![]() |
ທ່ານ ນາງ ຈັນທະໜອມ ມະນີທີບ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການດຳເນີນວຽກງານຂອງໂຄງການ ມີຜົນສຳເລັດຕາມຄາດໝາຍ ໂດຍເລັ່ງໃສ່ ການຄົ້ນຄວ້າສ້າງຕັ້ງຄະນະກໍາມະການຄຸ້ມຄອງໂຄງການ 3 ຂັ້ນ ຄື: ຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງ, ຊຶ່ງແມ່ນຄວາມຈໍາເປັນທາງດ້ານການບໍລິຫານ ເພື່ອແບງຄວາມຮັບຜິດຊອບຢ່າງຈະແຈ້ງ, ຮັບປະກັນການຕິດຕາມ-ກວດກາ ທີ່ໃກ້ຊິດແລະສາມາດຕັດສິນໃຈແກ້ໄຂບັນຫາທີ່ອາດຈະເກີດຈະຂື້ນໄດ້ທັນການ. ໂອກາດນີ້ຜູ້ປະສານງານວຽກງານຂອງອົງການກາແດງສະວິດສ໌ປະຈຳແຂວງຫຼວງພະບາງໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດກິດຈະກໍາທີ່ໄດ້ເຮັດສໍາເລັດຕົວຈິງ ລວມມີ 10 ກິດຈະກຳ ເຊັ່ນ: ຈັດກອງປະຊຸມເປີດໂຄງການ ສ້າງຄວາມເຂັ້ມແຂງໃຫ້ອົງການກາແດງລາວ ເພື່ອເພີ່ມທະວີຄວາມພ້ອມໃຫ້ການຊ່ວຍເຫຼືອໃນຍາມສຸກເສີນ ແລະສົ່ງເສີມສຸຂະພາບຊຸມຊົນ ຢູ່ເມືອງນໍ້າບາກ, ເກັບກຳຂໍ້ມູນເບື້ອງຕົ້ນ ໂດຍສົມທົບກັບທີມງານອົງການກາແດງແຫ່ງຊາດ, ຈຸດປະສານງານກາແດງເມືອງ, ສຶກສາເມືອງ, ສາທາເມືອງ ຢູ່ໃນບ້ານ ແລະໂຮງຮຽນເປົ້າໝາຍ ຂອງ 3 ເມືອງ (ໂພນທອງ, ນ້ຳບາກ ແລະພູຄູນ), ລົງຄັດເລືອກຄະນະກໍາມະການຕອບໂຕ້ໄພພິບັດຂັ້ນບ້ານ ຢູ່ 3 ເມືອງ, ຝຶກຊ້ອມການຊ່ວຍເຫຼືອສຸກເສີນເໝືອນຈິງ, ໂຄສະນາໃຫ້ຄວາມຮູ້ດ້ານສຸຂະອະນາໄມ ແລະການປ່ຽນແປງພຶດຕິກຳ ໃຫ້ຄູ-ນັກຮຽນ, ຝຶກອົບຮົມການເປັນຄູຝຶກວຽກງານປະຖົມພະຍາບານ, ປະເມີນຄວາມສາມາດຂອງຄະນະກຳມະການຄຸ້ມຄອງນ້ຳ ແລະສຸຂາພິບານໃນ 6 ບ້ານ ແລະ 6 ໂຮງຮຽນ, ລົງຈັດຕັ້ງປະຕິບັດກິດຈະກຳ ໃຫ້ສຸຂະສຶກສາກ່ຽວກັບການປ້ອງກັນພະຍາດລະບາດຕາມລະດູການ ແລະຝຶກອົບຮົມພາວະການເປັນຜູ້ນໍາ ການຄຸ້ມຄອງໂຄງການໃຫ້ພະນັກງານອົງການກາແດງແຂວງ ແລະພະນັກງານຫ້ອງການ ຈຸດປະສານງານກາແດງປະຈຳຂັ້ນເມືອງ, ເຊີ່ງໄດ້ນຳໃຊ້ງົບປະມານທັງໝົດ 581 ລ້ານກວ່າກີບ. ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະຄົ້ນຄວ້າບາງວຽກງານ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ ບັນດາກິດຈະກຳຂອງໂຄງການ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.ຂ່າວ-ພາບ: ອາພຸດເດດ ບຸບຜາ

ຄໍາເຫັນ