76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ
ຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ, ຄຸນນະພາບ, ເນື້ອໃນ ແລະ ຮູບການ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ, ສື່ມວນຊົນ ໄດ້ເຄື່ອນໄຫວເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ເປັນເວທີແລກປ່ຽນຂໍ້ມູນຂ່າວສານຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
76 ປ ພາຍໃຕການນາພາຂອງພກ ສມວນຊນລາວ ໄດຮບການພດທະນາຢາງຕເນອງ - image 1
 

 

 

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ໂດຍໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວຕະຫຼອດໄລຍະ 76 ປີຜ່ານມາ; ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເກີດຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ແລະ ກະແສຟອງແຫ່ງການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ຈົນໄດ້ໄຊຊະນະຢ່າງສົມບູນ ຕິດພັນຢ່າງສະໜິດແໜ້ນກັບໝາກຜົນແຫ່ງການດໍາເນີນວຽກງານການເມືອງ-ແນວຄິດດ້ວຍການນໍາໃຊ້ຫຼາຍວິທີການ, ຫຼາຍພາຫະນະ ເພື່ອໂຄສະນາເຜີຍແຜ່ກົນອຸບາຍຂອງສັດຕູ ແລະ ປຸກລະດົມຂົນຂວາຍ ກຳລັງແຮງຂອງປະຊາຊົນບັນດາເຜົ່າ. ໃນໄລຍະທໍາອິດຂອງການປະຕິວັດສາມຊາດອິນດູຈີນ, ການດຳເນີນວຽກງານການເມືອງ-ແນວຄິດ ນອກຈາກໂຄສະນາປາຖະກະຖາ ດ້ວຍປາກເປົ່າແລ້ວ, ຍັງນໍາໃຊ້ໃບປິວ-ໃບຂ່າວ ກໍຄືສື່ສິ່ງພິມ ຊຶ່ງແມ່ນພາຫະນະສື່ມວນຊົນ ຕາມທິດຊີ້ນໍາອັນຖືກຕ້ອງຂອງ “ພັກກອມມູນິດອິນດູຈີນ ປີ 1930. ຕົ້ນກໍາເນີດຂອງພັກປະຊາຊົນ ປະຕິວັດລາວ”. ໃບຂ່າວໄດ້ເປັນສື່ສິ່ງພິມທີ່ສຳຄັນຫຼາຍ ໃນການປຸກລະດົມຂົນຂວາຍປະຊາຊົນ ເຂົ້າຮ່ວມຂະບວນການປະຕິວັດຢ່າງກວ້າງຂວາງ ເຮັດໃຫ້ກຳລັງປະຕິວັດເຕີບໃຫຍ່ເຂັ້ມແຂງຢ່າງວ່ອງໄວ ພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ. ເພື່ອປະຕິບັດໜ້າທີ່ການເມືອງ, ພັກເຮົາໄດ້ຈັດກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໃນວັນທີ 13-15 ສິງຫາ 1950 ແລະ ໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະຫຼະ” ແລະ “ລັດຖະບານລາວຕໍ່ຕ້ານ” ໂດຍມີສະເດັດເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ ໂດຍໄດ້ວາງໂຄງການການ ເມືອງ 12 ຂໍ້ອອກ. ພ້ອມທັງຕົກລົງສ້າງຕັ້ງ ໜັງສືພິມປະຕິວັດ ໃສ່ຊື່ວ່າ: ໜັງສືພິມ “ລາວອິດສະຫຼະ” ຢ່າງເປັນທາງການ ຊຶ່ງເປັນໜັງສືພິມປະຕິວັດລາວ ສະບັບທໍາອິດ ທີ່ເກີດຂຶ້ນໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກທີ່ສຸດ. ຈາກນັ້ນ, ອີງຕາມສະພາບຄວາມເປັນຈິງ ໄດ້ປ່ຽນຊື່ມາເປັນໜັງສືພິມ “ລາວຮັກຊາດ” ໃນວັນທີ 6 ມັງກອນ 1956 ກໍໄດ້ສືບຕໍ່ຕ້ານຈັກກະພັດໂຕໃໝ່ຜູ້ຮຸກຮານ ແລະ ລູກແລ້ງຕີນມື, ໜັງສືພິມ ໄດ້ຍ້າຍໄປຈັດພິມຢູ່ຫວຽດນາມ, ປີ 1962 ມາພິມຢູ່ວຽງໄຊ ແຂວງຫົວພັນ. ວັນທີ 11 ສິງຫາ 1975 ຄືນມາຕັ້ງສຳນັກງານຢູ່ວຽງຈັນ, ປ່ຽນຊື່ມາເປັນໜັງສືພິມ “ສຽງປະຊາຊົນ”. ໃນວັນທີ 22 ມີນາ 1983 ໄດ້ປ່ຽນຊື່ມາເປັນ “ໜັງສືພິມປະຊາຊົນ” ຈົນຮອດປັດຈຸບັນ. ຫຼັງຈາກນັ້ນ, ໄດ້ສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 13 ສິງຫາ 1960, ໜັງສືພິມກອງທັບ ໃນວັນທີ 20 ມັງກອນ 1965, ສໍານັກຂ່າວສານປະເທດລາວ ໃນວັນທີ 6 ມັງກອນ 1968, ໂທລະພາບແຫ່ງຊາດ ວັນທີ 1 ທັນວາ 1983”, ໜັງສືພິມພາສາຕ່າງປະເທດ ໃນປີ 1994.

76 ປີ ພາຍໃຕ້ການນໍາພາຂອງພັກ, ສື່ມວນຊົນລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາ, ປຸກລະດົມ, ຂົນຂວາຍ ທົ່ວປວງຊົນລາວທັງຊາດ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ ດ້ວຍຄວາມຕື່ນຕົວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ໄປຕາມແນວທາງຂອງພັກ, ລັດວາງອອກໃນແຕ່ລະໄລຍະ. ສື່ມວນຊົນລາວ ກໍຄືນັກຂ່າວ, ນັກຂຽນ, ນັກປະພັນແມ່ນເຮັດໜ້າທີ່ຮັບໃຊ້ພັກ, ລັດ ແລະ ປະຊາຊົນປະຕິບັດຕາມວຽກງານທີ່ໄດ້ຖືກມອບໝາຍຈາກຂັ້ນເທິງ ດ້ວຍຜົນສໍາເລັດເປັນກ້າວໆ, ປັດຈຸບັນ, ສື່ມວນຊົນ ຍິ່ງມີບົດບາດໃນການຊອກຮູ້ຮໍ່າຮຽນ, ຊອກຂໍ້ມູນຂ່າວສານຕ່າງໆທີ່ຍອດຍິ່ງ ເພື່ອໂຄສະນາເຜີຍແຜ່ດ້ວຍຫຼາຍຊ່ອງທາງ ໃຫ້ສັງຄົມໄດ້ຮັບຮູ້ ແລະ ນໍາໄປໜູນໃຊ້ເຂົ້າໃນຊີວິດຕົວຈິງ ຜ່ານທາງອອນລາຍ, ເຟສບຸກ, ເວັບໄຊ, ຕິກຕ໋ອກ, ໜັງສືພິມສະບັບເຈັ້ຍ, ວາລະສານ ແລະ ສື່ສັງຄົມອື່ນໆ. ສື່ມວນຊົນລາວ ແມ່ນກະບອກສຽງຂອງພັກ ເຄື່ອນໄຫວວຽກງານໂຄສະນາຕາມແນວທາງຂອງພັກ, ລັດ, ຕ້ານ ແລະ ສະກັດກັ້ນທຸກຖ້ອຍທໍານອງທີ່ບິດເບືອນຄວາມຈິງ ໃນສັງຄົມ. ດັ່ງຄໍາເວົ້າຂອງທ່ານ ທອງລຸນ ສີສຸລິດ ກ່າວໃນພິທີໂຮມຊຸມນຸມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ວ່າ: “ສື່ມວນຊົນ ແມ່ນຜູ້ກ້າປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ”.

76 ປ ພາຍໃຕການນາພາຂອງພກ ສມວນຊນລາວ ໄດຮບການພດທະນາຢາງຕເນອງ - image 2ທ່ານ ສີວັນ ຫອມໄຊຍະເດດ ກ່າວຕື່ມວ່າ: ກ້າວເຂົ້າສູ່ໄລຍະໃໝ່ ກໍຄືໃນຕໍ່ໜ້າ ສິ່ງທີ່ສື່ມວນຊົນ ຈະຕ້ອງໄດ້ເອົາໃຈໃສ່ແມ່ນສືບຕໍ່ສຶກສາ, ຄົ້ນຄວ້າ, ຮໍ່າຮຽນເອົາຄວາມຮູ້, ເຕັກນິກໄໝ່ໆ, ວິທະຍາ ສາດໃຫ້ຫຼາຍ ເພື່ອເຮັດເປັນຂ່າວ-ບົດ ລົງໃນໜັງສືພິມ, ເຟສບຸກ, ເວບໄຊສ ວ່ອງໄວ ທັນການ ແລະ ກວ້າງຂວາງ, ເພື່ອໃຫ້ສັງຄົມໄດ້ສຶກສາ, ຮຽນຮູ້ ເຮັດໃຫ້ເກີດຜົນເປັນຈິງ; ເພີ່ມທະວີການຕອບໂຕ້ຖ້ອຍ ທໍານອງບິດເບືອນຂອງກຸ່ມຄົນບໍ່ດີ, ພ້ອມທັງປຸກລະດົມທົ່ວສັງຄົມ ເຂົ້າໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍືນຍົງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ