![]() |
ອາການຂອງພະຍາດໄຂ້ຍຸງລາຍໂດຍຫຼັກໆມີ 3 ປະເພດຄື: 1. ໄຂ້ຍຸງລາຍບໍ່ມີອາການເຕືອນ: ພະຍາດໄຂ້ຍຸງລາຍໂດຍທົ່ວໄປແມ່ນມີອາການຄ້າຍຄືໄຂ້ຫວັດ ແລະ ມີອາການປະມານ 2-7 ມື້. ຕາມປົກກະຕິແລ້ວຈະສະແດງອາການພາຍຫຼັງຍຸງກັດ 4-10 ມື້.
![]() |
ອາການຂອງໄຂ້ຍຸງລາຍບໍ່ມີອາການເຕືອນ ຈະມີໄຂ້ສູງ ແລະ ມີຢ່າງໜ້ອຍ 2 ອາການ ໃນອາການທີ່ຈະເວົ້າມານີ້ຄື: ເຈັບຫົວ, ເຈັບກະໂບງຕາ, ປວດຮາກ, ຮາກ, ໜ້າຕາແດງ, ຕ່ອມນໍ້າເຫຼືອງໃຫຍ່, ປວດຕາມຂໍ້, ກະດູກ, ກ້າມຊີ້ນ ຫຼື ມີຕຸ່ມຕາມໂຕ; 2. ໄຂ້ຍຸງລາຍມີອາການເຕືອນ: ອາການຂອງໄຂ້ຍຸງລາຍມີອາການເຕືອນແມ່ນ: ເຈັບທ້ອງແຮງ ຫຼື ທ້ອງເບັງ, ຮາກຕະຫຼອດ, ມີອາການອັ່ງນໍ້າ, ເລືອດອອກຕາມເຫຍື່ອເມືອກ, ງ້ວງຊຶມ, ເມື່ອຍແຮງ; 3. ໄຂ້ຍຸງລາຍຮ້າຍແຮງ: ເມື່ອກ້າວເຂົ້າສູ່ໄລຍະອັນຕະລາຍ, ໃນໄລຍະນີ້ຈະໃຊ້ເວລາປະມານ 3-7 ມື້ ພາຍຫຼັງມື້ທຳອິດຂອງອາການໄຂ້. ອາການໄຂ້ຈະເຊົາ ຫຼື ຫຼຸດລົງ ແຕ່ບໍ່ໄດ້ໝາຍຄວາມວ່າຄົນເຈັບຈະເຊົາແລ້ວ. ແຕ່ໃນທາງກົງກັນຂ້າມຄົນເຈັບອາດຈະສາມາດເປັນໄຂ້ຍຸງລາຍຮ້າຍແຮງໄດ້ ຕ້ອງໄດ້ເອົາໃຈໃສ່ຕິດຕາມອາການເຕືອນຕ່າງໆເຊັ່ນ: ຫາຍໃຈໄວ, ມີອາການເຈັບທ້ອງຮຸນແຮງ, ຮາກຫຼາຍເທື່ອຕໍ່ເນື່ອງ, ເລືອດເຟັນແຂ້ວອອກ, ຮາກອອກເລືອດ, ອິດເມື່ອຍ ຫຼື ເຈັບໜ້າເອິກ. ດັ່ງນັ້ນ, ເມື່ອສົງໄສໄຂ້ຍຸງລາຍຮ້າຍແຮງ, ຄົນເຈັບຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດຈາກແພດໝໍໃນທັນທີ.
![]() |
![]() |
||




ຄໍາເຫັນ