88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ

88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ

88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນທ້າຍອາທິດຜ່ານມາວ່າ: ກອງປະຊຸມສຸດຍອດກ່ຽວກັບການກະທົບຂອງປັນຍາປະດິດ (AI) 2026 ຫາກໍສິ້ນສຸດລົງຢູ່ນະຄອນຫຼວງນິວເດລີ ປະເທດອິນເດຍ, ໂດຍມີ 88 ປະເທດ ແລະ ອົງການຈັດຕັ້ງສາກົນເຊັນຖະແຫຼງການ ນິວເດລີ ກ່ຽວກັບປັນຍາປະດິດ ຊຶ່ງຖືວ່າແມ່ນຂີດໝາຍສຳຄັນໃນຄວາມມານະພະຍາຍາມສ້າງຂອບເຂດການຮ່ວມມືທົ່ວໂລກ ດ້ວຍອຸດສາປະກຳປັນຍາປະດິດ.

ຂ່າວລະບຸວ່າ: ອີງບົນຫຼັກການ “ຜົນປະໂຫຍດ, ຄວາມຜາສຸກໃຫ້ແກ່ທຸກຄົນ”, ຖະແຫຼງການ ນິວເດລີ ຢືນຢັນວ່າບັນດາໝາກຜົນຈາກປັນຍາປະດິດ ຕ້ອງໄດ້ຈັດແບ່ງຢ່າງສະເໝີພາບ, ບໍ່ໃຫ້ປະເທດໃດ ຫຼື ກຸ່ມສັງຄົມໃດຖືກປະໄວ້ຢູ່ເບື້ອງຫຼັງ. ບັນດາຝ່າຍເຂົ້າຮ່ວມໃຫ້ຄຳໝັ້ນສັນຍາເພີ່ມທະວີສົມທົບນະໂຍບາຍ ແລະ ການກະທຳທີ່ແທດຈິງ ເພື່ອແນໃສ່ຫັນວິໃສທັດລວມນີ້ໃຫ້ປະກົດຜົນເປັນຈິງ ໃນສະພາບການທີ່ປັນຍາປະດິດພວມພັດທະນາຢ່າງໄວວາ ແລະ ສ້າງບັນດາການກະທົບເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ.

ຖະແຫຼງການ ນິວເດລີ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍແກ່ນສານຂອງກອງປະຊຸມສຸດຍອດການກະທົບປັນຍາປະດິດ ອິນເດຍ 2026, ລວມມີ, ມະນຸດ, ໜ່ວຍພິພົບ ແລະ ຄວາມກ້າວໜ້າ; ໃນນັ້ນ, ວາງມະນຸດໃນທີ່ຕັ້ງໃຈກາງຂອງວິວັດການພັດທະນາປັນຍາປະດິດ. ປະຊາຄົມສາກົນກໍໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ເຕັກໂນໂລຊີນີ້ຮັບໃຊ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ປ່ຽນໃໝ່ໃນໄລຍະຍາວນານ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ໄດ້ເປີດເຜີຍໃນວັນທີ 16 ກັນຍາ ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາຫຼຸດລົງ 9.6% ເມື່ອທຽບກັບປີກ່ອນ ມາຢູ່ທີ່ 3.10 ລ້ານຄົນ ເນື່ອງຈາກຄວາມຕ້ອງການທ່ອງທ່ຽວທີ່ງຽບເຫງົ້າລົງຕາມລະດູການຂອງບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ກັນຍາ ຜ່ານມາວ່າ: ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ, ກຳປູເຈຍຈະຢຸດການດຳເນີນທຸລະກິດການພະນັນອອນລາຍທັງໝົດຂອງຄາສິໂນທີ່ມີສະຖານທີ່ຕົວຈິງ ຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ ເພື່ອປາບປາມການຫຼອກລວງທີ່ອີງໃສ່ເຕັກໂນໂລຊີ ແລະ ການຟອກເງິນທີ່ຜິດກົດໝາຍ ຍ້ອນວ່າການພະນັນອອນລາຍໄດ້ກາຍເປັນເລື່ອງຍາກທີ່ຈະຄວບຄຸມ.
Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: Moody's Analytics ບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນ ທາງການເງິນ ລາຍງານວ່າ, ເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້ ໃນປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການຂະຫຍາຍຕົວຂອງການລົງທຶນທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງປັນຍາປະດິດ (AI). ເຖິງຢ່າງໃດກໍຕາມ, ຄວາມສ່ຽງພາຍນອກຍັງຄົງຢູ່ເຊັ່ນ: ລາຄາພະລັງງານທີ່ສູງຂຶ້ນ ແລະ ມາດຕະການພາສີອາກອນຂອງ ສະຫະລັດ ອາເມຣິກາ, ບວກກັບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ຊຶ່ງອາດຈະກົດດັນທ່າອ່ຽງເສດຖະກິດ ແລະ ເຮັດໃຫ້ຊ່ອງວ່າງການເຕີບໂຕລະຫວ່າງປະເທດກວ້າງຂວາງຂຶ້ນ.
ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9-13 ກັນຍານີ້, ວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າອຸດສາຫະກໍາ 400 ກວ່າແຫ່ງຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ ແລະ ບັນລຸຜົນສໍາເລັດ 1,200 ກວ່າລາຍການ ເຮັດໃຫ້ງານ​​ມະ​ຫະ​ກຳຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງວ່າ: ຈີນພວມສະໜອງເວທີການຮ່ວມມື ແລະ ໂອກາດການເຕີບໂຕໃຫ້ແກ່ໂລກດ້ວຍການຄ້າການບໍລິການຂອງຕົນ.
ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ເປີດຂຶ້ນ​ຢູ່​ນະ​ຄອນໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ ຈີນ, ໂດຍ​ມີ​ວິ​ສາ​ຫະ​ກິດ​ຫຼາຍກວ່າ 3,400 ແຫ່ງ​ຈາກ 70 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ຕີ​ມໍ​ແລັ​ສ​ເຕ ​ໄດ້​ເຂົ້າ​ຮ່ວມ​ງານ​​ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ເປັນ​ຜູ້​ຮ່ວມ​ຈັດ​ງານ, ນີ້​​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ 11 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ໜານ​ໜິງ​ຫຼັງ​ຈາກ​ອາ​ຊຽນ​ໄດ້​ເພີ່ມ​ປະ​ເທດ​ຕີ​ມໍ​ແລັ​ສ​ເຕ​ເຂົ້າ​ເປັນ​ສະ​ມາ​ຊິກ.
ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ເປີດຂຶ້ນທີ່​ນະຄອນຫຼວງປັກກິ່ງ ປະເທດຈີນ. ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ນຳ​ພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີ​ບົດກ່າວ​ຄຳ​ເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະ​ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ.
ຈຳນວນຄົນເຈັບພະຍາດອີໂບລາໃນກົງໂກ ເກີນ 7,200 ຄົນ

ຈຳນວນຄົນເຈັບພະຍາດອີໂບລາໃນກົງໂກ ເກີນ 7,200 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກັນຍາ ຜ່ານມາວ່າ: ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼືDR Congo ລາຍງານວ່າ, ຈຳນວນຜູ້ຕິດເຊື້ອອີໂບລາທີ່ໄດ້ຮັບການຢືນຢັນໃນ 7 ແຂວງໄດ້ບັນລຸເຖິງ 7,258 ຄົນ, ໂດຍມີຜູ້ເສຍຊີວິດ 3,510 ຄົນ ເມື່ອນັບມາຮອດວັນທີ 13 ກັນຍາ ຜ່ານມາ, ເຮັດໃຫ້ອັດຕາການເສຍຊີວິດໂດຍລວມເພີ່ມຂຶ້ນເປັນ 48.4%.
ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ

ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກັນຍາ ຜ່ານມາວ່າ: ສຳນັກງານສະຖິຕິອົສຕຣາລີລາຍງານວ່າ, ຈຳນວນຊາວອົສຕຣາລີທີ່ເຮັດວຽກຫຼາຍກວ່າໜຶ່ງວຽກມີເຖິງ 1 ລ້ານຄົນໃນເດືອນມິຖຸນາ 2026 ຊຶ່ງຄິດເປັນ 6.9% ຂອງຜູ້ມີວຽກເຮັດງານທຳທັງໝົດ ແລະ ເພີ່ມຂຶ້ນ 6.6% ຈາກ 984,200 ຄົນໃນເດືອນມີນາ. ສ່ວນຈຳນວນຜູ້ທີ່ເຮັດວຽກດຽວ ມີ 14.1 ລ້ານຄົນ.
ເພີ່ມເຕີມ