ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ
ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.

 

ອາຫານລາວພນບານ ເນນສຂະພາບ ສບສານພມປນຍາທອງຖນ - image 1
 

ໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1, ທ່ານນາງ ມ່ອງ ບົວຄໍາດີ ຜູ້ຮັບຜິດຊອບກິດຈະກຳ ສຶກສານອກລະບົບຂອງສະມາຄົມຄຸນຄ່າລາວ ໄດ້ນໍາສະເໜີແນວທາງການສົ່ງເສີມອາຊີບ ຜ່ານການເຮັດອາຫານລາວພື້ນບ້ານ ໂດຍເນັ້ນທັງຄຸນຄ່າຂອງອາຫານທ້ອງຖິ່ນ ແລະ ການໃສ່ໃຈຕໍ່ສຸຂະພາບຂອງຜູ້ບໍລິໂພກ ໄດ້ໃຫ້ສໍາພາດ ວ່າ: ອາຫານທີ່ນໍາມາຈັດສະແດງພາຍໃນງານ ເນັ້ນໃຫ້ເຫັນພູມປັນຍາແບບດັ້ງເດີມຂອງຄົນລາວ ໂດຍເລືອກນໍາໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ແລະ ປຸງແຕ່ງແບບອາຫານລາວ, ໃນນັ້ນ ມີອາຫານຈາກປາ ເຊັ່ນ: ໝົກປາ, ຍໍາຜັກລວມ, ເຂົ້າທັນຍາພືດ ແລະ ອື່ນໆ. ການປຸງແຕ່ງອາຫານ ແມ່ນບໍ່ໃສ່ນໍ້າຕານ, ກະທິ, ປາແດກ ແລະ ແປ້ງນົວ ແຕ່ເນັ້ນລົດຊາດ ຈາກວັດຖຸດິບທຳມະຊາດ ທັງນີ້ ກໍເພື່ອໃຫ້ອາຫານລາວ ສາມາດເປັນອາຫານທີ່ຮັບປະທານໄດ້ຢ່າງເໝາະສົມ ແລະ ດີຕໍ່ສຸຂະພາບຂອງຜູ້ບໍລິໂພກ. ສໍາລັບຊ່ອງທາງການຈຳໜ່າຍອາຫານດັ່ງກ່າວແມ່ນຢູ່ຕະຫຼາດປອດສານພິດ ແລະ ຮັບເຮັດຕາມຄໍາສັ່ງຂອງລູກຄ້າໂດຍສະເພາະໃນງານບຸນ, ງານສັງສັນຕ່າງໆ. ການຮັບເຮັດອາຫານຕາມຄໍາສັ່ງ ແມ່ນເປັນອີກຊ່ອງທາງໜຶ່ງ ທີ່ສາມາດສ້າງອາຊີບ ແລະ ລາຍໄດ້ໃຫ້ແກ່ຜູ້ເຮັດອາຫານ ສໍາລັບລາຄາອາຫານ ມີຫຼາຍລະດັບ ຂຶ້ນຕາມປະເພດ ແລະ ຂະໜາດຂອງອາຫານ ຊຶ່ງເລີ່ມຕົ້ນ 20.000 ກີບຂຶ້ນໄປ.

ອາຫານລາວພນບານ ເນນສຂະພາບ ສບສານພມປນຍາທອງຖນ - image 2
 

ທ່ານນາງ ມ່ອງ ບົວຄໍາດີ ກ່າວຕື່ມວ່າ: ການນໍາອາຫານລາວພື້ນບ້ານມາຈັດສະແດງໃນງານຄັ້ງນີ້ບໍ່ພຽງແຕ່ເປັນການນໍາສະເໜີເມນູອາຫານເທົ່ານັ້ນ ແຕ່ຍັງເປັນການເຜີຍແຜ່ພູມປັນຍາການປຸງແຕ່ງອາຫານລາວ ແລະ ສົ່ງຕໍ່ຄຸນຄ່າອາຫານພື້ນບ້ານໄປສູ່ຄົນຮຸ່ນໃໝ່ ພ້ອມນີ້ ສະມາຄົມຄຸນຄ່າອາຫານລາວ ຍັງເນັ້ນການສຶກສານອກລະບົບ ແລະ ການສົ່ງເສີມອາຊີບໂດຍນຳໃຊ້ທັກສະດ້ານອາຫານເປັນແນວທາງໜຶ່ງໃນການສ້າງອາຊີບ ການເນັ້ນອາຫານລາວທີ່ໃສ່ໃຈຕໍ່ສຸຂະພາບຈຶ່ງເປັນທັງການອະນຸລັກພູມປັນຍາ ອາຫານພື້ນບ້ານ ແລະ ຕໍ່ຍອດເປັນອາຊີບໃນຊຸມຊົນ. ການດໍາເນີນງານດັ່ງກ່າວ ຖືເປັນອີກແນວທາງໜຶ່ງໃນການນໍາເອົາພູມປັນຍາຈາກວິຖີຊີວິດດັ້ງເດີມ ມາປັບໃຊ້ໃຫ້ແທດເໝາະກັບສັງຄົມປັດຈຸບັນ ທັງໃນດ້ານສຸຂະພາບ, ການສ້າງອາຊີບ ແລະ ການສືບສານອາຫານລາວໃຫ້ຄົງຢູ່ຕໍ່ໄປ.

ເພື່ອຢາກໃຫ້ອາຫານ, ການດໍາລົງຊີວິດແບບລາວໆ ຍັງຄົງຢູ່ກັບຄົນລາວສືບຕໍ່ໄປຍາວນານ ທຸກຄົນໃນສັງຄົມ ຕ້ອງຮ່ວມແຮງຮ່ວມໃຈກັນອະນຸລັກ ດ້ວຍການສົ່ງເສີມ, ປົກປັກຮັກສາ, ນໍາໃຊ້, ທ່າແຮງທີ່ມີພາຍໃນປະເທດ ໃຫ້ເກີດປະໂຫຍດສູງສຸດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ