ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%

ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%

ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%
ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນສະເລ່ຍ 5 ເດືອນຕົ້ນປີ 2025 ຢູ່ໃນລະດັບ 11.76% (ຫຼຸດລົງຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງຢູ່ໃນລະດັບ 24.77%), ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

 

ທ່ານສອນໄຊ ສີພັນດອນ ໄດ້ກ່າວວ່າ: ລັດຖະບານໄດ້ສຸມໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບດ້ານລາຄາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ມີຄວາມໝັ້ນທ່ຽງຊຶ່ງໃນໄລຍະ 5 ເດືອນຜ່ານມາ ເຫັນໄດ້ວ່າອັດຕາເງິນເຟີ້ ຫຼຸດລົງໃນແຕ່ລະເດືອນ (ເງິນເຟີ້ເດືອນມັງກອນ 2025 ຢູ່ໃນລະດັບ 15.5%, ເດືອນ ກຸມພາ 12.7%, ເດືອນມີນາ 11.2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11.1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8.3%). ສັງລວມແລ້ວອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11.76% (ຫຼຸດລົງຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງຢູ່ໃນລະດັບ 24.77%), ຄາດວ່າໝົດປີນີ້ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ. ພ້ອມນັ້ນ, ປະລິມານເງິນ M2ຮອດທ້າຍເດືອນພຶດສະພາ 2025 ຂະຫຍາຍຕົວ ຢູ່ໃນລະດັບ 15.36% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຮອດທ້າຍເດືອນ 6 ຄາດວ່າຈະຢູ່ໃນລະດັບ 14.86% ແລະ ຮອດທ້າຍ ປີ 2025 ຄາດວ່າຈະສາມາດບັນລຸໄດ້ ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ໂດຍຈະຂະຫຍາຍຕົວບໍ່ເກີນ 20% ທຽບໃສ່ປີຜ່ານມາ.

ຄຽງຄູ່ກັນນັ້ນ, ອັດຕາແລກປ່ຽນໃນໄລຍະ 5 ເດືອນຕົ້ນປີ 2025 ທຽບໃສ່ທ້າຍປີ 2024, ເງິນກີບແຂງຄ່າ 0.2% ທຽບໃສ່ເງິນໂດລາ ແລະ ອ່ອນຄ່າ 0.42% ທຽບກັບເງິນ/ບາດ. ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດ ແມ່ນຢູ່ໃນລະດັບ 0.06% ສໍາລັບເງິນກີບ/ໂດລາ ແລະ 0.21% ສໍາລັບເງິນກີບ/ບາດ.ຄັງສໍາຮອງເງິນຕາຕ່າງປະເທດຮອດທ້າຍເດືອນພຶດສະພາ 2025 ມີຈໍານວນ 2,760.50 ລ້ານໂດລາ, ກຸ້ມການນໍາເຂົ້າ 5.03 ເດືອນ. ຮອດທ້າຍປີ 2025 ຄາດວ່າຈະສາມາດບັນລຸໄດ້ຕາມຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ ໂດຍສາມາດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 5 ເດືອນ;ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ບັນລຸຕາມຄາດໝາຍ ຮອດທ້າຍເດືອນພຶດສະພາ 2025 ຢູ່ໃນລະດັບ 1.38%, ຄາດວ່າຮອດທ້າຍປີ 2025 ຈະບັນລຸໄດ້ຕາມຄາດໝາຍ ຕາມທີ່ສະພາແຫ່ງຊາດ ຮັບຮອງ ຊຶ່ງຢູ່ໃນລະດັບທີ່ບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ.ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກຜ່ານລະບົບທະນາຄານ ໄດ້ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດຕໍ່ຜູ້ປະກອບການສົ່ງອອກ ເພື່ອໃຫ້ນໍາລາຍຮັບເປັນເງິນຕາຕ່າງປະເທດໂອນເຂົ້າມາ ສປປ ລາວ ແລະ ແລກປ່ຽນກັບທະນາຄານ; ໄດ້ກຳນົດໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນ ເປີດບັນຊີສະເພາະ ເພື່ອຊຳລະສະສາງຜ່ານລະບົບທະນາຄານຊຶ່ງມາຮອດທ້າຍເດືອນພຶດສະພາ 2025 ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກໄດ້ 68.74% ຂອງມູນຄ່າການສົ່ງອອກທັງໝົດ. ຄາດຄະເນໝົດປີ 2025 ຈະສາມາດບັນລຸຕາມຄາດໝາຍທີ່ວາລະແຫ່ງຊາດກໍານົດໄວ້ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫຼຸດ 70%).

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ນັບແຕ່ວັນທີ 2 ມັງກອນ 2025 ຫາ ວັນທີ 31 ພຶດສະພາ 2025 ທະນາຄານທຸລະກິດ 9 ແຫ່ງ ໄດ້ໂອນເງິນຂອງລັດຖະບານເຂົ້າບັນຊີລວມສູນຄັງເງິນ (ຫຼື ເອີ້ນຫຍໍ້ວ່າ: TSA) ຢູ່ທະນາຄານແຫ່ງ ສປປ ລາວ ຈໍານວນເງິນທຽບເປັນເງິນກີບ ທັງໝົດ 26,822 ຕື້ກີບ ເພີ່ມຂຶ້ນຈໍານວນ 6,996 ຕື້ກີບ ຫຼື 35.29% ທຽບໃສ່ ປີ 2024 (19,826 ຕື້ກີບ); ໄດ້ສຸມໃສ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ຮອດວັນທີ 30 ພຶດສະພາ 2025 ໄດ້ອະນຸມັດເງິນສິນເຊື່ອ ລວມວົງເງິນກູ້ຢືມຈາກທະນາຄານທຸລະກິດ 4,748 ຕື້ກີບ ໃຫ້ 49 ຫົວໜ່ວຍ; ໄດ້ອະນຸມັດວົງເງິນກູ້ຢືມເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ວົງເງິນອະນຸມັດ 1,765 ຕື້ກີບ ໃຫ້ 922 ຫົວໜ່ວຍ ຢູ່ 18 ແຂວງ, ໄດ້ເບີກຖອນເງິນກູ້ຕົວຈິງ 1,607 ຕື້ກີບ (ໃນນັ້ນ, ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ ກວມຫຼາຍກວ່າໝູ່ ໃນລະດັບ 51.68% ຊຶ່ງສ່ວນໃຫຍ່ ແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຊຽງຂວາງ).

ໃນຂະນະທີ່ ການຮັກສາສະຖຽນລະພາບດ້ານລາຄາສິນຄ້າໄດ້ເອົາໃນໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໄດ້ດີກວ່າເກົ່າ, ລາຄາສິນຄ້າເໜັງຕີງຂຶ້ນບໍ່ຫຼາຍ ເພາະລັດຖະບານສາມາດຄວບຄຸມອັດຕາແລກປ່ຽນມີຄວາມສະຖຽນກວ່າເກົ່າ; ລາຄານໍ້າມັນເຊື້ອໄຟ ກໍມີທ່າອ່ຽງດີຂຶ້ນ ເນື່ອງຈາກໄດ້ຮັບຜົນກະທົບໃນທາງບວກ ຈາກການແຂງຄ່າຂຶ້ນຂອງເງິນກີບ ບວກໃສ່ລາຄານໍ້າມັນໃນຕະຫຼາດໂລກທີ່ມີທ່າອ່ຽງຫຼຸດລົງ;ການນໍາເຂົ້ານໍ້າມັນເຊື້ອໄຟ ນັບແຕ່ວັນທີ 1 ມັງກອນ ຫາ ເດືອນພຶດສະພາ 2025 ມີບໍລິມາດທັງໝົດ 904 ລ້ານກວ່າລິດ ເຫັນວ່າເພີ່ມຂຶ້ນທຽບໃສ່ໄລຍະດຽວກັນຂອງປີຜ່ານມາໂດຍສະເລ່ຍ ໃນປີ 2025 ນີ້ ມີການນໍາເຂົ້າ 165 ລ້ານລິດ/ເດືອນ, ເຖິງແນວໃດກໍຕາມ ລັດຖະບານກໍສາມາດສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອໄຟໄດ້ຢ່າງພຽງພໍ.

(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ