ຂ່າວສານຊີອາໄອລາຍງານ ເມື່ອວັນທີ 2 ມັງກອນທີ່ຜ່ານມານີ້, ອົງການສະຖິຕິສູນກາງອິນໂດເນເຊຍໄດ້ອອກປະກາດຂ່າວວ່າຕະຫຼອດປີ 2023 ອັດຕາເງິນເຟີ້ຂອງອິນໂດເນເຊຍແມ່ນ 2,61%, ຍັງຢູ່ໃນຂອບເຂດເປົ້າໝາຍຄື 2% – 4% ທີ່ທະນາຄານກາງອິນໂດເນເຊຍກຳນົດໄວ້. ຂໍ້ມູນສະແດງໃຫ້ເຫັນວ່າ, ລາຄາອາຫານໄດ້ຖີບໂຕສູງຂຶ້ນເປັນແຮງຊຸກຍູ້ຕົ້ນຕໍຂອງໄພເງິນເຟີ້. ນອກນີ້, ລາຄານ້ຳມັນເຊື້ອໄຟກໍສູງຂຶ້ນເຮັດໃຫ້ຕົ້ນທຶນການຂົນສົ່ງເພີ່ມສູງຂຶ້ນສ້າງຜົນກະທົບຕໍ່ໄພເງິນເຟີ້ເຊັ່ນກັນ. ອົງການດັ່ງກ່າວຄາດຄະເນວ່າ, ອັດຕາເງິນເຟີ້ຂອງອິນໂດເນເຊຍໃນປີ 2024 ຈະຮັກສາໄວ້ໃນຂອບເຂດລະຫວ່າງ 2% – 4%.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ
ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ຄໍາເຫັນ