ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວ,ນະຄອນຄຸນໝິງ ສປຈີນ ຂໍເຊີນຊວນທ່ານເຂົ້າຮ່ວມງານ

ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວ,ນະຄອນຄຸນໝິງ ສປຈີນ ຂໍເຊີນຊວນທ່ານເຂົ້າຮ່ວມງານ

ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວ,ນະຄອນຄຸນໝິງ ສປຈີນ ຂໍເຊີນຊວນທ່ານເຂົ້າຮ່ວມງານ
ໃນຂະນະທີ່ສຽງຮ້ອງຂອງນົກນາງນວນປຸກແສງສະຫວ່າງຕອນເຊົ້າແຄມທະເລສາບດຽນຊື່,ໃນຂະນະທີ່ກິ່ນຫອມຂອງດອກໄມ້ໃນຕະຫຼາດໂຕໜານ ລອຍອົບອວຍຕາມຖະໜົນຫົນທາງ ແລະ ໃນຂະນະທີ່ສຽງເສບຂອງລະຄອນໂອເປຣາຢຸນນານຍັງຄົງກ້ອງຢູ່ໃນຮ່ອມເຮືອນບູຮານ,ນະຄອນຄຸນໝິງເປັນເມືອງທີ່ປະສົມປະສານຄວາມງາມທາງດ້ານນິເວດວິທະຍາ,ສະເໜ່ທາງວັດທະນະທຳ ແລະ ຄວາມອົບອຸ່ນຂອງຊີວິດປະຈຳວັນເພື່ອເຊື້ອເຊີນເພື່ອນມິດທົ່ວໂລກຢ່າງຈິງໃຈ. ເລີ່ມຈາກມື້ນີ້ເປັນຕົ້ນໄປ,ກິດຈະກຳຊຸດການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ຈະສຸມໃສ່"ການຮ່ວມສ້າງເລື່ອງລາວຄຸນໝິງກັບທົ່ວໂລກ,ໂດຍຜ່ານປະສົບການແບບເຈາະເລິກຕະຫຼອດສີ່ລະດູການ,ເປີດການສົນທະນາລະຫວ່າງຄຸນໝິງກັບໂລກ.ປີ 2026,ເມືອງລະດູບານໃໝ່ຂໍເຊີນທ່ານເຂົ້າຊົມ! ອັນໃດຄືສະເຫນ່ຂອງຄຸນໝິງ?-ເມືອງທີ່ເປັນ"ຫ້ອງຮັບແຂກໃນເມືອງ"ທີ່ເນັ້ນຄວາມເປັນທຳມະຊາດ ແລະ ວັດທະນະທໍາຢູ່ຮ່ວມກັນຢ່າງກົມກຽວ. ຄວາມງາມຂອງຄຸນໝິງນອນຢູ່ໃນການຈັດວາງພູເຂົາແລະສາຍນ້ຳທີ່ງົດງາມ.ຄື້ນຂອງທະເລສາບ ດຽນຊື່,ສີຂຽວສົດໃສຂອງພູຊີຊານແລະ ພື້ນທີ່ດຳລົງຊີວິດທີ່ງົດງາມທີ່ເຊື່ອມຕໍ່ກັນດ້ວຍເສັ້ນທາງສີຂຽວຍາວຮ້ອຍລີ້ ເຮັດໃຫ້ "ອາລະຍະທຳນິເວດວິທະຍາ"ກາຍເປັນສ່ວນໜຶ່ງທີ່ເຫັນໄດ້ຊັດເຈນຂອງຊີວິດປະຈຳວັນ. ສະເໜ່ຂອງນະຄອນຄຸນໝິງແມ່ນຢູ່ໃນການປະສົມປະສານທາງວັດທະນະທຳ.ຈາກເພງຮ້ອງທີ່ບໍ່ເຄີຍຢຸດຢ່ອນຂອງມະຫາວິທະຍາໄລແຫ່ງຊາດສະຫະພັນຕາເວັນຕົກສຽງໃຕ້ຈົນເຖິງສຽງມ້າຍ້ຳພື້ນທີ່ດັງກ້ອງກັນວານໃນເສັ້ນທາງ ຊາມ້າກູເຕົາ;ຈາກຄວາມຫຼາກຫຼາຍອັນມີຊີວິດຊີວາຂອງ 26 ຊົນເຜົ່າຈົນເຖິງບົດບາດໃໝ່ໃນຍຸກສະໄໝຂອງທາງລົດໄຟລາວ-ຈີນ,ການເປີດກວ້າງ ແລະ ການຍອມຮັບເປັນສາຍທານແຫ່ງພັນທຸກຳທີ່ໄຫຼວຽນໃນສາຍເລືອດຕະຫຼອດການ. ຄວາມອົບອຸ່ນຂອງນະຄອນຄຸນໝິງຢູ່ໃນໃຈຂອງພົນລະເມືອງທົ່ວໄປ.ຄວາມຮ້ອນທີ່ແຮງກ້າຂອງເຂົ້າປຸ້ນ,ຄືນທີ່ມີກິ່ນຫອມອົບອວນຢູ່ຕະຫຼາດດອກໄມ້ໂຕໜານແລະຮອຍຍິ້ມທີ່ບໍ່ຄາດຄິດທີ່ພົບເຫັນຕາມຖະໜົນຫົນທາງ ແລະ ຊອກຊອຍ,ສິ່ງເຫຼົ່ານີ້ລ້ວນປະກອບເປັນຄວາມອົບອຸ່ນທີ່ໜ້າປະທັບໃຈທີ່ສຸດຂອງເມືອງນີ້.
ຊດກດຈະກຳການເຜຍແຜສາກນ"A Letter from Kunmingຍນດຕອນຮບສນະຄອນຄນໝງ"ໄດເປດຕວແລວ,ນະຄອນຄນໝງ ສປຈນ ຂເຊນຊວນທານເຂາຮວມງານ - image 1
 

ໃນເວລານີ້,ເມືອງທີ່ຂຽວຕະຫຼອດປີແຫ່ງນີ້ກຳລັງກະກຽມ"ຫ້ອງຮັບແຂກທົ່ວໂລກ"ຢ່າງພິຖີພິຖັນ.ໂດຍໃຊ້ລະດູການທັງສີ່ເປັນມ້ວນຫນັງສື ແລະ ໃຊ້ການສຳຜັດເປັນປາກກາ,ພວກເຮົາຂໍເຊີນຊວນເພື່ອນໜຸ່ມສາວ ແລະ ຄູ່ຮ່ວມງານຂອງເມືອງຈາກທົ່ວທຸກມຸມໂລກໃຫ້ມາຮ່ວມເປັນຜູ້ຟັງ,ຜູ້ມີປະສົບການ ແລະ ຜູ້ຮ່ວມສ້າງເລື່ອງລາວຂອງຄຸນໝິງ.

"ເມືອງລະດູໃບໄມ້ປົ່ງຂໍເຊີນຊວນທ່ານ"-ການເດີນທາງເລົ່າເລື່ອງທີ່ໜ້າຈົດຈຳຜ່ານທັງສີ່ລະດູການ

ຄຳເຊີນຂອງພວກເຮົາຄ່ອຍໆເຜີຍແຜ່ໄປຕາມຈັງຫວະຂອງທຳມະຊາດ ແລະ ຈັງຫວະທວງທຳນອງຂອງວັດທະນະທຳ:

ສັນຍາໃນລະດູບານໃໝ່-ທົ່ວໂລກຕ້ອນຮັບບຸນກຸດຈີນ:ຖືເອົາບຸນກຸດຈີນເປັນໂອກາດ,ພວກເຮົາຂໍເຊີນຊວນຊາວໜຸ່ມທົ່ວໂລກມານະຄອນຄຸນໝິງເພື່ອສະເຫຼີມສະຫຼອງບຸນກຸດຈີນແລະມາສຳຜັດຄວາມອົບອຸ່ນຂອງ"ບ້ານ"ແລະ ການປະສົມປະສານຂອງອາລະຍະທຳໃນແສງແດດທີ່ອົບອຸ່ນ ແລະ ຊີວິດປະຈຳວັນ.

ຊອກຫາລົດຊາດໃນລະດູຮ້ອນ·ລົດຊາດທີ່ເຊື່ອມຕໍ່ກັບໂລກ:ຕາມກິ່ນຫອມຫວານຂອງກາເຟທີ່ອົບອຸ່ນ,ກິ່ນຫອມຂອງເຫັດໃນປ່າແລະການເດີນທາງທົ່ວໂລກຂອງດອກໄມ້ຊໍ່ໜຶ່ງ,ສຳຫຼວດຄວາມລັບທາງດ້ານນິເວດວິທະຍາ ແລະ ຄວາມມີຊີວິດຊີວາທາງອຸດສາຫະກຳທີ່ຢູ່ເບື້ອງຫຼັງຜະລິດຕະພັນຂອງນະຄອນຄຸນໝິງ.

ສີຂຽວສົດໃສຂອງລະດູໃບໄມ້ຫຼົ່ນ,ຮ່ວມກັບການປົກປັກຮັກສາສິ່ງແວດລ້ອມ, ກາຍເປັນ "ຜູ້ສັງເກດການດ້ານລະບົບນິເວດ",ສຳຫຼວດພື້ນທີ່ຊຸ່ມນ້ຳ, ເສັ້ນທາງສີຂຽວ, ແລະ ເມືອງຟອງນ້ຳ, ຮ່ວມເປັນພະຍານ ແລະ ເລົ່າເລື່ອງລາວແນວທາງປະຕິບັດທີ່ມີນະວັດຕະກຳຂອງນະຄອນຄຸນໝິງເທິງເສັ້ນທາງແຫ່ງການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ.

ຊດກດຈະກຳການເຜຍແຜສາກນ"A Letter from Kunmingຍນດຕອນຮບສນະຄອນຄນໝງ"ໄດເປດຕວແລວ,ນະຄອນຄນໝງ ສປຈນ ຂເຊນຊວນທານເຂາຮວມງານ - image 2
 

ທິວທັດທີ່ກົມກຽວ ແລະ ງົດງາມໃນລະດູໜາວ,ບ່ອນທີ່ໝູ່ເພື່ອນຈາກທົ່ວທຸກມຸມໂລກມາເຕົ້າໂຮມກັນຢູ່ນະຄອນຄຸນໝິງ.ລວມເອົາເລື່ອງລາວ ແລະ ອາລົມຕ່າງໆຂອງຕະຫຼອດປີລວມເຂົ້ານຳກັນ ເພື່ອນຳສະເໜີເມືອງຄຸນໝິງທີ່ມີຮູບແບບສາມມິຕິທີ່ແທ້ຈິງ ແລະ ອົບອຸ່ນຕໍ່ທົ່ວໂລກ.

ບົດບາດຂອງທ່ານນັ້ນກ້ວາງໄກກວ່າການເປັນພຽງນັກທ່ອງທ່ຽວ-ມາກາຍເປັນ"ຜູ້ຮ່ວມສ້າງເລື່ອງລາວແຫ່ງເມືອງ"ຂອງນະຄອນຄຸນໝິງໄປນຳກັນງ.

ຢູ່ທີ່ນີ້, ທ່ານສາມາດເປັນ:

ນັກປະສົບການທີ່ເຈາະເລິກ:ທ່ອງບົດກະວີຢູ່ຫໍຕ້າກວນ,ສຳຫຼວດໝູ່ບ້ານຊົນເຜົ່າຢຸນນານເພື່ອສຳຜັດກັບຮີດຄອງປະເພນີທີ່ຫຼາກຫຼາຍ,ຂີ່ລົດຖີບຕາມເສັ້ນທາງສີຂຽວ ດຽນຊື່ ແລະ ເພີດເພີນກັບຊີວິດກາງຄືນທີ່ແທ້ຈິງທີ່ສຸດຂອງນະຄອນຄຸນໝິງໃນຕະຫຼາດກາງຄືນ ແລະ ລະຄອນໜ້າເດີ່ນບ້ານ.

ນັກເລົ່າເລື່ອງທ່ານໜຶ່ງ: ໃຊ້ເລນກ້ອງ ແລະ ພາສາຂອງທ່ານໃນການບັນທຶກຊ່ວງເວລາຂອງການພົບພານກັນກັບນະຄອນຄຸນໝິງ,ມຸມມອງຂອງທ່ານຈະເຮັດໃຫ້ເລື່ອງລາວສາກົນຂອງເມືອງອຸດົມສົມບູນຍິ່ງຂຶ້ນ.

ຜູ້ຮ່ວມສ້າງວາລະການສົນທະນາ: ການແບ່ງສະຕິປັນຍາ ແລະ ການປະກອບສ່ວນແນວຄິດທົ່ວໂລກເຂົ້າໃນການພັດທະນາຕົວເມືອງແບບຍືນຍົງຜ່ານການສຳມະນາດ້ານນິເວດວິທະຍາ ແລະ ການສົນທະນາຂອງຊາວໜຸ່ມ.

ຜູ້ເຊື່ອມຕໍ່ມິດຕະພາບ:ນັ່ງຂະບວນມິດຕະພາບຂອງທາງລົດໄຟລາວ-ຈີນ,ກາຍເປັນທູດການແລກປ່ຽນວັດທະນະທຳ,ເຮັດໃຫ້ເຄື່ອຂ່າຍມິດຕະພາບຂອງຄຸນໝິງຂະຫຍາຍອອກຢ່າງຕໍ່ເນື່ອງ.

ໃນປີ 2026,ນະຄອນຄຸນມິງໄດ້ກະກຽມພູຜາປ່າໄມ້,ທະເລສາບ,ດອກໄມ້ທີ່ມີກິ່ນຫອມ,ທຳນອງເພງ ແລະ ຊາຮ້ອນເພື່ອຕ້ອນຮັບທ່ານ.ພວກເຮົາຂໍເຊີນທ່ານມາເພີດເພີນກັບທິວທັດທີ່ສວຍງາມ,ຊື່ນຊົມກັບຝີມືຂອງມໍລະດົກທາງວັດທະນະທຳທີ່ບໍ່ເປັນວັດຖຸ ແລະ ສຳຜັດກັບຊີວິດປະຈຳວັນໃນນະຄອນຄຸນໝິງ.

ໃນເວລານີ້,ການເຊື້ອເຊີນນີ້ຂ້າມທະເລ ແລະ ພູເຂົາມາຮອດທ່ານ.

ປີ 2026,ຍິນດີຕ້ອນຮັບສູ່ນະຄອນຄຸນໝິງ.

[ວິທີການເຂົ້າຮ່ວມ]

ພວກເຮົາຂໍເຊີນຊວນເພື່ອນມິດສະຫາຍຈາກທົ່ວທຸກມຸມໂລກເຂົ້າຮ່ວມຊຸດກິດຈະກຳຮ່ວມກັນສ້າງສັນ "A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ" ໃນຫຼາກຫຼາຍຮູບແບບ!

ໝູ່ເພື່ອນຕ່າງປະເທດໃນນະຄອນຄຸນໝິງສາມາດຮ່ວມກັນແບ່ງປັນສະຖານທີ່ທີ່ໜ້າສົນໃຈ ແລະ ຕ້ອງໄປທ່ຽວຊົມທີ່ສຸດໃນນະຄອນຄຸນມິງໃຫ້ກັບໝູ່ເພື່ອນທົ່ວໂລກ,ພ້ອມທັງເຊີນຊວນມາເມືອງລະດູໃບໄມ້ປົ່ງ,ຜ່ານຊ່ອງທາງເຊັ່ນ:Weibo ແລະ Douyin ພ້ອມກັບ hashtag #春城有请 .

ໝູ່ເພື່ອນຈາກທົ່ວທຸກມຸມໂລກສາມາດໃຊ້ເວທີສື່ສັງຄົມຕ່າງປະເທດເຊັ່ນ: Facebook, X, TikTok, ແລະ YouTube ເພື່ອແບ່ງປັນການລໍຄອຍຂອງຕົນເອງຜ່ານການໃຊ້ hashtag #ALetterfromKunming,ບັນທຶກປະສົບການທີ່ດີເລີດຂອງທ່ານກັບນະຄອນຄຸນໝິງແລະລົງທະບຽນເຂົ້າຮ່ວມກິດຈະກຳສຳຜັດປະສົບການສີ່ລະດູການກັບ "A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ".

ສະແກນລະຫັດ QR ເພື່ອຕິດຕາມກິດຈະກຳ ແລະ ເບິ່ງລາຍລະອຽດກິດຈະກຳ ແລະ ແນວທາງໃນການເຂົ້າຮ່ວມໄດ້ທີ່ໜ້າຫຼັກ.ໃນຂະນະດຽວກັນ,ທ່ານຍັງສາມາດຕິດຕາມຂໍ້ມູນຂ່າວສານເພີ່ມຕື່ມໄດ້ທີ່ບັນຊີ Weibo ແລະ Douyin ຢ່າງເປັນທາງການຂອງ "ສູນຂໍ້ມູນຂ່າວສານຄຸນໝິງ",ພ້ອມທັງເວທີສື່ສັງຄົມຕ່າງປະເທດເຊັ່ນ Facebook, X, TikTok, ແລະ YouTube, ເພື່ອຮັບຂໍ້ມູນລ່າສຸດກ່ຽວກັບກິດຈະກຳ ແລະ ເຂົ້າຮ່ວມໃນການສ້າງເລື່ອງລາວຂອງຄຸນໝິງໄປພ້ອມກັນ.

ຊດກດຈະກຳການເຜຍແຜສາກນ"A Letter from Kunmingຍນດຕອນຮບສນະຄອນຄນໝງ"ໄດເປດຕວແລວ,ນະຄອນຄນໝງ ສປຈນ ຂເຊນຊວນທານເຂາຮວມງານ - image 3
 

ຄູ່ມືການເຂົ້າຮ່ວມຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"

ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ແບ່ງອອກເປັນ 4 ຫົວຂໍ້ຄື:"ລະດູບານໃໝ່,ລະດູຮ້ອນ,ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ". ພວກເຮົາຂໍເຊີນຊວນເພື່ອນມິດສະຫາຍຈາກທົ່ວທຸກມຸມໂລກມາຮ່ວມງານກັບພວກເຮົາທີ່ຄຸນໝິງ ແລະ ແບ່ງປັນຄວາມງາມຂອງຄຸນໝິງຜ່ານສາຍຕາຂອງທ່ານ!

I. ວິທີການເຂົ້າຮ່ວມ

1. ການເຜີຍແຜ່ຮ່ວມກັນແບບອອນລາຍ.

ເຜີຍແຜ່ເນື້ອຫາຕົ້ນສະບັບກ່ຽວກັບຫົວຂໍ້ຂອງເມືອງຄຸນໝິງຜ່ານຊ່ອງທາງທີ່ກຳນົດໄວ້, ໂດຍກວມເອົາທິວທັດ, ຮີດຄອງປະເພນີ, ອາຫານ ແລະ ປະສົບການຊີວິດ, ໃນຮູບແບບວິດີໂອສັ້ນໆ, ຂໍ້ຄວາມ ແລະ ຮູບພາບ, ພ້ອມທັງການຖ່າຍທອດສົດ.

ຊ່ອງທາງສື່ສັງຄົມຕ່າງປະເທດເຊັ່ນ: Facebook, X, TikTok, ແລະ YouTube ດ້ວຍ hashtag #ALetterfromKunming

ຊ່ອງທາງສື່ສັງຄົມພາຍໃນປະເທດຈີນເຊັ່ນ:Weiboແລະ Douyin,ໂດຍໃຊ້ hashtag #SpringCityWelcomes

2. ປະສົບການອອບໄລນ໌ແບບເຈາະເລິກ

ສຳຜັດປະສົບການເມືອງຄຸນໝິງໂດຍກົງ, ດຳລົງຊີວິດໃນສະເໜ່ຂອງເມືອງ ແລະບັນທຶກເລື່ອງລາວຂອງທ່ານເອງກ່ຽວກັບເມືອງລະດູບານໃໝ່.ແລ້ວສົ່ງເລື່ອງລາວຂອງທ່ານໄປຍັງຊ່ອງທາງສື່ສັງຄົມທີ່ໄດ້ກ່າວມາຂ້າງເທິງ.ຖ້າທ່ານຕ້ອງການເຂົ້າຮ່ວມກິດຈະກຳຕ່າງໆຕາມຫົວຂໍ້, ຮັບຄຳແນະນຳກ່ຽວກັບສະຖານທີ່ເຊັກອິນ ຫຼື ຂໍ້ຄວາມຊ່ວຍເຫຼືອທີ່ກ່ຽວຂ້ອງອື່ນໆ, ກະລຸນາຕິດຕໍ່ພວກເຮົາທາງຂໍ້ຄວາມສ່ວນຕົວຜ່ານຊ່ອງທາງທາງການ.

3. ການຮ່ວມສ້າງກິດຈະກຳຕະຫຼອດທັງສີ່ລະດູການ

ໃນປີ 2026,ກິດຈະກຳດັ່ງກ່າວຈະໝູນວຽນຢູ່ອ້ອມຮອບສີ່ລະດູການຄື "ລະດູບານໃໝ່,ລະດູຮ້ອນ,ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ", ເຊິ່ງຈະເປີດກິດຈະກຳປະສົບການແບບປະສົມປະສານທາງອອນລາຍ ແລະ ອອບໄລນ໌ເປັນປະຈຳ.ໂດຍຈະມີການປະກາດຮັບສະມັກເຂົ້າຮ່ວມກິດຈະກຳຢ່າງຕໍ່ເນື່ອງຜ່ານຊ່ອງທາງທາງການ ແລະ ພວກເຮົາຂໍເຊີນເພື່ອນມິດສະຫາຍຈາກທົ່ວທຸກມຸມໂລກເຂົ້າຮ່ວມສ້າງປະສົບການໄປນຳກັນ.

II. ຊ່ອງທາງສອບຖາມແລະຂໍ້ມູນທາງການ

1.ຊ່ອງທາງພາຍໃນປະເທດຈີນ:ສູນຂໍ້ມູນຂ່າວສານຄຸນໝິງ(ເວັບໄຊທ໌ທາງການ,Weibo, Douyin,ບັນຊີວິດີໂອ,ບັນຊີທາງການ WeChat)

2. ຊ່ອງທາງສາກົນ: KunmingInformationHub (Facebook,X,Ins), InKunming (TikTok, YouTube)

3.ວິທີການສອບຖາມ:ສົ່ງຂໍ້ຄວາມສ່ວນຕົວໄປຫາບັນຊີທາງການທີ່ກ່ຽວຂ້ອງໃນແຕ່ລະແພລດຟອມແລະພະນັກງານຈະຕອບກັບພາຍໃນ 3 ມື້ເຮັດວຽກ.

4. ການຕິດຕາມການອັບເດດຂອງກິດຈະກຳ:ຂໍ້ມູນກ່ຽວກັບກິດຈະກຳສະເພາະຕາມລະດູການ,ການແນະນຳຜົນງານທີ່ໂດດເດັ່ນ,ຜົນປະໂຫຍດຂອງຜູ້ສ້າງ ແລະ ເລື່ອງອື່ນໆທີ່ກ່ຽວຂ້ອງຈະສືບຕໍ່ໄດ້ຮັບການອັບເດດ ແລະ ປ່ອຍອອກມາໃນຊ່ອງທາງທາງການຕ່າງໆ.ກະລຸນາຕິດຕາມ.

III. ຂໍ້ກຳນົດກ່ຽວກັບເນື້ອຫາ ແລະ ສິດທິຂອງຜູ້ສ້າງ

1.ຜົນງານທີ່ສົ່ງເຂົ້າປະກວດຕ້ອງເປັນເນື້ອຫາຕົ້ນສະບັບທີ່ມີຄຸນຄ່າໃນທາງບວກ. ຫ້າມລະເມີດລິຂະສິດ ແລະ ການເຜີຍແຜ່ທີ່ບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ. ຜົນງານທີ່ສົ່ງເຂົ້າປະກວດຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທ້ອງຖິ່ນ ແລະ ແນວທາງການດໍາເນີນງານຂອງແຕ່ລະແພລດຟອມ.

2. ຜູ້ຈັດງານຈະຄັດເລືອກ ແລະ ແນະນຳຜົນງານທີ່ມີຄຸນນະພາບສູງເປັນປະຈຳ. ໂດຍການສົ່ງຜົນງານ,ຜູ້ສົ່ງຕົກລົງເຫັນດີໃຫ້ມີການເຜີຍແຜ່ ແລະ ວາງສະແດງຕໍ່ສາທາລະນະ. ຜູ້ຈັດງານຈະມອບໃບຢັ້ງຢືນຜູ້ສ້າງຮ່ວມທີ່ດີທີ່ສຸດ "A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ ປີ 2026" ໃຫ້ແກ່ຜູ້ສ້າງທີ່ໂດດເດັ່ນຂອງປີ ແລະ ຜູ້ສ້າງແຕ່ລະຄົນຈະໄດ້ຮັບຊຸດຂອງຂວັນທີ່ລະນຶກສຸດພິເສດຈາກຄຸນໝິງ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ