2 ທັນວາ ເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນທາງປະຫວັດສາດຂອງຊາດ

2 ທັນວາ ເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນທາງປະຫວັດສາດຂອງຊາດ
ໂດຍ: ວັນເພັງ
ວັນຊາດທີ 2 ທັນວາ ເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນທາງປະຫວັດສາດຂອງຊາດ ກໍຄື ປວງຊົນຊາດທັງຊາດ ທັງເປັນວັນເອກອ້າງທະນົງໃຈ, ຮູ້ບຸນຄຸນຕໍ່ບັນພະບູລຸດ, ນັກຮົບທີ່ເສຍສະຫຼະເລືອດເນື້ອໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າແລະແບບໃໝ່ຈົນສາມາດກອບກູ້ເອົາເອກະລາດປະຊາທິປະໄຕແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975.
ທ່ານ ກາດຳ ອິນທະປັນຍາ ເລຂາພັກບ້ານ ນາຍບ້ານໆໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນໃນໂອກາດວັນຊາດທີ 2 ທັນວາຄົບຮອບ 48 ປີໃກ້ມາເຖິງນີ້ເມື່ອວັນທີ 28 ພະຈິກ ຜ່ານມາວ່າ: ຕະຫຼອດໄລຍະ 48 ປີ ຂ້າພະເຈົ້າມີຄວາມຮູ້ສຶກພູມໃຈ, ດີໃຈຫຼາຍ, ພ້ອມມີຄວາມເອກອ້າງທະນົງໃຈ ແລະ ຮູ້ບຸນຄຸນຕໍ່ວິລະບູລຸດ, ນັກຮົບທີ່ເສຍສະຫຼະເລືອດເນື້ອໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດກອບກູ້ເອົາເອກະລາດ ປະຊາທິປະໄຕ ແລະ  ນຳເອົາໄຊຊະນະ ມາສູ່ປະຊາຊົນໃຫ້ໄດ້ຢູ່ເຢັນເປັນສຸກມາຮອດປັດຈຸບັນ.ຄຽງຄູ່ກັນນັ້ນ, ເພື່ອໃຫ້ມີຄວາມໝາຍເລິກເຊິ່ງ ແລະ ກວ້າງຂວາງ ໃນແຕ່ລະປີ ທາງພາກສ່ວນກ່ຽວຂ້ອງຕ່າງໆກໍໄດ້ມີການຈັດຫວນຄືນມູນເຊື້ອຂອງວັນສຳຄັນດັ່ງກ່າວ ແລະ ອື່ນໆ. ພ້ອມນັ້ນ, ແຕ່ລະສໍານັກງານອົງການກໍໄດ້ມີການປະດັບປະດາທຸງທິວ, ທຸກຊາດ, ທຸກພັກພ້ອມເຮັດອະນາໄມສຳນັກງານ, ບ້ານເຮືອນ, ຖະໜົນຫົນທາງໃຫ້ມີຄວາມສະອາດງາມຕາ, ມີການຮັກສາຄວາມສະຫງົບ ແລະ ຄວາມປອດໄພ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
ທ່ານ ກາດຳອິນທະປັນຍາກ່າວຕື່ມວ່າ: ສໍາລັບພາຍໃນບ້ານໂພນທອງ ຊຶ່ງກໍຄືທຸກໆປີກໍຈະມີກິດຈະກຳຕ່າງໆ ເພື່ອຂໍ່ານັບຮັບຕ້ອນ ໂດຍສະເພາະໃກ້ຈະຮອດວັນດັ່ງກ່າວ ກໍໄດ້ຍົກສູງວຽກງານ ປະຊາສຳພັນໃຫ້ປະຊາຊົນພາຍໃນບ້ານຂອງຕົນໃຫ້ເອົາໃຈໃສ່ ເປັນເຈົ້າການຮັກສາຄວາມສະຫງົບ, ຄວາມປອດໄພ, ຮ່ວມກັນອອກແຮງງານອະນາໄມລວມທຸກໆວັນເສົາ (ເສົາແດງ) ແລະ ເນັ້ນໃຫ້ທຸກໆຄອບຄົວເອົາໃຈໃສ່ອະນາໄມເດີ່ນບ້ານ, ໜ້າເຮືອນຂອງຕົນໃຫ້ສະອາດງາມຕາ ໂດຍສະເພາະຄອບຄົວທີ່ມີເຮືອນຢູ່ແຄມທາງຍິ່ງຕ້ອງເອົາໃຈໃສ່ໃນການປະດັບປະດາ ຕິດທຸງຊາດ, ທຸງພັກ, ທຸງທິວ ໃຫ້ສວຍງາມ. ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບບ້ານ ອອກເວນຍາມບ້ານໃຫ້ເຂັ້ມງວດ ຕະຫຼອດ 24 ຊົ່ວໂມງ ເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ແລະ ຍັງຮຽກຮ້ອງໃຫ້ປະຊາຊົນມີສ່ວນຮ່ວມເປັນຫູເປັນຕາຊ່ວຍກັນຕ້ານປະກົດການຫຍໍ້ທໍ້ອາດເກີດຂຶ້ນໃນທຸກໆຮູບແບບ.
ໃນໂອກາດວັນຊາດ ທີ 2 ທັນວາ ໃກ້ມາເຖິງນີ້ ທ່ານ ກາດຳອິນທະປັນຍາຕາງໜ້າໃຫ້ຄະນະບ້ານກໍຄື ປະຊາຊົນບ້ານໂພນທອງ ຂໍອວຍພອນໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ທຸກຊັ້ນຄົນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຈະເລີນຜາສຸກ ແລະ ຂໍອວຍພອນຄະນະນໍາທຸກຂັ້ນ, ການນໍາພັກ-ລັດຈົ່ງມີສຸຂະພາບພາລະນາໄມແຂງແຮງສືບຕໍ່ຊີ້ນຳ-ນຳພາ ປະເທດຊາດໃຫ້ມີຄວາມຮຸ່ງເຮືອງສິວິໄລຕະຫຼອດໄປ.
              ວັນຊາດທີ 2 ທັນວາ ໝັ້ນຍື່ນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນານີ້,
ເປີດນໍາໃຊ້ລະບົບພາສີທັນສະໄໝ

ເປີດນໍາໃຊ້ລະບົບພາສີທັນສະໄໝ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ພິທີປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ ແຂວງ​ສາ​ລະ​ວັນ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026, ທີ່ຕາແສງພູຖ້ຳພວງ, ໂດຍມີ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊົນແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ