![]() |
ກອງປະຊຸມໃນຄັ້ງນີ້, ມີຈຸດປະສົງເພື່ອແລກປ່ຽນປະສົບການ, ບົດຮຽນ ແລະ ຜົນງານໃນການຈັດຕັ້ງປະຕິບັດວຽກງານໄອຍະການ ໃນແຕ່ລະຂົງເຂດ ໂດຍສະເພາະວຽກງານຄຸ້ມຄອງການປະຕິບັດກົດໝາຍ, ການດຳເນີນຄະດີອາຍາ, ຄະດີແພ່ງ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ ເພື່ອຊອກຫາແນວທາງແກ້ໄຂບັນຫາ ແລະ ຍົກສູງຄຸນນະພາບການປະຕິບັດໜ້າທີ່ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ໃນກອງປະຊຸມ ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຜັດປ່ຽນກັນ ລາຍງານສະພາບຈຸດພິເສດຂອງແຂວງ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານໄອຍະການໃນໄລຍະຜ່ານມາ, ຫຼັງຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ສະເໜີບົດລາຍງານ, ແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນຈາກການປະຕິບັດວຽກງານຕົວຈິງ ດ້ວຍຄວາມເປີດກວ້າງ ແລະ ສ້າງສັນ ເພື່ອນຳເອົາບົດຮຽນທີ່ດີໄປປັບໃຊ້ໃນການປະຕິບັດວຽກງານຂອງແຕ່ລະຂະແໜງ.
ກອງປະຊຸມແລກປ່ຽນບົດຮຽນຮອບດ້ານໃນຄັ້ງນີ້ ຖືເປັນໂອກາດອັນດີໃນການສ້າງຄວາມສາມັກຄີ, ເສີມສ້າງການຮ່ວມມື ແລະ ຄວາມສຳພັນອັນດີລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໃຫ້ນັບມື້
ແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນ.(ຂ່າວ:ບຸນມາ)

ຄໍາເຫັນ