ຢຸນນານ ປະຕູສໍາຄັນຂອງຈີນເພື່ອເຊື່ອມໂຍງເສດຖະກິດກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້

ຢຸນນານ ປະຕູສໍາຄັນຂອງຈີນເພື່ອເຊື່ອມໂຍງເສດຖະກິດກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້

ຢຸນນານ ປະຕູສໍາຄັນຂອງຈີນເພື່ອເຊື່ອມໂຍງເສດຖະກິດກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້
ໂດຍ: ບຸນຕຽງ ຈັນທະວົງ ຢຸນນານ ແມ່ນແຂວງທີ່ຕັ້ງຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ມີຊາຍແດນຕິດກັບ ລາວ, ຫວຽດນາມ ແລະ ມຽນມາ ຊຶ່ງຖືເປັນຂົວຕໍ່ ຫຼື ເປັນປະຕູສໍາຄັນເພື່ອເຊື່ອມໂຍງເສດຖະກິດຈີນກັບອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ, ລວມເຖິງອາຊີໃຕ້, ທັງເປັນແຂວງແນວໜ້າທີ່ມີບົດບາດສໍາຄັນພາຍໃຕ້ຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະ ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ແມ່ນໜຶ່ງໃນ 20 ກວ່າເຂດທົດລອງການຄ້າເສລີຂອງຈີນ.

 

 

ເພື່ອສ້າງໃຫ້ກາຍເປັນແຂວງເຊື່ອມໂຍງທາງດ້ານເສດຖະກິດສໍາຄັນທີ່ສຸດ. ແຂວງຢຸນນານ ໄດ້ເອົາໃຈໃສ່ພັດທະນາຕົນເອງຕາມແຜນຍຸດທະສາດທີ່ກໍານົດໄວ້ ໂດຍສະເພາະແຜນຍຸດທະສາດທີ່ເນັ້ນໃສ່ການພັດທະນາອາຫານສີຂຽວ, ພະລັງງານສີຂຽວ ແລະ ເປັນຈຸດໝາຍປາຍທາງໃນການຮັກສາສຸຂະພາບ, ການສ້າງ ຢຸນນານດີຈີຕອນ, ການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ ກໍຄື ການພັດທະນາເສດຖະກິດ ແລະ ການຄ້າກັບຕ່າງປະເທດ ແລະ ອື່ນໆ ໂດຍສຸມໃສ່ຈັດສັນແຜນພັດທະນາທີ່ມີຢ່າງກະແຈກກະຈາຍ ເຊັ່ນ: ແຜນພັດທະນາດ້ານຄົມມະນາຄົມ, ແຜນພັດທະນາໂລຈີສຕິກນະຄອນຄຸນໝິງ, ເຂດເສດຖະກິດພາກກາງຢຸນນານ ແລະ ອື່ນໆ ໃຫ້ເຂົ້າເປັນລະບົບ, ທັງສອດຄ່ອງກັບຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຕາມແຜນລະດັບຊາດຂອງຈີນ.

ຄຽງຄູ່ກັນນີ້ໄດ້ພັດທະນາເຂດຊາຍແດນເຊື່ອມຕໍ່ກັບປະເທດໃກ້ຄຽງ ຄື: ເມືອງຣຸ້ຍລີ້ ຕິດກັບມຽນມາ, ເມືອງບໍ່ຫານຕິດກັບລາວ ແລະ ເມືອງເຫີໂຂວ ຕິດກັບຫວຽດນາມ. ທັງ 3 ເຂດດັ່ງກ່າວປຽບຄືດັ່ງ ປະຕູສໍາຄັນ 3 ປ່ອງທໍາອິດຂອງແຂວງຢຸນນານທີ່ເປີດສູ່ອາຊຽນ ແລະ ອາຊີໃຕ້ ເຮັດໃຫ້ການພັດທະນາພື້ນຖານໂຄງລ່າງມີຫຼາຍໂຄງການພົ້ນເດັ່ນ, ໃນນີ້ ລວມທັງການສ້າງແລວເສດຖະກິດ 4 ເສັ້ນທາງ ຄື: ຄຸນໝິງ-ກຸງເທບ, ຄຸນໝິງ-ຮ່າໂນ້ຍ, ຄຸນໝິງ-ຢາງກຸ້ງ ແລະ ຄຸນໝິງ-ກັລກັດຕາ. ເວົ້າສະເພາະຜ່ານດິນແດນປະເທດລາວທີ່ພົ້ນເດັ່ນແມ່ນເສັ້ນທາງ R3A ຊຶ່ງເປັນເສັ້ນທາງຕາມແລວເສດຖະກິດເໜືອ-ໃຕ້ ທີ່ນອນໃນຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງເພື່ອເຊື່ອມການຂົນສົ່ງທາງບົກລະຫວ່າງນະຄອນຄຸນໝິງ-ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ ທີ່ນອນໃນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອເຊື່ອມຕໍ່ຈາກຈີນ-ລາວ-ໄທ ແລະ ປະເທດໃນພາກພື້ນໄດ້ຢ່າງສະດວກສະບາຍ.

ຈາກການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ການສ້າງແຂວງໃຫ້ກາຍເປັນປະຕູສໍາຄັນເພື່ອເຊື່ອມໂຍງເສດຖະກິດເຮັດໃຫ້ການຮ່ວມມືຮອບດ້ານລະຫວ່າງແຂວງຢຸນນານກັບອາຊຽນ ນັບມື້ໄດ້ຮັບຜົນສໍາເລັດ. ແຂວງຢຸນນານໄດ້ສະໜັບສະໜູນການເຕີບໂຕດ້ານການຄ້າຕ່າງປະເທດຢ່າງເຂັ້ມແຂງ ຍ້ອນການຮ່ວມມືທີ່ເລິກເຊິ່ງກັບອາຊຽນທີ່ເນັ້ນເຖິງຄວາມເຂັ້ມແຂງຂອງສາຍພົວພັນທາງດ້ານເສດຖະກິດຈີນ-ອາຊຽນ.

ອາຊຽນເປັນຄູ່ຄ້າໃຫຍ່ທີ່ສຸດຂອງແຂວງຢຸນນານເປັນເວລາ 20 ປີຕິດຕໍ່ກັນ. ໃນປີ 2024, ຍອດມູນຄ່າການຄ້າລະຫວ່າງແຂວງຢຸນນານ ກັບ ອາຊຽນ ບັນລຸ 109.32 ຕື້ຢວນ. ສ່ວນໄຕມາດທີ 1 ປີ 2025 ມູນຄ່າການຄ້າສອງຝ່າຍບັນລຸ 23.96 ຕື້ຢວນ. ໃນຈໍານວນສິນຄ້າທັງໝົດຂອງປີ 2024 ແຂວງຢຸນນານໄດ້ນໍາເຂົ້າສິນຄ້າກະສິກໍາຈາກອາຊຽນ 3.22 ຕື້ຢວນ, ເພີ່ມຂຶ້ນ 26.5% ເມື່ອທຽບກັບປີ 2023 ແລະ ການສົ່ງອອກສິນຄ້າກະສິກໍາບັນລຸເຖິງ 2.98 ຕື້ຢວນ, ເພີ່ມຂຶ້ນ 23.1%. ໃນນີ້, ການສົ່ງອອກໝາກໄມ້ ແລະ ໝາກຖົ່ວເພີ່ມຂຶ້ນ 132.6% ເມື່ອທຽບໃສ່ປີ 2023 ເຮັດໃຫ້ແຂວງຢຸນນານ ສືບຕໍ່ເປັນຕະຫຼາດສົ່ງອອກສິນຄ້າກະສິກໍາສໍາຄັນທີ່ສຸດຂອງອາຊຽນ.

ເວົ້າສະເພາະການຮ່ວມມືລະຫວ່າງແຂວງຢຸນນານ ແລະ ລາວ. ຢຸນນານ ແມ່ນແຂວງດຽວຂອງຈີນທີ່ມີຊາຍແດນຕິດກັບພາກເໜືອຂອງລາວ, ທັງເປັນປະຕູທາງບົກທໍາອິດທີ່ລາວຕ້ອງຜ່ານເຂົ້າໄປຈີນ ແລະ ຈີນຕ້ອງຜ່ານເຂົ້າມາລາວ. ລາວ-ຈີນ ແມ່ນສອງປະເທດຄູ່ຮ່ວມຊາຕາກໍາ, ການລົງທຶນຂອງຈີນຢູ່ລາວຫຼາຍເປັນອັນດັບທີ 1 ແລະ ຈີນແມ່ນຄູ່ຄ້າທີ່ໃຫຍ່ອັນດັບ 2 ຂອງລາວ.

ອີງຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນຂອງລາວ ໃຫ້ຮູ້ວ່າ: ປັດຈຸບັນການລົງທຶນຂອງຈີນຢູ່ລາວມີທັງໝົດ 900 ກວ່າໂຄງການ, ມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ໂດລາ, ໃນນີ້ ກວມອັດຕາສ່ວນຫຼາຍກວ່າໝູ່ແມ່ນນັກລົງທຶນຈາກແຂວງຢຸນນານ, ສ່ວນດ້ານການຄ້າລະຫວ່າງລາວ-ຈີນ, ສ່ວນໃຫຍ່ແມ່ນຮູບແບບການຄ້າຊາຍແດນ ໂດຍສະເພາະການຄ້າລະຫວ່າງລາວກັບແຂວງຢຸນນານ ໂດຍປະຕິບັດພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ຈີນ, ສັນຍາການຄ້າອາຊີ-ປາຊີຟິກ, ສັນຍາ RCEP, ສິນຄ້າທີ່ໄດ້ຮັບບຸລິມະສິດພິເສດ-ໂກຕາ ແລະ ສິດທິພິເສດດ້ານອັດຕາພາສີນຳເຂົ້າ ເປັນຕົ້ນ: ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກທັງໝົດໄປຈີນ ເຮັດໃຫ້ມູນຄ່າການຄ້າລະຫວ່າງແຂວງຢຸນນານ ແລະ ລາວ ເພີ່ມຂຶ້ນທຸກປີ ໂດຍສະເພາະນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາໄດ້ປະກອບສ່ວນສໍາຄັນເຮັດໃຫ້ມູນຄ້າການຄ້າຂອງສອງຝ່າຍເພີ່ມຂຶ້ນແບບກ້າວກະໂດດ.

ຍ້ອນການຮ່ວມມືລະຫວ່າງລາວກັບແຂວງຢຸນນານ ນັບມື້ໄດ້ຮັບໝາກຜົນຕົວຈິງ. ສະນັ້ນ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບທີ 2 (2024-2028) ໄດ້ກໍານົດເອົາຢຸນນານ ເປັນໜຶ່ງໃນບັນດາແຂວງ (ເຂດ, ນະຄອນ) ຂອງຈີນເປັນຈຸດສຸມໃນການຮ່ວມມືກັບລາວ ໂດຍມີເສັ້ນທາງລົດໄຟ ລາວ-ຈີນ ເປັນຕົວຂັບເຄື່ອນທີ່ສໍາຄັນ, ໄປພ້ອມໆ ກັບການຈັດຕັ້ງຜັນຂະຫຍາຍ “ຂອບການຮ່ວມມືວ່າດ້ວຍການສ້າງແລວເສດຖະກິດລາວ-ຈີນ 2019-2030 ແລະໂຄງການຮ່ວມມືອື່ນໆ ທີ່ສອງປະເທດລາວ ແລະ ຈີນ ໄດ້ຕົກລົງຮ່ວມກັນ.

ສາມາດເວົ້າໄດ້ວ່າ ແຂວງຢຸນນານຂອງຈີນ ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງໃນການເປີດປະຕູສູ່ພາຍນອກລະດັບສູງ ແລະ ການສ້າງໃຫ້ກາຍເປັນແຂວງເຊື່ອມໂຍງຈີນກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້. ຜົນສໍາເລັດດັ່ງກ່າວເປັນການຢືນຢັນໃຫ້ເຫັນຢ່າງຈະແຈ້ງວ່າ ໂຊກຊາຕາຂອງມວນມະນຸດ ມີທັງການບິແບ່ງຄວາມຜາສຸກ ແລະ ຄວາມທຸກນຳກັນ, ບັນດາປະເທດມີຜົນປະໂຫຍດຕິດພັນກັນຢ່າງແໜ້ນແຟ້ນ, ຜົນສໍາເລັດທີ່ໄດ້ມາ ບໍ່ພຽງແຕ່ເຮັດໃຫ້ການພັດທະນາ ແຂວງຢຸນນານ ນັບມື້ຈະເລີນກ້າວໜ້າ ຍັງປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄືໃນອາຊຽນ ແລະ ພາກພື້ນ ຕື່ມອີກ.

ຈີນ ມີດິນແດນອັນກວ້າງໃຫຍ່ໄພສານ ຊຶ່ງປະເທດອ້ອມຂ້າງເປັນພື້ນຖານອັນສຳຄັນໃນການບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ທັງເປັນຂໍກຸນແຈສໍາຄັນໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດນໍາອີກ. ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການນໍາພາທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນ, ຈີນໄດ້ສະເໜີແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ ມີມິດຕະພາບຕໍ່ກັນ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຄວາມໂອບເອື້ອອາລີຕໍ່ກັນ.

ຈີນ ຢືນຢັນຢ່າງໜັກແໜ້ນກ່ຽວກັບການເປີດປະຕູສູ່ພາຍນອກລະດັບສູງ ແລະ ການສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ, ສຸມຄວາມພະຍາຍາມກັບປະເທດອ້ອມຂ້າງເພື່ອລົງເລິກການຮ່ວມມືຢ່າງຮອບດ້ານ, ເພີ່ມທະວີການແລກປ່ຽນໃນຂົງເຂດຕ່າງໆ ແລະ ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຢ່າງສະເໝີຕົ້ນສະເໝີປາຍ. ສະນັ້ນ, ຈາກແນວທາງທີ່ຖືກຕ້ອງດັ່ງກ່າວ ເຊື່ອແນ່ວ່າ ການຮ່ວມມືຮອບດ້ານລະຫວ່າງຈີນກັບລາວ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືລະຫວ່າງແຂວງຢຸນນານ ກັບລາວ ກໍຄືປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຈະນັບມື້ໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງຝ່າຍຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ