ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ
ພິທີເປີດໂຕຢ່າງເປັນທາງການລິຂະສິດຖ່າຍທອດສົດບານໂລກ FIFA World Cup 2026 ທີ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນປະທານສະພາບໍລິຫານ ບໍລິສັດ ສະຕາໂທລະຄົມ (ຢູນີເທວ), ມີທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະອໍານວຍການບໍລິສັດຢູນີເທວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ຢນເທວ ໄດຮບລຂະສດຖາຍທອດສດບານໂລກ 2026 ໃຫປະຊາຊນລາວຮບຊມໂດຍບເສຍຄາ - image 1
 
 

ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ພິທີປະກາດການເປັນເຈົ້າຂອງລິຂະສິດການອອກອາກາດ ການແຂ່ງຂັນບານໂລກ FIFA World Cup 2026™ ຢູ່ ສປປ ລາວ ທີ່ຈັດຂຶ້ນໂດຍ ບໍລິສັດ ຢູນີເທວ, ບານໂລກ ຫຼື FIFA World Cup ແມ່ນເຫດການກິລາທີ່ໃຫຍ່ທີ່ສຸດໃນໂລກ, ເປັນເທສະການບານເຕະທີ່ແຟນບານຫຼາຍພັນລ້ານຄົນທົ່ວໂລກຕັ້ງໜ້າລໍຄອຍ. ນີ້ບໍ່ພຽງແຕ່ແມ່ນການແຂ່ງຂັນກິລາເທົ່ານັ້ນ, ແຕ່ຍັງເປັນເຫດການ ການສື່ສານລະດັບໂລກ, ບ່ອນທີ່ເຕັກໂນໂລຊີ, ໂທລະພາບ, ອິນເຕີເນັດ, ໂທລະສັບມືຖື ແລະ ແພລັດຟອມດີຈີຕອນຕ່າງໆ ໄດ້ມີສ່ວນຮ່ວມເພື່ອນໍາເອົາທຸກໆໄລຍະຂອງກິລາບານເຕະມາສູ່ປະຊາຊົນ, FIFA World Cup 2026™ເປັນເຫດການຄັ້ງປະຫວັດສາດ ທີ່ມີຂະໜາດໃຫຍ່ທີ່ສຸດ ຊຶ່ງມີທີມຊາດທັງໝົດ 48 ທີມເຂົ້າຮ່ວມ ແລະ ມີການແຂ່ງຂັນທັງໝົດ 104 ນັດ. ການທີ່ປະຊາຊົນລາວໄດ້ມີໂອກາດຮັບຊົມການແຂ່ງຂັນຢ່າງຄົບຖ້ວນ, ຖືກຕ້ອງຕາມກົດໝາຍ, ມີຄຸນນະພາບ ແລະ ສະດວກສະບາຍນັ້ນແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດອັນໜຶ່ງ ແລະ ບໍລິສັດ ຢູນີເທວ ໄດ້ປະກາດຢ່າງເປັນທາງການ ໃນການເປັນຜູ້ຖືລິຂະສິດການອອກອາກາດ FIFA World Cup 2026™ ຢູ່ ສປປ ລາວ. ພິເສດ, ຢູນີເທວ ຍັງໄດ້ມອບສິດໃຫ້ປະຊາຊົນລາວໄດ້ເບິ່ງການຖ່າຍທອດສົດຄົບທັງໝົດ 104 ນັດ ໂດຍບໍ່ເສຍຄ່າ 100% ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມ, ນໍ້າໃຈຮັບໃຊ້ຊຸມຊົນ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງຢູນີເທວ ທີ່ມີຕໍ່ປະຊາຊົນລາວ ແລະ ເປັນເຫດການທີ່ມີຄວາມໝາຍສໍາຄັນໃນຫຼາຍດ້ານ: ໜຶ່ງ) ໃນການນໍາເອົາເນື້ອຫາລະດັບສາກົນທີ່ມີຄຸນນະພາບສູງ ແລະ ຖືກລິຂະສິດມາສູ່ປະ ຊາຊົນລາວຜ່ານແພລັດຟອມທີ່ທັນສະໄໝ, ເມື່ອປະຊາຊົນເຂົ້າເຖິງເນື້ອຫາທີ່ເປັນທາງການ, ຖືກຕ້ອງຕາມກົດໝາຍ ແລະ ມີຄຸນນະພາບບໍ່ພຽງແຕ່ປົກປ້ອງສິດຂອງຜູ້ຊົມເທົ່ານັ້ນ, ແຕ່ຍັງປະກອບສ່ວນສ້າງສະພາບແວດລ້ອມການສື່ສານທີ່ປອດໃສ, ສີວິໄລ ແລະ ເຄົາລົບລິຂະສິດອີກດ້ວຍ. ສອງ) ເຫດການນີ້ສະແດງໃຫ້ເຫັນເຖິງບົດບາດທີ່ສໍາຄັນຂອງໂຄງລ່າງພື້ນຖານໂທລະຄົມມະນາຄົມ, ອິນເຕີເນັດ ແລະ ແພລັດຟອມດີຈີຕອນເຂົ້າໃນຊີວິດສັງຄົມ. ປັດຈຸບັນ, ປະຊາຊົນບໍ່ພຽງແຕ່ເບິ່ງໂທລະພາບຕາມຮູບແບບດັ້ງເດີມ, ແຕ່ຍັງມີຄວາມຕ້ອງການເບິ່ງຜ່ານໂທລະສັບມືຖື, ຄອມພິວເຕີ, Smart TV, ເວັບໄຊ, ແອັບພລິເຄຊັນ ແລະ ອຸປະກອນອື່ນໆ. ດັ່ງນັ້ນ, ການທີ່ຢູນີເທວຂຸດຄົ້ນລິຂະສິດໃນຫຼາຍແພລັດຟອມ ຊຶ່ງລວມມີ LaoTV ແມ່ນທິດທາງທີ່ສອດຄ່ອງກັບທ່າອ່ຽງການຫັນເປັນ ດີຈີຕອນ ແລະ ພຶດຕິກຳການນໍາໃຊ້ບໍລິການດີຈີຕອນຂອງປະຊາຊົນ ແລະ ສາມ) ການຖ່າຍທອດສົດໃຫ້ຊົມໂດຍບໍ່ເສຍຄ່າ ຄົບທັງໝົດ 104 ນັດ ສະແດງໃຫ້ເຫັນເຖິງນໍ້າໃຈຂອງການນໍາໃຊ້ເຕັກໂນໂລຊີ ເພື່ອຮັບໃຊ້ປະຊາຊົນ, ເຕັກໂນໂລຊີຈະມີຄວາມໝາຍຢ່າງແທ້ຈິງ ກໍຕໍ່ເມື່ອມັນຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຄວາມຮູ້, ຂໍ້ມູນຂ່າວສານ, ວັດທະນະທຳ, ການບັນເທີງ ແລະ ຄຸນຄ່າທາງຈິດໃຈທີ່ດີງາມຂຶ້ນກວ່າເກົ່າ, ປະຊາຊົນລາວຈະມີໂອກາດໄດ້ຮ່ວມຊົມເທສະການບານໂລກອັນຍິ່ງໃຫຍ່ຢ່າງສະດວກສະບາຍ, ຖືກກົດໝາຍ ແລະ ມີຄຸນນະພາບ.

ຢນເທວ ໄດຮບລຂະສດຖາຍທອດສດບານໂລກ 2026 ໃຫປະຊາຊນລາວຮບຊມໂດຍບເສຍຄາ - image 2
 

ທ່ານ ພົນໂທ ສາຍໃຈ ກົມມະສິດ ກ່າວຕື່ມວ່າ: ກິລາບານເຕະ ແມ່ນກິລາທີ່ມີພະລັງດຶງດູດຢ່າງແຮງກ້າແຕ່ລະນັດການແຂ່ງຂັນ ບໍ່ພຽງແຕ່ນໍາມາຊຶ່ງຄວາມມ່ວນຊື່ນ ບັນເທີງ, ແຕ່ຍັງສ້າງແຮງບັນດານໃຈກ່ຽວກັບນໍ້າໃຈສາມັກຄີ, ລະບຽບວິໄນ, ຄວາມມຸ່ງໝັ້ນບຸກບືນ ແລະ ຄວາມປາຖະໜາຢາກໄດ້ໄຊຊະນະ ແລະ ບັນດາຄຸນຄ່າທີ່ດີງາມຂອງກິລາ ສາມາດແຜ່ຂະຫຍາຍໄປສູ່ແຕ່ລະຄອບຄົວ, ແຕ່ລະໂຮງຮຽນ, ແຕ່ລະຊຸມຊົນ ແລະ ໂດຍສະ ເພາະແມ່ນຄົນຮຸ່ນໃໝ່ໄດ້ຢ່າງເຂັ້ມແຂງກວ່າເກົ່າ, ເມື່ອປະຊາຊົນລາວໄດ້ຮັບຊົມການແຂ່ງຂັນລະດັບໂລກທີ່ມີຊື່ສຽງ ແລະ ມີຄຸນນະພາບສູງເຊັ່ນ: FIFA World Cup, ຄວາມຮັກໃນກິລາ ແລະ ຄວາມຮັກໃນບານເຕະ ຈະຖືກຫຼໍ່ຫຼອມໃຫ້ແຂງແກ່ນຂຶ້ນ. ຈາກນັ້ນ, ຂະບວນການຝຶກແອບກິລາໃນໝູ່ປະຊາຊົນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ ແລະ ຊຸມຊົນ ຈະມີແຮງຜັກດັນໃນການພັດທະນາຕື່ມອີກ ແລະ ປະເທດຊາດຈະພັດທະນາໄດ້ແມ່ນຕ້ອງມີຊັບພະ ຍາກອນມະນຸດທີ່ແຂງແຮງ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ. ກິລາ ຊ່ວຍຍົກລະດັບສຸຂະພາບ, ຝຶກຝົນຈິດໃຈ ສ້າງນໍ້າໃຈລວມໝູ່, ຮຽນຮູ້ການເຄົາລົບກະຕິກາ ແລະ ດໍາລົງຊີວິດໃນທາງບວກຫຼາຍຂຶ້ນ ແລະ ຢູນີເທວ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບອົງການຄຸ້ມຄອງລັດ, ສະຖານີໂທລະພາບແຫ່ງຊາດລາວ, ພາກສ່ວນເຕັກນິກ, ສື່ມວນຊົນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການອອກອາກາດຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມລະບຽບການ, ຖືກຕ້ອງຕາມຂອບເຂດລິຂະສິດ, ມີຄວາມປອດໄພ, ມີຄຸນນະພາບ ແລະ ມີປະສິດທິຜົນ.

ຢນເທວ ໄດຮບລຂະສດຖາຍທອດສດບານໂລກ 2026 ໃຫປະຊາຊນລາວຮບຊມໂດຍບເສຍຄາ - image 3
 

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ