34 ປີ ອົງການໄອຍະການປະຊາຊົນ ເຕີບໃຫຍ່ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ

34 ປີ ອົງການໄອຍະການປະຊາຊົນ ເຕີບໃຫຍ່ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ
ໂດຍ: ຄໍາເພັດ ສົມວໍລະຈິດ, ຈະເລີນສິນ ສີພັນດອນ
    ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ(ວັນທີ 9 ມັງກອນ 1990-9 ມັງກອນ 2023) ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຫວນຄືນກ່ອນໜ້ານີ້ 34 ປີ ຊຶ່ງເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງ ສປປ ລາວຢ່າງເປັນທາງການຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງອົງການໄອຍະການປະຊາຊົນ ກໍຄືອົງການໄອຍະການທະຫານໃນຖານະເປັນອົງການລັດທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍໂດຍມີ 2 ພາລະບົດບາດຄື: ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ການປະຕິບັດສິດສັ່ງຟ້ອງ. ໃນການຕິດຕາມກວດກາການປະຕິບັດກົດໝາຍນັ້ນ, ອົງການໄອຍະການປະຊາຊົນ ຕິດຕາມກວດກາທົ່ວໄປ, ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີຂອງສານ ແລະ ຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ.
    ພາຍຫຼັງສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ລັດເຮົາໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍມະຕິຄໍາສັ່ງ ຊຶ່ງໃນເບື້ອງຕົ້ນໄດ້ຖືເອົາຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການຈັບຕົວ, ການສືບສວນ-ສອບສວນ ແລະ ການຕັດສິນຄະດີຜູ້ກະທຳຜິດ ສະບັບເລກທີ 53/ນຍ, ລົງວັນທີ 15 ຕຸລາປີ 1976 ເປັນບ່ອນອີງໃນການເຄື່ອນໄຫວຂອງອົງການຕຸລາການ. ໃນໄລຍະນີ້, ວຽກງານໄອຍະການໄດ້ຮັບການສ້າງຕັ້ງເປັນກົມໄອຍະການປະຊາຊົນສັງກັດຢູ່ກະຊວງຍຸຕິທຳ, ຢູ່ແຂວງ-ກຳແພງນະຄອນ ເປັນຂະແໜງໜຶ່ງຂຶ້ນກັບພະແນກຍຸຕິທຳ, ສ່ວນຂັ້ນເມືອງບໍ່ມີກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນ ແຕ່ມອບໜ້າທີ່ນີ້ໃຫ້ກອງບັນຊາການ ປກສ ເມືອງເປັນຜູ້ເຮັດໜ້າທີ່ແທນໄອຍະການ.  
    ປີ 1983 ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນສູງສຸດ ສະບັບເລກທີ 01/08/ສປຊ, ລົງວັນທີ 11 ມັງກອນ 1983 ມາດຕາ 5 ໄດ້ກໍານົດວ່າ“ມອບໃຫ້ສານສູງສຸດຄຸ້ມຄອງການເຄື່ອນໄຫວຂອງອົງການໄອຍະການປະຊາຊົນເປັນການຊົ່ວຄາວ ໃນໄລຍະທີ່ບໍ່ທັນສ້າງຕັ້ງສະຖາບັນອະທິໄອຍະການຂຶ້ນ”ວຽກງານໄອຍະການຈຶ່ງໄດ້ຮັບການປັບປຸງ ແລະ ປ່ຽນແປງມາເປັນພາກສ່ວນໜຶ່ງຂອງສານປະຊາຊົນສູງສຸດ ເປັນຜູ້ເຮັດໜ້າທີ່ສັ່ງຟ້ອງຜູ້ຖືກຫາ ແລະ ຈໍາແນກການກະທໍາຜິດຕໍ່ສານ. ຢູ່ຂັ້ນທ້ອງຖິ່ນແມ່ນມອບໃຫ້ຮອງຫົວໜ້າພະແນກຍຸຕິທໍາແຂວງ-ກໍາແພງນະຄອນ ເປັນຜູ້ເຮັດໜ້າທີ່ເປັນທັງຫົວໜ້າໄອຍະການ ແລະ ຫົວໜ້າສານ. ດັ່ງນັ້ນ, ຈຶ່ງເອີ້ນວ່າ:“ໄອຍະການສານ ຫຼື ສານໄອຍະການ”.
      ວັນທີ 2 ພະຈິກ 1989 ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງ ສປປລາວ ສະບັບທຳອິດ ແລະ ປະກາດໃຊ້ໂດຍດຳລັດຂອງປະທານປະເທດ ເລກທີ 05/ປປທ, ລົງວັນທີ 9 ມັງກອນ 1990 ແລະ ໄດ້ກຳນົດເອົາວັນດັ່ງກ່າວເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນເອກະລາດສາມາດເຄື່ອນໄຫວ ແລະ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.  
ນັບແຕ່ໄດ້ຮັບການສ້າງຕັ້ງອົງການໄອຍະການປະຊາຊົນໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການໂດຍພາຍໃຕ້ການ
ນຳພາຂອງສູນກາງພັກ ແລະ ຄວາມບຸກບືນຜ່ານຜ່າຂອງພະນັກງານ-ສະມາຊິກພັກທຸກທົ່ວໜ້າ, ອົງການໄອຍະການປະຊາຊົນແຕ່ສູນກາງລົງຮອດຖ້ອງຖິ່ນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ເປັນຢ່າງດີ. ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນປະກອບດ້ວຍອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນແຂວງ 17 ແຂວງ, 1 ນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນເຂດ 46 ເຂດ ແລະ ຫ້ອງການອົງການໄອຍະການປະຊາຊົນເຂດປະຈໍາເມືອງມີ 13 ເມືອງໃນຂອບເຂດທົ່ວປະເທດ ແລະ ອົງການໄອຍະການທະຫານປະກອບດ້ວຍອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການທະຫານພາກ, ອົງການໄອຍະການທະຫານແຂວງ-ນະຄອນຫຼວງ ປະຕິບັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວກອງທັບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ. 
    ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ພາຍໃຕ້ການນຳພາຂອງສູນກາງພັກ, ສະພາແຫ່ງຊາດກໍຄືລັດຖະບານຢ່າງໃກ້ຊິດ, ອົງການໄອຍະການປະຊາຊົນມີມູນເຊື້ອ 1) ບໍລິສຸດຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ, ມີມະນາຈິດປະຕິວັດສຸດກົກສຸດປາຍ, ມີສະຕິຕໍ່ການຈັດຕັ້ງ, ຜ່ານຜ່າການທົດສອບທຸກສິ່ງທຸກຢ່າງ ແລະ ຄວາມຫຍຸ້ງຍາກນາໆປະການ, ເສີມຂະຫຍາຍມູນເຊື້ອປະຕິວັດ, ມູນເຊື້ອຄວາມສາມັກຄີເປັນເອກະພາບໜັກແໜ້ນພາຍໃນກັບມະຫາຊົນຢ່າງກ້ວາງຂວາງຕາມແບບແຜນ ແລະ ແນວທາງນະໂຍບາຍຂອງພັກ, ເຮັດສຳເລັດທຸກໜ້າທີ່ໆພັກ ແລະ ປະຊາຊົນມອບໝາຍໃຫ້; 2) ຊື່ສັດ, ສຸດຈະລິດເຄົາລົບ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນເປັນຫຼັກການພື້ນຖານຂອງການເຄື່ອນໄຫວວຽກງານຂອງພະນັກງານໄອຍະການປະຊາຊົນ; 3) ດຸໝັ່ນ, ຂະຫຍັນພຽນໃນການຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ມີມູນເຊື້ອປະດິດສ້າງບັນດາບົດຮຽນ, ປະສົບການ, ທິດສະດີວິທະຍາສາດຕ່າງໆເຂົ້າໃນການປັບປຸງ, ແກ້ໄຂ ແລະພັດທະນາວຽກງານໄອຍະການປະຊາຊົນໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ; 4) ສາມັກຄີສາກົນໂດຍສະເພາະແມ່ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບອົງການໄອຍະການປະຊາຊົນ ສສ ຫວຽດນາມ ແລະ ການພົວພັນຮ່ວມມືແບບພິເສດຮອບດ້ານໝັ້ນຄົງ ແລະ ຍາວນານກັບອົງການໄອຍະການປະຊາຊົນ ສປ ຈີນ.
    ການສ້າງຕັ້ງອົງການໄອຍະການປະຊາຊົນໄດ້ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍດີຕະຫຼອດມາ, ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງຖືກຕ້ອງເປັນທຳ, ສັກສິດ, ສົມເປັນກຳລັງແຮງຂອງພັກ. ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເປັນກ້າວໆ ແລະ ຮັດກຸມກວ່າເກົ່າ; ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເປັນຢ່າງດີ; ຖັນແຖວພະນັກງານໄອຍະການສ່ວນຫຼວງຫຼາຍໄດ້ຮັບການກໍ່ສ້າງ-ບຳລຸງຍົກລະດັບທາງດ້ານຄຸນທາດການເມືອງ ແລະ ວິຊາສະເພາະ, ມີທັດສະນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດຮັບໃຊ້ປະຊາຊົນ ແລະ ຄູ່ຄວາມດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ, ມີຈິດໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດລ້ອນໜ້າທີ່ອັນໜັກໜ່ວງ, ສັບສົນເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍນັບມື້ມີຄວາມສັກສິດ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຕາມແນວທາງຂອງພັກທີ່ວາງໄວ້ຢ່າງບໍ່ຢຸດຢັ້ງ.
    
    
    ເຖິງຢ່າງໃດກໍຕາມເຫັນວ່າຍັງມີບາງດ້ານຕ້ອງໄດ້ປັບປຸງແກ້ໄຂເປັນຕົ້ນ ຄຸນນະພາບຂອງການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນບາງດ້ານຍັງບໍ່ທັນສູງເທົ່າທີ່ຄວນ; ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນຍັງບໍ່ທັນຄົບຖ້ວນ, ພະນັກງານຈຳນວນໜຶ່ງຄວາມຮູ້-ຄວາມສາມາດຍັງຈຳກັດ.
    ທ່ານ ຄຳເພັດ ສົມວໍລະຈິດ ກ່າວເນັ້ນຕື່ມວ່າ: ເພື່ອໃຫ້ອົງການໄອຍະການປະຊາຊົນ ສືບຕໍ່ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍນັ້ນ ໃນຕໍ່ໜ້ານີ້ຈະສຸມໃສ່ບາງວຽກງານບູລິມະສິດດັ່ງນີ້:1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານ-ລັດຖະກອນໃນລະບົບອົງການໄອຍະການປະຊາຊົນໃຫ້ມີທັດສະນະດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ; 2. ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນອົງການໄອຍະການປະຊາຊົນຮອບດ້ານ, ສົມເປັນເຄື່ອງມືຜະເດັດການກຳມະຊີບຂອງພັກ, ອຳນາດການປົກຄອງປະຊາທິປະໄຕປະຊາຊົນ, ສ້າງອົງການໄອຍະການປະຊາຊົນເຂດຢູ່ເມືອງທີ່ມີເງື່ອນໄຂ; 3. ຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ຮັບປະກັນການດຳເນີນຄະດີເປັນເອກະພາບ, ຖືກຕ້ອງ, ຍຸຕິທຳ; 4. ສ້າງ, ປັບປຸງສົນທິສັນຍາ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນຢ່າງມີຜົນສຳເລັດ; 5. ພັດທະນາພື້ນຖານວັດຖຸເຕັກນິກ, ປະກອບພາຫະນະອຸປະກອນຮັບໃຊ້ອັນຈຳເປັນໃຫ້ແກ່ອົງການໄອຍະການປະຊາຊົນແຕ່ລະຂັ້ນ ເພື່ອຮັບປະກັນໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນເທື່ອລະກ້າວ; 6. ປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງເປັນເຈົ້າການ; ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ; ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນຢ່າງມີປະສິດທິຜົນ; 7. ເພີ່ມທະວີການນຳພາຂອງພັກຕໍ່ວຽກງານໄອຍະການປະຊາຊົນ.ສັງລວມແລ້ວຕະຫຼອດໄລຍະ 34 ປີຜ່ານມາ, ອົງການໄອຍະການປະຊາຊົນໄດ້ເຕີບໃຫຍ່ ເຂັ້ມແຂງຮອບດ້ານ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃນການຕິດຕາມກວດກາການປະຕິບັດກົດໝາຍຂອງທົ່ວສັງຄົມ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງສັກສິດປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍສ້າງເງື່ອນໄຂໃຫ້ປະຊາຊົນໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະເທດຊາດໄດ້ຮັບການພັດທະນາທາງດ້ານເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງກ້າວສູ່ຈຸດໝາຍສັງຄົມນິຍົມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ