ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະມາຄົມຜູ້ຄ້າຂາຍພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາຂອງມຽນມາລາຍງານວ່າ, ການສົ່ງອອກພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາໃນໄລຍະສາມເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ສູງເກີນ 1 ລ້ານໂຕນ, ສ້າງລາຍຮັບໄດ້ຫຼາຍກວ່າ 538 ລ້ານໂດລາ.
ບົດລາຍງານລະບຸວ່າ: ມຽນມາສົ່ງອອກພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາໄປຍັງຫຼາຍກວ່າ 26 ປະເທດ, ໂດຍມີຕະຫຼາດຫຼັກເຊັ່ນ: ອິນເດຍ, ໄທ ແລະ ຈີນ. ພືດຕະກຸນຖົ່ວ ແລະ ໝາກຖົ່ວຝັກຍາວແມ່ນພືດທີ່ປູກຫຼາຍທີ່ສຸດອັນດັບ 2 ຮອງຈາກເຂົ້າ ຊຶ່ງກວມເອົາປະມານ 20% ຂອງເນື້ອທີ່ກະສິກຳທັງໝົດຂອງມຽນມາ.
ຄໍາເຫັນ