50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.

 

 

50 ປ ຜານມາ ໂຮງໝມດຕະພາບໄດຕງໜາປະກອບສວນການບລການສຂະພາບ - image 1
 

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ໄດ້ຕາງໜ້າໃຫ້ພະນັກງານແພດໝໍ ພະຍາບານ ແລະ ບຸກຄະລະກອນທັງໝົດ ສະແດງຄວາມຍີນດີຊົມເຊີຍ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການຈັດຕັ້ງ, ການນໍາພາຂອງພັກ-ລັດຖະບານ ໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງທາງດ້ານເສດຖະກິດ-ສັງຄົມ, ປະຊາຊົນມີຄວາມສາມັກຄີປອງດອງ ແລະ ປະເທດຊາດ ມີຄວາມສະຫງົບ ຕໍ່ເນື່ອງຕະຫຼອດໄລຍະ 50 ປີ.

ພາຍໃຕ້ການນໍາພາຂອງພັກ, ໂຮງໝໍມິດຕະພາບລາວ ໄດ້ກໍາເນີດເກີດຂຶ້ນພາຍໃຕ້ການຮ່ວມມືຊ່ວຍເຫຼືອ ຂອງອາດີດສະຫະພາບໂຊວຽດ ໃນການກໍ່ສ້າງ ອາຄານສະຖານທີ່ນອນຂະໜາດ 150 ຕຽງ ສໍາເລັດ ແລະ ເປີດນໍາໃຊ້ໃຫ້ບໍລິການໃນປີ 1988 ເປັນຕົ້ນມາ ຊຶ່ງໃສ່ຊື່ວ່າໂຮງໝໍມິດຕະພາບລາວ-ໂຊວຽດ ໃນເບື້ອງຕົ້ນ ເພື່ອແນໃສ່ໃຫ້ບໍລິການປີ່ນປົວທົ່ວໄປໃຫ້ການນໍາຂັ້ນສູງລະດັບຫົວໜ້າກົມຂຶ້ນໄປ ຊຶ່ງມີແພດຊ່ຽວຊານໂຊຫວຽດ ມາປະຈໍາການຢູ່ນໍາ ແລະ ຊ່ວຍກໍ່ສ້າງບຸກຄະລະກອນແພດ. ໄລຍະຕໍ່ມາ ເຫັນວ່າຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບັນດາເຜົ່າ ໃນການບໍລິການສຸຂະພາບ, ການນໍາກະຊວງສາທາລະນະສຸກ ຈຶ່ງໄດ້ເປີດກ້ວາງພະລະບົດບາດ ໃຫ້ປະຊາຊົນທຸກຊັ້ນຄົນ ສາມາດເຂົ້າມາຮັບບໍລິການ ແລະ ມີຄວາມຈໍາເປັນເປີດກ້ວາງການພົວພັນຮ່ວມມືກັບສາກົນກ້ວາງຂຶ້ນຕື່ມ ຈຶ່ງປ່ຽນຈາກຊື່ເດີມ ໂຮງໝໍມິດຕະພາບລາວ-ໂຊວຽດ ເປັນໂຮງໝໍມິດຕະພາບ (ສາມາດເປີດກວ້າງການຮ່ວມມື) ແລະ ພ້ອມດຽວກັນນັ້ນ, ໄດ້ຖືກມອບໝາຍໃຫ້ມີການພັດທະນາລົງເລິກໃນບາງບູລິມະສິດເຊັ່ນ: ການບົ່ງມະຕິ, ປີ່ນປົວຜ່າຕັດການກະທົບກະດູກ, ຜ່າຕັດສະໝອງ-ກະດູກສັນຫຼັງ, ປີ່ນປົວພະຍາດໄຂ່ຫຼັງ-ຟອກເລືອດ, ປີ່ນປົວພະຍາດມະເຮັງ ແລະ ປີ່ນປົວສົມທົບການແພດພື້ນເມືອງ ລວມທັງເຮັດບົດບາດໂຮງໝໍມະຫາວິທະຍາໄລ. ຕະຫຼອດຫຼາຍປີຜ່ານມາ ການນໍາໂຮງໝໍແຕ່ລະໄລຍະ ກໍໄດ້ໄດ້ເອົາໃຈໃສ່ ໃນການພັດທະນາໂຮງໝໍ ໃຫ້ສາມາດຕອບສະໜອງການບໍລິການປີ່ນປົວຂັ້ນສູງສຸດທີ່ມີຄຸນນະພາບ, ມີຄວາມພົ້ນເດັ່ນສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ມາຮັບບໍລິການ, ມີຄວາມໄວ້ວາງໃຈ ຈາກການນໍາພັກ-ລັດຂັ້ນສູງ, ເຖິງຢ່າງໃດກໍຕາມການນໍາໂຮງໝໍ ຍັງສືບຕໍ່ເອົາໃຈໃສ່ພັດທະນາຍົກລະດັບເຕັກນິກ ປະກອບອຸປະກອນທັນສະໄໝ ໃນການບົ່ງມະຕິພະຍາດ ດ້ວຍຊີທີສະແກນເນີເອັມອາໄອ ລວມທັງປຸກສ້າງອາຄານນອນປີ່ນປົວຫຼັງໄໝ່ ແລະ ເປີດນໍາໃຊ້ ໃນປີ 2019 ໃຫ້ກາຍເປັນທາງເລືອກຜູ້ມີເງື່ອນໄຂສູງ ຊຶ່ງເປັນທ່າແຮງ ໃນການຕອບສະໜອງ ໃນການຈັດຕັ້ງນະໂຍບາຍໃໝ່ ຫັນຫົວໜ່ວຍບໍລິຫານວິຊາການ ກຸ້ມຕົນເອງເທື່ອລະກ້າວ, ປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ. ສາມາດຫຼຸດຜ່ອນການນໍາໃຊ້ງົບປະມານປົກກະຕິ ຈາກລັດຖະບານໄດ້ຫຼາຍກ່ວາ 50%

50 ປ ຜານມາ ໂຮງໝມດຕະພາບໄດຕງໜາປະກອບສວນການບລການສຂະພາບ - image 2
 

ທ່ານ ສອນໄຊ ລາດຊະວົງ ໃຫ້ຮູ້ຕື່ມວ່າ: ສຳລັບວຽກງານກໍ່ສ້າງບຸກຄະລະກອນ, ໂຮງໝໍມິດຕະພາບ ຖືວ່າພວກເຮົາມີຄວາມແຂງແຮງພໍສົມຄວນ ຜ່ານມາເຖິງປັດຈຸບັນ ເຫັນວ່າມີການນໍາຂັ້ນສູງ ກະຊວງສາທາລະນະສຸກ ທີ່ໄດ້ເຕີບໃຫ່ຍຂະຫຍາຍໂຕຂຶ້ນຈາກໂຮງໝໍມິດຕະພາບ ເຊັ່ນ: ໄດ້ຮັບຕໍາແໜ່ງ ລັດຖະມົນຕີ, ຮອງລັດຖະມົນຕີ, , ຮອງອະທິການ, ຜູ້ອໍານວຍການ, ຫົວໜ້າສູນເປັນແຕ່ລະໄລຍະ. ສໍາລັບການກໍ່ສ້າງຍົກລະດັບວິຊາການ ຢູ່ພາຍໃນ ແລະ ຕ່າງປະເທດ ລວມທັງມີການຮ່ວມມືແລກປ່ຽນບົດຮຽນກັບສາກົນສະໝໍ່າສະເໝີ ເຮັດໃຫ້ໂຮງໝໍມີແພດແຕ່ລະສາຂາວິຊາ ທີ່ມີປະສົບການ, ມີຊ່ຽວຊານຂັ້ນ 2 ຂັ້ນ 1, ປະລິນຍາໂທ, ປະລິນຍາຕີ, ຊັ້ນສູງ, ເບື້ອງການຮຽນການສອນ ພະນັກງານຫຼາຍທ່ານໄດ້ເປັນອາຈານສອນ, ເປັນຫົວໜ້າພາກວິຊາ(ທຽບເທົ່າຄະນະບໍດີ) ພິເສດແພດອາວຸໂສ 2 ທ່ານໄດ້ຮັບນາມມະຍົດສາດສະດາຈານພິເສດ ຊຶ່ງຊີ້ໃຫ້ເຫັນໃນການປະຕິບັດບົດບາດໂຮງໝໍມະຫາວິທະຍາໄລ. ແນ່ນອນ ນອກຈາກມີແພດໝໍ ພະຍາບານ ກໍໄດ້ສ້າງພະນັກງານເຕັກນິກການແພດ ທີ່ອໍານວຍຄວາມສະດວກໃຫ້ການປະຕິບັດເຕັກນິກ ຮັບປະກັນຄວາມຊັດເຈນ ປອດໄພໃນການນໍາໃຊ້ອຸປະກອນການແພດທັນສະໄໝ ເຮັດໃຫ້ໂຮງໝໍສາມາດຮັບປະກັນ ໃຫ້ການບໍລິການການແພດສຸກເສີນ, ມີລະບອບ, ລະບຽບການ ທາງດ້ານວິຊາການ ໃນບົ່ງມະຕິ ປີ່ນປົວພະຍາດ ທີ່ເຂັ້ມແຂງ.

50 ປ ຜານມາ ໂຮງໝມດຕະພາບໄດຕງໜາປະກອບສວນການບລການສຂະພາບ - image 3
 

ປັດຈຸບັນ ໂຮງໝໍມິດຕະພາບໄດ້ກາຍເປັນໜຶ່ງ ໃນບັນດາໂຮງໝໍສູນກາງ ທີ່ມີຄວາມພົ້ນເດັ່ນໃນວຽກງານການບໍລິການສຸຂະພາບລະດັບສູງສຸດ, ໃຫ້ການຮຽນການສອນນັກສຶກສາແພດ, ບໍາລຸງສ້າງຍົກລະດັບ ວິຊາການສະເພາະທາງ ໃຫ້ພະນັກງານທ້ອງຖີ່ນ ເປັນທີ່ຮັບຮູ້ ຂອງສັງຄົມ ແລະ ການຈັດຕັ້ງ, ມີອຸປະກອນທີ່ທັນສະໄໝໃນການກວດ ບົ່ງມະຕິ ແລະ ນໍາໃຊ້ເຕັກໂນໂລຊີໃນການປີ່ນປົວ, ຜ່າຕັດ, ສາຍແສງລັງສີ ແລະ ພິເສດ ລິເລີ່ມເຮັດການປູກຖ່າຍໄຂ່ຫຼັງ ແລະ ຍັງມີແຜນຍົກລະດັບການນໍາໄຊ້ເຕັກໂນໂລຊີໄໝ່ເພີ່ມຕື່ມ ໃນອານາຄົດໃກ້ນີ້ ເຊັ່ນ: ການຜ່າຕັດໜ້າທີ່ການສະໝອງ ໂດຍນໍາໃຊ້ອຸປະກອນລະບຸທີ່ຕັ້ງພະຍາດໃນສະໝອງ ແອ້ສັນຫຼັງ, ການຝັງແຮ້ ປົວມະເຮັງ. ສໍາລັບການບໍລິການສຸຂະພາບແມ່ນປະຕິບັດນະໂຍບາຍການເຂົ້າເຖິງຂອງທົວປວງຊົນທຸກຊັ້ນຄົນ ແລະ ສະ ເໝີພາບ ລວມທັງປະຕິບັດນະໂຍບາຍ ຕໍ່ຜູ້ທຸກຍາກອະນາຖາ ໃຫ້ໄດ້ຮັບການບໍລິການພື້ນຖານ ສະເໝີພາບ. ພິເສດຍັງໄດ້ຍົກລະດັບອໍານວຍຄວາມສະດວກ ໃຫ້ຜູ້ມີເງື່ອນໄຂຕ້ອງການສ່ວນຕົວເຊັ່ນ: ຫ້ອງນອນພິເສດ, ຫ້ອງແຍກດ່ຽວ, ຈັດເພີ່ມໃຫ້ມີການກວດສຸຂະພາບແບບໄວ ໄດ້ຜົນກັບມື້, ການບໍລິການຜ່າຕັດໄວໃນມື້, ຮັບກວດເຊັກສຸຂະພາບນອກສະຖານທີ່ ແລະ ຍັງມີແຜນການຕອບສະໜອງພະຍາບານພິເສດ ຕາມຄວາມຕ້ອງການໃຫ້ຄົນເຈັບ ແລະ ຜູ້ມາຮັບການບໍລິການ.ໂດຍລວມແລ້ວໂຮງໝໍໄດ້ປະຕິບັດຕາມຄໍາຂວັນ 5 ດີ 1 ພໍໃຈ ຄື: ຕ້ອນຮັບດີ,ສະອາດດີ,ສະດວກດີ,ບົ່ງມະຕິຖືກຕ້ອງດີ, ປິ່ນປົວດີ ແລະ ຄົນເຈັບພໍໃຈກັບການບໍລິການທີ່ໄດ້ຮັບ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ