເລຖິບິກເຈີນ ພັນລະຍາຂອງ ສະຫາຍ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມສະຖາບັນການສຶກສາ ແລະ ໝູ່ບ້ານຫັດຖະກຳທ້ອງຖິ່ນ ຢູ່ແຂວງຖາຍບິ່ງ, ບັນ ດາສະຖານທີ່ວັດທະນະທຳ ຢູ່ຮ່າໂນ້ຍ ອີກດ້ວຍ.
ໂດຍ: ສີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ