ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນກາງໄດ້ເລີ່ມຕົ້ນຈາກການ ວາງ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້ ຫຼື ທີ່ຮູ້ກັນວ່າກົດເຫຼັກ 8 ຂໍ້ຂອງສູນກາງ, ຢຶດໝັ້ນ ແຕ່ເທິງລົງລຸ່ມ, ຂັ້ນເທິງນຳພາຂັ້ນລຸ່ມ, ໄດ້ແກ້ໄຂບັນຫາທີ່ວ່າ ພາຍໃຕ້ສະພາບການໃໝ່, ການກໍ່ສ້າງແບບແຜນຄວນສຸມໃສ່ຫຍັງ ແລະ ເຮັດແນວໃດ.
ເມື່ອມາດຕະການດັ່ງກ່າວໄດ້ຮັບ ການຈັດຕັ້ງປະຕິບັດ, ແບບແຜນຂອງພັກ ແລະ ການປົກຄອງໄດ້ມີການປ່ຽນແປງອັນໃໝ່ອ່ຽມ. ພັກກອມມູນິດຈີນໄດ້ຮັບຄວາມໄວ້ວາງໃຈ ແລະ ການສະຫນັບສະຫນູນຈາກປະຊາຊົນ ດ້ວຍໂສມໜ້າໃໝ່ແຫ່ງການກໍ່ສ້າງແບບແຜນ. ກົດເຫຼັກ 8 ຂໍ້ໄດ້ກາຍເປັນ “ນາມບັດສີຄຳ” ແຫ່ງການຄຸ້ມຄອງພັກ ແລະ ການກໍ່ສ້າງພັກ, ທັງເປັນລະຫັດສຳຄັນແຫ່ງການປົກ ຄອງປະເທດຈີນ.
13 ປີຜ່ານມານີ້, ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ ຊຶ່ງເຫັນໄດ້ດ້ວຍຕາເປົ່າເຊັ່ນ: ເຂົ້າໜົມໄຫວ້ພະຈັນທີ່ຫຸ້ມຫໍ່ ຢ່າງຫຼູຫຼາ, ສະໂມສອນສ່ວນຕົວທີ່ເຊື່ອງຢູ່ໃນເຂດທີວທັດສວຍງາມ ແລະ ອື່ນໆຄ່ອຍໆຈາງຫາຍອອກຈາກສາຍຕາ,ສິ່ງທີ່ເຂົ້າແທນທີ່ນັ້ນແມ່ນ “ການກິນອາຫານໝົດ ຈານໃນການກິນດື່ມທາງການ ແລະ ຂີ່ລົດເບົາທີ່ມີຜູ້ຕິດຕາມໜ້ອຍໃນເວລາລົງໄປເຄື່ອນ ໄຫວຄົ້ນຄວ້າ”. ສິ່ງທີ່ໜ້າອັດສະຈັນຂອງກົດເຫຼັກ 8 ຂໍ້ແມ່ນຢູ່ທີ່ວ່າ ມັນບໍ່ພຽງແຕ່ຄຸ້ມຄອງເລື່ອງໃຫຍ່ເທົ່ານັ້ນ, ຍິ່ງຄຸ້ມຄອງເລື່ອງນ້ອຍ, ຈາກມາດຕະຖານດ້ານການກິນດື່ມທາງການຮອດແບບສະບັບໃນການອອກເດີນທາງລ້ວນແຕ່ໄດ້ຈັດຕັ້ງປະຕິບັດລະບຽບຢ່າງເປັນປົກກະຕິ.
 |
| |
ຂໍຍົກເອົາຂໍ້ມູນໂຕເລກມາເປັນຕົວຢ່າງ: ນັບແຕ່ປີ 2016 ເປັນຕົ້ນມາ, ບັນຫາການ ເຮັດຜິດລະບຽບວິໄນ ແລະ ເສຍທາດຂາດຄຸນທີ່ໃກ້ຕົວປະຊາຊົນ 2,209,000 ຂໍ້ໄດ້ຖືກສືບສວນສອບສວນ, ມີ 1,830,000 ຄົນຖືກປະຕິບັດວິໄນພັກ ແລະ ລົງໂທດທາງບໍລິຫານ, ຈົນຮອດປີ 2024 ຍັງມີ 25,000 ຄົນມອບຕົວຢ່າງເປັນເຈົ້າການ, ເຮັດໃຫ້ຄຳວ່າ “ເສຍທາດຂາດຄຸນ ບໍ່ໄດ້, ບໍ່ກ້າເສຍທາດຂາດຄຸນ ແລະ ບໍ່ຢາກເສຍທາດຂາດຄຸນ” ກາຍເປັນຫຼັກມາດຖານການກະ ທຳທີ່ເຫັນໄດ້ ແລະ ສຳຜັດໄດ້. ການປ່ຽນແປງເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນໃນເອກະສານເທົ່ານັ້ນ, ຍິ່ງໄດ້ເຊື່ອມເລິກເຂົ້າໃນຄວາມຮູ້ສຶກຂອງປະຊາຊົນຄື: ເຈົ້າໜ້າທີ່ພະນັກງານໄດ້ຫ່າງໄກອອກ ຈາກອະພິສິດ ແລະ ເຂົ້າໃກ້ຊິດກັບປະຊາຊົນທົ່ວໄປ; ການຄົບຄ້າສະມາຄົມໄດ້ຫຼຸດໜ້ອຍລົງ ແລະ ການເຮັດແທ້ທຳຈິງຫຼາຍຂຶ້ນ. ກົດເຫຼັກ 8 ຂໍ້ບໍ່ພຽງແຕ່ໄດ້ປ່ຽນແປງປະເທດຈີນເທົ່ານັ້ນ, ຍັງໄດ້ສົ່ງຜົນສະທ້ອນໄປທົ່ວໂລກອີກດ້ວຍ. ບົດຮຽນດ້ານການປົກຄອງດັ່ງກ່າວໄດ້ຂ້າມເສັ້ນ ຊາຍແດນ, ປະເທດສັງຄົມນິຍົມເຊັ່ນ: ຫວຽດນາມ ແລະ ລາວ ເປັນຕົ້ນໄດ້ຖອດຖອນເອົາບົດຮຽນທີ່ຄ້າຍຄືກັນໄປປັບໃຊ້ໂດຍລວມເອົາການປັບປຸງພຶດຕິກຳເຂົ້າໃນລະບົບການປະເມີນການກໍ່ ສ້າງພັກ ຊຶ່ງສາມາດສະກັດກັ້ນການແຜ່ລາມອອກຂອງຊັ້ນຄົນທີ່ມີອະພິສິດ; ໃນເວທີສາກົນ, ກົດເຫຼັກ 8 ຂໍ້ຍິ່ງກາຍເປັນປ່ອງຢ້ຽມສຳຄັນເພື່ອເຂົ້າໃຈການປົກຄອງແບບຈີນ, ຄັງປັນຍາ ແລະ ວິຊາການຫຼາຍປະເທດເຊັ່ນ: ກຳປູເຈຍ, ອີຕາລີ ແລະ ບຣາຊີນ ເປັນຕົ້ນພາກັນຍ້ອງຍໍຈິດໃຈ ແຫ່ງການປະຕິວັດຕົນເອງທີ່ໄດ້ສະແດງອອກໃສໃຫ້ເຫັນ, ປະຊາຊົນຕ່າງປະເທດທີ່ຕອບແບບສອບຖາມເກືອບ 70% ສະແດງທັດສະນະທາງບວກຕໍ່ແນວຄິດ ແລະ ພຶດຕິກຳການຄຸ້ມຄອງ ພັກຢ່າງເຂັ້ມງວດຮອບດ້ານເຊັ່ນ: ພັກກອມມູນິດຈີນລົງເລິກຜັນຂະຫຍາຍຈິດໃຈຂອງກົດເຫຼັກ 8 ຂໍ້ຂອງສູນກາງເປັນຕົ້ນ. ລົມແຫ່ງຄວາມສົດຊື່ນຈາກຈີນດັ່ງກ່າວພວມສະໜອງບົດຮຽນທີ່ ມີປະໂຫຍດໃຫ້ແກ່ການກໍ່ສ້າງພັກການເມືອງ ແລະ ການບໍລິຫານສາທາລະນະທົ່ວໂລກ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນສະໄຫມທີ 20 ວ່າ: “ການຕ້ານການເສຍທາດຂາດຄຸນແມ່ນການຕໍ່ສູ້ສຳຄັນທີ່ເສຍໄຊ ບໍ່ໄດ້ ແລະ ເດັດຂາດບໍ່ສາ ມາດເສຍໄຊໄດ້”, ຄຳປາໄສອັນໜັກແໜ້ນດັ່ງກ່າວໄດ້ສະແດງໃຫ້ ເຫັນເຖິງຄວາມຕັດສິນໃຈ ອັນເດັດດ່ຽວຂອງພັກກອມມູນິດຈີນໃນການລົງໂທດການເສຍທາດຂາດຄຸນ. ພັກການເມືອງໃດໜຶ່ງມີພຽງແຕ່ຮັກສາຈິດໃຈແຕ່ຫົວທີດ້ວຍລະບຽບທີ່ເຄັ່ງຄັດ, ຮັກ ສາຄວາມມີຊີວິດຊີວາດ້ວຍການປະຕິວັດຕົນເອງເທົ່ານັ້ນ ຈຶ່ງສາມາດຮັດແໜ້ນພື້ນຖານການ ກຳອຳນາດການປົກຄອງ, ທັງສາມາດປະກອບສ່ວນຕົວຢ່າງທີ່ມີປະໂຫຍດໃຫ້ແກ່ການຄຸ້ມຄອງພັກການເມືອງທົ່ວໂລກ. ສ່ວນພຶດຕິກຳ “ອັນເຂັ້ມແຂງ” ຂອງລະບຽບພັກຂອງຈີນຍັງສືບຕໍ່ຂຽນຄຳຕອບອັນໃໝ່.
ໂດຍ: ຊີອາໄອ
ຄໍາເຫັນ