ວິສາຫະກິດອຸດສາຫະກຳເບົາຂອງຈີນສ້າງກຳໄລໄດ້ຫຼາຍກວ່າ 1,000 ຕື້ຢວນ

11 ເດືອນປີ 2024ວິສາຫະກິດອຸດສາຫະກຳເບົາຂອງຈີນສ້າງກຳໄລໄດ້ຫຼາຍກວ່າ 1,000 ຕື້ຢວນ

ຂ່າວສານຊີອາໄອລາຍ ຫວ່າງມໍ່ໆມານີ້, ສະຫະພັນອຸດສາຫະກຳເບົາຈີນແຈ້ງໃຫ້ຮູ້ວ່າ: ໃນ 11 ເດືອນຂອງປີ 2024, ການຜະລິດຂອງອຸດສາຫະກຳເບົາຂອງຈີນໄດ້ມີການເຕີບໂຕຢ່າງໝັ້ນທ່ຽງ, ວິສາຫະກິດອຸດສາຫະກຳເບົາຂະໜາດໃຫຍ່ຂອງຈີນສາມາດສ້າງຜົນກຳໄລໄດ້ຫຼາຍກວ່າ 1,000 ຕື້ຢວນ.

 

ພາຍໃຕ້ການກະຕຸກຊຸກຍູ້ຂອງນະໂຍບາຍຮັກສາການເຕີບໂຕ ແລະ ກະຕຸ້ນການອຸປະໂພກ-ບໍລິໂພກ ເຊັ່ນ: ຊື່ເຄື່ອງໃໝ່ໂດຍເອົາເຄື່ອງເກົ່າໄປຫັກລາຄາ ເປັນຕົ້ນ, ການຜະລິດອຸດສາຫະກຳເບົາຂອງຈີນໄດ້ມີການເຕີບໂຕຢ່າງໝັ້ນທ່ຽງ, ຂະໜາດຕະຫຼາດການຄ້າພາຍໃນ ແລະ ຕ່າງປະເທດໄດ້ຮັບການຂະຫຍາຍຕົວກວ້າງອອກຢ່າງໝັ້ນທ່ຽງ, ການລົງທຶນໄດ້ຟື້ນຟູໂດຍໄວ ແລະ ໄດ້ຮັບຜົນກຳໄລດີຂຶ້ນຢ່າງຕໍ່ເນື່ອງ.

ໃນ 11 ເດືອນຂອງປີ 2024, ວິສາຫະກິດອຸດສາຫະກຳເບົາຂະໜາດໃຫຍ່ຂອງຈີນໄດ້ສ້າງລາຍຮັບໃນທຸລະກິດ20,600 ຕື້ຢວນ ແລະ ໄດ້ຮັບຜົນກຳໄລ 1,320 ຕື້ຢວນ, ເພີ່ມຂຶ້ນ 9,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຈັງຫວະການເຕີບໂຕສູງກວ່າອຸດສາຫະກຳທົ່ວປະເທດ 13.8%.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ທ່ານ ຕາຕັງ ຍູເລຍໂນ ເຈົ້າໜ້າທີ່ອາວຸໂສຈາກກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍ ວາງແຜນທີ່ຈະນຳເຂົ້ານ້ຳຕານ 3.1 ລ້ານໂຕນ ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳໃນປີ 2026. ໂດຍປະລິມານການນຳເຂົ້ານີ້ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຂະແໜງການຜະລິດເປັນຫຼັກ, ໂດຍເນັ້ນໜັກວ່າລັດຖະບານບໍ່ມີແຜນການທີ່ຈະນຳເຂົ້ານ້ຳຕານສຳລັບການບໍລິໂພກໃນຄົວເຮືອນ.
ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.
ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ, ສ ເກົາຫຼີ ໄດ້ສໍາເລັດການຍ້າຍສະຖານທີ່ທໍານຽບປະທານາທິບໍດີຢ່າງເປັນທາງການ ໂດຍໄດ້ຍ້າຍກັບຄືນສູ່ຊົງວະແດອີກຄັ້ງ ພາຍຫຼັງຖືກຍ້າຍໄປຢູ່ບ່ອນໃໝ່ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບປະທານາທິບໍດີ ສ ເກົາຫຼີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.
ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: ກອງກຳລັງຕຳຫຼວດສິງກະໂປ (SPF) ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜູ້ກະທໍາຜິດໃນຄະດີສໍ້ໂກງ ຫຼື ອາຊະຍາກໍາທີ່ກ່ຽວຂ້ອງກັບການຫຼອກລວງໃນສິງກະໂປ ອາດຈະປະເຊີນກັບການລົງໂທດດ້ວຍການທຸບຕີດ້ວຍໄມ້ຄ້ອນ (caning) ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 30 ທັນວາ 2025 ເປັນຕົ້ນໄປ, ພາຍໃຕ້ກົດ ໝາຍອາຍາສະບັບປັບປຸງ 2025 ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນເດືອນພະຈິກທີ່ຜ່ານມາ.
ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
ເພີ່ມເຕີມ