ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ

ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ

ອາຫານທີ່ດີ ແລະ ສິນຄ້າທີ່ມີຄຸນນະພາບ ເຮັດໃຫ້ຍີ່ປຸ່ນກາຍເປັນຈຸດໝາຍທີ່ຄົນຢາກໄປທ່ຽວອີກ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບໍລິສັດ Dentsu Inc., ບໍລິສັດໂຄສະນາຊັ້ນນໍາ ເປີດເຜີຍການສໍາຫຼວດລ້າສຸດວ່າ: ຍີ່ປຸ່ນ ໄດ້ຮັບເລືອກເປັນຈຸດໝາຍປາຍທາງທີ່ຜູ້ຄົນຕ້ອງການກັບໄປຢ້ຽມຢາມຫຼາຍທີ່ສຸດ ຊຶ່ງສ່ວນໜຶ່ງແມ່ນຍ້ອນອາຫານ ແລະ ສິນຄ້າທີ່ມີຄຸນນະພາບສູງຂອງປະເທດອາຊີ ແຫ່ງນີ້.

ຂ່າວລະບຸວ່າ: ຈາກແບບສຳຫຼວດທາງອອນລາຍ, ທີ່ໄດ້ສອບຖາມຜູ້ຄົນຈາກ 20 ປະເທດທີ່ເຄີຍເດີນທາງໄປຫຼາຍປະເທດກ່ຽວກັບສະຖານທີ່ທີ່ຢາກກັບໄປຢ້ຽມຢາມອີກຄັ້ງ ພົບວ່າ: ຍີ່ປຸ່ນໄດ້ຮັບຄະແນນສູງສຸດ 52.7%, ຮອງລົງມາແມ່ນ ສ ເກົາຫຼີ 20.0% ແລະ ສະຫະລັດ ອາເມຣິກາ 16.6%.

ຄວາມສົນໃຈໃນອາຫານ ແລະ ສິນຄ້າຂອງຍີ່ປຸ່ນ, ລວມເຖິງຄຸນນະພາບຂອງສິນຄ້າມືສອງ ມີຄະແນນສູງກວ່າອັດຕາແລກປ່ຽນເງິນເຢນທີ່ອ່ອນຄ່າ ຊຶ່ງມັກຈະຖືກອ້າງວ່າເປັນສາເຫດທີ່ເຮັດໃຫ້ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ.

ສິນຄ້າທີ່ຂາຍດີທີ່ສຸດໃນຮ້ານສະດວກຊື້ໃນຍີ່ປຸ່ນແມ່ນຊູຊິ 46.9%, ກະແລັມ 45.1%, ເຂົ້າປັ້ນ ແລະ ຂະໜົມຫວານ 43.3%.

ຜົນການສໍາຫຼວດ ຊຶ່ງຈັດຂຶ້ນໃນລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ ຜ່ານມາ, ມີຜູ້ເຂົ້າຮ່ວມຕອບແບບສອບຖາມ 12,400 ຄົນ ຈາກອົສຕຣາລີ, ອັງກິດ, ການາດາ, ຈີນ, ຝຣັ່ງ, ເຢຍລະມັນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ອີຕາລີ, ມາເລເຊຍ, ຟີລິບປິນ, ຊາອຸດິດ ອາຣັບບີ, ສິງກະໂປ, ສ ເກົາຫຼີ, ແອັດສະປາຍ, ແຄວ້ນໄຕ້ຫວັນ, ໄທ, ຫວຽດນາມ ແລະ ສະຫະລັດ ອາເມຣິກາ.

ໃນບັນດາ 47 ແຂວງຂອງຍີ່ປຸ່ນ, ໂຕກຽວ, ຮອກໄກໂດ, ໂອຊາກາ ແລະ ກຽວໂຕ ເປັນແຂວງທີ່ນັກທ່ອງທ່ຽວຮູ້ຈັກຫຼາຍທີ່ສຸດ ແລະ ມີປະສົບການການທ່ອງທ່ຽວທີ່ດີທີ່ສຸດເມື່ອທຽບກັບແຂວງອື່ນໆ.

ອັດຕາສ່ວນນັກທ່ອງທ່ຽວທີ່ໄປຢ້ຽມຢາມເຂດຊົນນະບົດຂອງຍີ່ປຸ່ນແຕ່ບໍ່ໄດ້ໄປຢ້ຽມຢາມໂຕກຽວ, ນາໂກຢາ, ໂອຊາກາ ຫຼື ກຽວໂຕ ມີຈຳນວນນ້ອຍ.

ສຳລັບຜູ້ທີ່ໄປຢ້ຽມຢາມຊົນນະບົດ, 96.2% ພໍໃຈກັບປະສົບການ ແລະ 93.4% ຕ້ອງການກັບໄປຢ້ຽມຢາມອີກ.

ຜູ້ຮັບຜິດຊອບການສຳຫຼວດ ຂອງ ບໍລິສັດ Dentsu ກ່າວວ່າ: ຊົນນະບົດມີຄວາມສາມາດສູງສຳລັບການທ່ອງທ່ຽວ, ແຕ່ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ຮັບການແກ້ໄຂ.

ຕາມການສຳຫຼວດ, ບັນຫາທີ່ເຮັດໃຫ້ຜູ້ຄົນບໍ່ໄປຢ້ຽມຢາມຊົນນະບົດໄດ້ແກ່ ຂາດສັນຍານ Wi-Fi, ການຮອງຮັບຫຼາຍພາສາບໍ່ພຽງພໍ ແລະ ການເຂົ້າເຖິງບໍ່ສະດວກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸເຖິງ 5,500 ຕື້ຢວນ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ເສດຖະກິດທາງທະເລໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ.
ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ນະຄອນຫຼວງມະນີລາ ປະເທດຟີລິບປິນ, ມີແຜນທີ່ຈະນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອຄາດຄະເນນໍ້າຖ້ວມລ່ວງໜ້າໄດ້ເຖິງ 2 ຊົ່ວໂມງ. ໂດຍລະບົບດັ່ງກ່າວຈະໃຊ້ໂດຣນທີ່ໃຊ້ພະລັງງານ AI ແລະ ເຕັກໂນໂລຊີການສ້າງແຜນທີ່ 3D ເພື່ອວິເຄາະປະລິມານນໍ້າຝົນ, ປະລິມານນໍ້າ ແລະ ລະດັບຄວາມສູງຂອງແຜ່ນດິນ ເພື່ອລະບຸພື້ນທີ່ທີ່ສ່ຽງນໍ້າຖ້ວມ.
7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກ-ນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ.
Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Samsung Electronics, ຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກຈາກ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 30 ກໍລະກົດ ຜ່ານມາວ່າ, ບໍລິສັດ ຈະເລີ່ມກໍ່ສ້າງໂຮງງານຜະລິດເຊມິຄອນດັກເຕີແຫ່ງທີສອງ ຫຼື Taylor Fab 2 ໃນເມືອງເທເລີ ລັດເທັກຊັສ ສະຫະລັດອາເມຣິກາ ໃນທ້າຍປີນີ້.
ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ສຳນັກຂ່າວສານຊິນຮວາຍລາຍງານໃນວັນທີ 28 ກໍລະກົດ ຜ່ານມາວ່າ: ປະເທດມາເລເຊຍໄດ້ເປີດໂຄງການສົ່ງເສີມການຈ້າງງານພາຍໃຕ້ໂຄງການການເງິນເພື່ອສັງຄົມ iTEKAD ເພື່ອຊ່ວຍເຫຼືອປະຊາຊົນຈາກກຸ່ມທີ່ມີຄວາມສ່ຽງໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ລາຍໄດ້ທີ່ຍືນຍົງ.
Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Microsoft ໄດ້ປະກາດຫວ່າງມໍ່ໆມານີ້ວ່າ: ບໍລິສັດມີລາຍໄດ້ 90 ຕື້ໂດລາໃນໄຕມາດທີ 4 ຂອງປີງົບປະມານ 2026 (ສິ້ນສຸດວັນທີ 30 ມິຖຸນາ), ເພີ່ມຂຶ້ນ 18% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ເພີ່ມເຕີມ