ໃນໄລຍະຜ່ານມາ, ຂະແໜງການກ່ຽວຂ້ອງໃນນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ເອົາໃຈໃສ່ ກວດກາປ້າຍໂຄສະນາຈຳນວນໜຶ່ງທີ່ບໍ່ຖືກຕ້ອງ ຕາມລະບຽບການເປັນຕົ້ນ ປ້າຍມີແຕ່ພາສາຕ່າງປະເທດ, ບາງປ້າຍພາສາຕ່າງປະເທດໃຫຍ່ກວ່າພາສາລາວ, ບາງປ້າຍອອກແບບ, ສີ, ຂະໜາດບໍ່ຖືກຕ້ອງຕາມລະບຽບການ. ທ່ານ ຄໍາຜຸຍ ສີຫານາດ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວນະຄອນຫຼວງພະບາງເມື່ອບໍ່ດົນມານີ້ວ່າ: ໄລຍະ 9 ເດືອນຕົ້ນປີ 2023 ນີ້, ຄະນະຮັບຜິດຊອບດ້ານວິຊາການ ໄດ້ລົງກວດກາການຄຸ້ມຄອງບັນດາຫ້າງຮ້ານທີ່ນໍາໃຊ້ປ້າຍໂຄສະນາ ທີ່ເຫັນວ່າບໍ່ຖືກຕ້ອງຕາມລະບຽບການ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການຄຸ້ມຄອງປ້າຍ ແລະ ປະດັບປະດາພາຍໃນນະຄອນຫຼວງພະບາງເປັນຈໍານວນຫຼາຍ, ຊຶ່ງຄະນະຮັບຜິດຊອບໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ແລະ ກ່າວເຕືອນຜູ້ປະກອບການພ້ອມທັງຮື້-ຖອນປ້າຍໂຄສະນາທີ່ບໍ່ຖືກລະບຽບ ອອກຕາມລະບຽບການ, ໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ຜູ້ປະກອບການທັງພາກລັດ ແລະ ເອກະຊົນທີ່ນໍາໃຊ້ປ້າຍ ຈົ່ງໃຫ້ການຮ່ວມມືໃນການຕິດຕັ້ງປ້າຍໃຫ້ຖືກຕ້ອງຕາມລະບຽບການ ເພື່ອເຮັດໃຫ້ນະຄອນຫຼວງພະບາງມີຄວາມງົດງາມສົມກັບເປັນເມືອງມໍລະດົກໂລກຫຼວງພະບາງ. ເພື່ອເປັນການຮອງຮັບນັກທ່ອງທ່ຽວ ທີ່ເຂົ້າມາໃນນະຄອນຫຼວງພະບາງ ຄະນະກຳມະການຮັບຜິດຊອບຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນນະຄອນຫຼວງພະບາງ ໄດ້ອຳນວຍຄວາມສະດວກບັນດາຜູ້ປະກອບການທຸລະກິດໄດ້ເປີດກິດຈະການ-ການບໍລິການເປັນຈໍານວນຫຼາຍ ເພື່ອຮອງຮັບບໍລິການນັກທ່ອງທ່ຽວທີ່ມາທ່ຽວຊົມເມືອງມໍລະດົກໂລກຫຼວງພະບາງ ໂດຍມີການວາງລະບຽບການໃຫ້ທຸກຫົວໜ່ວຍທຸລະກິດຜູ້ປະກອບການປະຕິບັດລະບຽບການທີ່ວາງໄວ້ໃຫ້ເຂັ້ມງວດ.
ຂ່າວ: ຫຼວງພະບາງ
ຂ່າວ: ຫຼວງພະບາງ
ຄໍາເຫັນ