ທ່ານ ສອນໄຊ ສີພັນດອນ ລາຍງານວ່າ: ລັດຖະບານໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງກວ່າເກົ່າ ໂດຍການຫັນເປັນທັນສະໄໝ ໂດຍການພັດທະນາເຄື່ອງມືເກັບລາຍຮັບ ຄຽງຄູ່ກັບການຂະຫຍາຍຖານລາຍຮັບ, ເພີ່ມທະວີການກວດກາຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ເປັນຕົ້ນການລັກລອບໜີພາສີ-ຫຼົບຫຼີກອາກອນ. ພ້ອມນັ້ນ, ກໍໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າຕົນເອງຫຼາຍຂຶ້ນ ຊຶ່ງຜ່ານການປະຕິບັດບັນດາມາດຕະການດັ່ງກ່າວ ເຮັດໃຫ້ສາມາດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ.ອັນພົ້ນເດັ່ນ ການຂາດດຸນງົບປະມານຫຼຸດລົງ ແລະ ກ້າວໄປສູ່ການເກີນດຸນຈາກການຂາດດຸນ 1% ມາເປັນເກີນດຸນ 1.4% ຫຼື ຈາກ ຂາດດຸນ 10,500 ຕື້ກີບ ມາເປັນ ເກີນດຸນ 18,385.75 ຕື້ກີບ, ໜີ້ສິນຫຼຸດລົງ ຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025.ດ້ານລາຍຮັບງົບປະມານໄລຍະ 5 ປີຜ່ານມາ ປະຕິບັດໄດ້ 251,910.8 ຕື້ກີບເທົ່າກັບ 140% ຂອງແຜນການ 5 ປີ ຫຼື ເທົ່າກັບ 18,65 % ຂອງ GDP (ແຜນການ 5 ປີ ໃຫ້ໄດ້ 179,500 ຕື້ກີບ ຫຼື ເທົ່າກັບ 17% ຂອງ GDP). ສໍາລັບປີ 2025 ປະຕິບັດໄດ້ 60,580 ຕື້ກີບ ເທົ່າກັບ 86% ຂອງແຜນການປີ ຫຼື ເທົ່າກັບ 14.62% ຂອງ GDP. ຄາດຄະເນໝົດປີ 2025 ຈະສາມາດຈັດເກັບລາຍຮັບໄດ້ ປະມານ 77,607 ຕື້ກີບ ເທົ່າກັບ 114% ຂອງແຜນການປີ ເທົ່າກັບ 20% ຂອງ GDP (ເກີນແຜນປະມານ 9,508 ຕື້ກີບ).
ທ່ານ ສອນໄຊ ສີພັນດອນ ລາຍງານຕື່ມວ່າ: ສໍາລັບດ້ານລາຍຈ່າຍງົບປະມານ ໄລຍະ 5 ປີ ຄາດວ່າສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 233,515.02 ຕື້ກີບ ເທົ່າກັບ 123% ຂອງແຜນການ 5 ປີ ຫຼື ເທົ່າກັບ 17.27% ຂອງ GDP (ແຜນການ 5 ປີ 190,000 ຕື້ກີບ ຫຼືເທົ່າກັບ 18% ຂອງ GDP). ປີ 2025 ປະຕິບັດໄດ້ 49,083 ຕື້ກີບ ເທົ່າກັບ 68% ຂອງແຜນການປີ ຫຼື ເທົ່າກັບ 12.51% ຂອງ GDP, ຄາດຄະເນແຜນລາຍຈ່າຍໝົດປີ 2025ຈະປະຕິບັດໄດ້ຕາມແຜນການທີ່ສະພາແຫ່ງຊາດຮັບຮອງ (71,850 ຕື້ກີບເທົ່າກັບ 19,16% GDP) ຊຶ່ງລາຍຈ່າຍສ່ວນໃຫຍ່ ຍັງແມ່ນບັນດາລາຍຈ່າຍບູລິມະສິດຂອງລັດຖະບານ ເຊັ່ນ: ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໜັກ,ການຊໍາລະໜີ້ຕາມຂໍ້ຜູກພັນສັນຍາ, ລາຍຈ່າຍຮັບໃຊ້ວັນສຳຄັນຂອງຊາດ ແລະ ການເຄື່ອນໄຫວຂອງບັນດາກົງຈັກຂອງພັກ-ລັດຖະບານ ແລະ ອື່ນໆ. ໄດ້ສືບຕໍ່ແກ້ໄຂໜີ້ສິນຕ່າງປະເທດ ໂດຍໄດ້ສຸມໃສ່ການເຈລະຈາເລື່ອນຊໍາລະໜີ້, ອອກພັນທະບັດລະດົມເງິນ, ຈັດເກັບຄືນເງິນກູ້ຢືມຕໍ່, ຈໍາກັດເງິນກູ້ຢືມໃໝ່ທີີ່ບໍ່ມີປະສິດທິຜົນ, ຄົ້ນຄວ້າປັບໂຄງສ້າງໜີ້ ແລະ ອືີ່ນໆ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)
ຄໍາເຫັນ