ຂ່າວລະບຸວ່າ: ຕາມໂຕເລກຈາກກົມແຜນການ, ການເງິນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳການຄ້າ ຫວຽດນາມ ລະບຸວ່າ: ການສົ່ງອອກເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ຕົ້ນປີມາຮອດປັດຈຸບັນ ແມ່ນມາຈາກອຸດສາຫະກຳປຸງແຕ່ງ, ການຜະລິດ. ໝວດສິນຄ້າດັ່ງກ່າວບັນລຸວົງເງິນການຄ້າ 324.5 ຕື້ໂດລາ, ກວມເອົາ 86.8% ຍອດວົງເງິນສົ່ງອອກ - ນໍາເຂົ້າ. ສິ່ງທີ່ໜ້າສົນໃຈ, ສະເພາະວົງເງິນສົ່ງອອກໝວດສິນຄ້າຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່ບັນລຸປະມານ 100.5 ຕື້ໂດລາ. ໝວດສິນຄ້າດັ່ງກ່າວສືບຕໍ່ຢືນຢັນທີ່ຕັ້ງແມ່ນໜຶ່ງໃນບັນດາຜະລິດຕະພັນອຸດສາຫະກຳສົ່ງອອກຫຼັກ, ສົ່ງຜົນສະທ້ອນເຖິງດຸນການຄ້າ ແລະ ການເຕີບໂຕລວມຂອງຂະແໜງອຸດສາຫະກຳ ຫວຽດນາມ.
ສິ່ງທີ່ໜ້າສົນໃຈ, ການສົ່ງອອກໃນເດືອນມິຖຸນາ, ກໍລະກົດ ແລະ ສິງຫາ ສືບຕໍ່ສ້າງສະຖິຕິຢ່າງຕໍ່ເນື່ອງ, ໃນນັ້ນ, ເດືອນສິງຫາ ບັນລຸ 54.23 ຕື້ໂດລາ ຊຶ່ງແມ່ນໂຕເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ.
ຄໍາເຫັນ