6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ
ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນວຽກຈຸດສຸມ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາວ ວ່າ:
 ກອງປະຊຸມສະພາແຫ່ງຊາດ ເຫັນວ່າລັດຖະບານຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສຳເລັດ ໃນ 6 ເດືອນທ້າຍປີ 2026 ເປັນຕົ້ນ ການປະຕິບັດແຜນງົບປະມານ: ການຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານແຫ່ງລັດ, ຂະແໜງກະສິກຳ ແລະ ປ່າໄມ້: ເຖິງວ່າການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ປະຕິບັດໄດ້, ແຕ່ການສົ່ງອອກດັ່ງ ກ່າວ ແມ່ນວັດຖຸດິບເປັນສ່ວນໃຫຍ່ ຍັງບໍ່ທັນມີການປຸງແຕ່ງ, ກອງປະຊຸມ ສະເໜີລັດຖະບານນຳໄປຄົ້ນຄວ້າສ້າງ ຕັ້ງໂຮງງານປຸງແຕ່ງ, ຂະແໜງແຮ່ທາດ: ການອະນຸມັດໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ທາດ. ຜ່ານມາ ເຫັນວ່າມີຈຳນວນຫຼາຍກວ່າ 1,000 ໂຄງການທີ່ອະນຸມັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ແຕ່ການເກັບລາຍຮັບເຂົ້າງົບປະມານຍັງປະຕິບັດໄດ້ບໍ່ສົມຄູ່, ການສົ່ງອອກສ່ວນໃຫຍ່ເປັນແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນ ເຮັດໃຫ້ມີຊ່ອງຫວ່າງການແຈ້ງປະເພດແຮ່ ແລະ ປະລິມານແຮ່ບໍ່ກົງກັບຕົວຈິງ, ການປະຕິບັດມາດຕະການຕໍ່ໂຄງການທີ່ບໍ່ຜ່ານເກນການປະເມີນ ປະເພດ C ຫຼື C+ ຍັງບໍ່ທັນເຂັ້ມງວດ, ກອງປະຊຸມສະເໜີລັດຖະບານປະຕິບັດຕໍ່ໂຄງການທີ່ບໍ່ປະ ຕິບັດຕາມກົດໝາຍ ກໍຄວນຍົກເລີກ ຫຼື ໂຈະ, ຂະແໜງໂຍທາທິການ ແລະ ຂົນສົ່ງ: ການເຊື່ອມໂຍງ-ເຊື່ອມຈອດ ເຖິງວ່າມີການກໍ່ສ້າງ-ສ້ອມແປງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ, ແຕ່ງົບປະມານສຳລັບການບຳລຸງຮັກສາຍັງບໍ່ທັນພຽງພໍ, ການຄົມມະນາຄົມຂົນສົ່ງຍັງມີຄວາມຫຍຸ້ງຍາກໃນລະດູຝົນ, ການບັນທຸກນ້ຳໜັກເກີນມາດ ຕະຖານ ສ້າງຄວາມເປ່ເພເສຍຫາຍໃຫ້ເສັ້ນທາງ, ຍັງບໍ່ທັນມີມາດຕະການເຂັ້ມງວດຕໍ່ການລະເມີດ ແລະ ເຈົ້າ ໜ້າທີ່ກ່ຽວຂ້ອງຍັງບັງຄັບໃຊ້ກົດໝາຍບໍ່ເຕັມສ່ວນ, ຂະແໜງວັດທະນະທຳ-ສັງຄົມ: ຂະແໜງສຶກສາທິການ ແລະ ກິລາ: ອັດຕາການເຂົ້າຮຽນຂອງເດັກ 5 ປີໃນຊັ້ນການສຶກສາກ່ອນໄວຮຽນ, ການປະລະຂອງນັກຮຽນຊັ້ນປະຖົມສຶກສາ, ຂະແໜງສາທາລະນະສຸກ: ອັດຕາຂອງເດັກລຸ່ມ 5 ປີທີ່ມີນ້ຳໜັກ ແລະ ລວງສູງບໍ່ໄດ້ມາດຕະຖານ, ອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດໃຫ້ເດັກລຸ່ມ 1 ປີ, ຂະແໜງການທ່ອງທ່ຽວ: ມີທ່າແຮງເພີ່ມຂຶ້ນ, ພາຍຫຼັງການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ, ແຕ່ກອງປະຊຸມເຫັນວ່າຍັງເປັນການທ່ອງທ່ຽວແບບດັ້ງ ເດີມ, ຢູ່ແຫຼ່ງທ່ອງທ່ຽວໃຫຍ່ບາງຈຸດ ຍັງບໍ່ທັນສາມາດຂະຫຍາຍການທ່ອງທ່ຽວແບບເປັນຕ່ອງໂສ້-ຕໍ່ເນື່ອງ-ເຊື່ອມໂຍງ.
ສໍາລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2026, ກອງປະຊຸມເຫັນດີຕໍ່ການສະ ເໜີແຜນວຽກຈຸດສຸມ ແລະ ມາດຕະການຂອງລັດຖະບານ ໃນໄລຍະ 6 ເດືອນທ້າຍປີ 2026 ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການດັ່ງກ່າວຢ່າງມີຜົນສໍາເລັດ, ກອງປະຊຸມສະພາແຫ່ງຊາດ ສະເໜີບາງມາດຕະການເພີ່ມເຕີມ ດັ່ງນີ້:

ແຜນງົບປະມານແຫ່ງລັດ ສະເໜີສຸມໃສ່ການຫັນເປັນທັນສະໄໝໃນການເກັບລາຍຮັບໃຫ້ມີຈຸດສຸມ ແລະ ມີຄຸນນະພາບສູງ ແລະ ໃຫ້ທົ່ວເຖິງຢູ່ບັນດາດ່ານສາກົນ, ບັນດາຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະ ໂຄງການຂຸດຄົ້ນແຮ່ທາດ, ໂຄງການພະລັງງານ ເນື່ອງຈາກເປັນແຫຼ່ງລາຍຮັບທີ່ສູງ ເພື່ອຈໍາກັດບໍ່ໃຫ້ລາຍຮັບມີການຮົ່ວໄຫຼ, ເພື່ອບໍ່ໃຫ້ຊັບສົມບັດຂອງຊາດຕົກເຮ່ຍເສຍຫາຍຫຼາຍ;
ຄົ້ນຄວ້າກົນໄກການແບ່ງຂັ້ນຄຸ້ມຄອງໃຫ້ຊັດເຈນ ໃນການຈັດເກັບລາຍຮັບຈາກອາກອນທີ່ດິນ;
ກວດກາຄືນ ແລະ ເອົາໃຈໃສ່ໃນການປະຕິບັດ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເພື່ອໃຫ້ສາມາດເປັນປະເທດກຸ້ມຕົນເອງ ແລະ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຫຼາຍຂຶ້ນ, ທ້ອງຖິ່ນມີບົດບາດໃນການພັດທະນາຕົນເອງໄດ້ ໃນການລະດົມທຶນເພື່ອກໍ່ສ້າງເສັ້ນທາງດ້ວຍຕົນເອງ;
ກວດກາ ແລະ ພິຈາລະນາຄືນກ່ຽວກັບ ການແບ່ງຂັ້ນຄຸ້ມຄອງ, ການເກັບລາຍຮັບ-ລາຍຈ່າຍ ແລະ ການດຸ່ນດ່ຽງ ການນໍາໃຊ້ເງິນເກີນແຜນໃຫ້ທ້ອງຖິ່ນ ເພາະມີບາງແຂວງສາມາດປະຕິບັດລາຍຮັບງົບ ປະມານເກີນແຜນຢ່າງຫຼວງຫຼາຍ ສະເໜີໃຫ້ລັດຖະບານມີນິຕິກໍາ ເພື່ອກໍານົດນະໂຍບາຍການນໍາໃຊ້ເງິນດັ່ງກ່າວໃຫ້ທ້ອງຖິ່ນໃນສັດສ່ວນ 70/30 ຫຼື 80/20 ເພື່ອໃຫ້ແຂວງນໍາເຂົ້າໃນການພັດທະນາທ້ອງຖິ່ນ ເປັນຕົ້ນ ການກໍ່ສ້າງ ແລະ ບູລະນະເສັ້ນທາງຂອງທ້ອງຖິ່ນ.
ແກ້ໄຂໄພເງິນເຟີ້, ອັດຕາແລກປ່ຽນ ແລະ ບັນຫາເງິນກີບອ່ອນຄ່າ ຊຶ່ງສົ່ງຜົນກະທົບຕໍ່ການຜະລິດພາຍໃນ, ສະເໜີລັດຖະບານມີມາດຕະການຄຸ້ມຄອງ ແລະ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ;
ການຈັດສັນງົບປະມານບ້ວງກອງທຶນທາງທີ່ລັດຖະບານມອບໃຫ້ທ້ອງຖິ່ນຄຸ້ມຄອງ, ຜູ້ແທນເຫັນວ່າໃນປີ 2027 ທີ່ຈະເອົາໜີ້ສິນບ້ວງກອງທຶນໃຫ້ເຂົ້າໃນແຜນປົກກະຕິ ຊຶ່ງຈະເຮັດໃຫ້ແຜນໜີ້ສິນຂອງແຂວງເພີ່ມຂຶ້ນ. ຕໍ່ກັບວຽກງານການເຊື່ອມໂຍງ-ເຊື່ອມຈອດ, ສະເໜີລັດຖະບານພິຈາລະນາຈັດສັນງົບປະມານ ເພື່ອສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງທາງຫຼວງແຫ່ງຊາດທີ່ເປ່ເພຢ່າງໜັກ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ການສັນຈອນ ແລະ ການຂົນສົ່ງສິນຄ້າ; ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ປະຕິບັດມາດຕະການທາງກົດໝາຍຢ່າງເດັດຂາດ ຕໍ່ພາຫະນະທີ່ບັນທຸກເກີນນໍ້າໜັກ ຊຶ່ງເປັນສາເຫດຫຼັກເຮັດໃຫ້ພື້ນຖານໂຄງລ່າງທາງເປ່ເພ;
ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອທົດແທນການນໍາເຂົ້າ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ເພີ່ມຜົນຜະ ລິດທີ່ມີຄຸນນະພາບ, ຫຼຸດຜ່ອນການສົ່ງອອກເປັນວັດຖຸດິບ ແລະ ນໍາໃຊ້ມາດຕະການທີ່ບໍ່ແມ່ນພາສີ-ອາກອນຕໍ່ການນຳເຂົ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ການຜະລິດພາຍໃນປະເທດ ສາມາດແຂ່ງຂັນກັບສາກົນໄດ້. (ຂ່າວ-ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຢູ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ໂດຍ​ມີ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ ພ້ອມດ້ວຍການ​ນຳ​ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້​ການ​ຕ້ອນ​ຮັບ.
ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວພູ​ພຽງ​ບໍ​ລະ​ເວນປະ​ຈຳ​ປີ 2026 ໄດ້​ເປີດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທີ່ ນະ​ຄອນ​ປາກ​ເຊແຂວງ​ຈຳ​ປາ​ສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ການນຳແຂວງຈຳປາສັກ,ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະແຂກຖືກເຊີນ ເຂົ້າຮ່ວມ.
ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ເພີ່ມເຕີມ