ສຳນັກຂ່າວກຽວໂດ ລາຍງານວ່າ: ຫຸ່ນຍົນໂຕໜຶ່ງຈະເຮັດໜ້າທີ່ເຕີມສິນຄ້າເຊັ່ນ: ເຄື່ອງດື່ມບັນຈຸແກ້ວ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າກະປ໋ອງ, ໃນຂະນະທີ່ຫຸ່ນຍົນໂຕອື່ນໆຈະເຮັດຄວາມສະອາດພື້ນ ແລະ ເຊັດແກ້ວປ່ອງຢ້ຽມຮ້ານ.
ການເຄື່ອນໄຫວດັ່ງກ່າວມີຈຸດປະສົງເພື່ອຊ່ວຍເຫຼືອຜູ້ປະກອບການຮ້ານຄ້າທີ່ກຳລັງປະເຊີນກັບບັນຫາການຂາດແຄນແຮງງານ ແລະ ຄ່າໃຊ້ຈ່າຍແຮງງານທີ່ເພີ່ມຂຶ້ນ. ໂດຍລາຍງານລະບຸວ່າ: ທາງຮ້ານຍັງໄດ້ນຳລະບົບໜ້າຈໍມາໃຊ້ເພື່ອໃຫ້ບໍລິການລູກຄ້າໄລຍະໄກ ເພື່ອຫຼຸດຜ່ອນວຽກຂອງພະນັກງານເກັບເງິນໃນເວລາເຮັດວຽກກາງຄືນອີກດ້ວຍ.
ໃນຂະນະດຽວກັນ, ນອກຈາກຫຸ່ນຍົນທີ່ເຮັດວຽກໃນຮ້ານແລ້ວ, 7-Eleven ຍັງໄດ້ເລີ່ມທົດສອບຫຸ່ນຍົນຈັດສົ່ງສິນຄ້າ ເພື່ອສົ່ງສິນຄ້າຈາກຮ້ານຄ້າໄປສົ່ງຮອດເຮືອນຂອງລູກຄ້າດ້ວຍເຊັ່ນກັນ.
ຄໍາເຫັນ