ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານສະຫະພັນແມ່ຍິງລາວ ຄັ້ງທີ IX​

ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານສະຫະພັນແມ່ຍິງລາວ ຄັ້ງທີ IX​

ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານສະຫະພັນແມ່ຍິງລາວ ຄັ້ງທີ IX​
ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສະຫະພັນແມ່ຍິງລາວຄັ້ງທີ IX, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ປິດລົງດ້ວຍຜົນສຳເລັດຢ່າງຈົບງານໃນວັນທີ 10 ກັນຍານີ້ ​ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.​

 

 
ສະຫາຍ ນາງ ອາລ ວງໜບນທຳ ໄດຮບເລອກເປນເລຂາຄະນະບລຫານງານສະຫະພນແມຍງລາວ ຄງທ IX​ - image 1
 

ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ແຈ້ງຜົນກອງປະຊຸມວ່າ: ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງລາວ ຄັ້ງທີ IX ຊຶ່ງມີຜູ້ສະໝັກ 65 ສະຫາຍ, ເລືອກເອົາ 61 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນເລຂາຄະນະບໍລິຫານງານສະຫະພັນແມ່ຍິງລາວ, ເລືອກເອົາສະຫາຍ ນາງ ທຳມາ ເພັດວິໄຊ,ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງເລຂາ ແລະ ເລືອກເອົາສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາ, ເລືອກເອົາສະຫາຍ ນາງ ພູຄຳ ຄັດສະຫວ່າງ,ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານກວດກາສະຫະພັນແມ່ຍິງລາວ.

ສະຫາຍ ນາງ ອາລ ວງໜບນທຳ ໄດຮບເລອກເປນເລຂາຄະນະບລຫານງານສະຫະພນແມຍງລາວ ຄງທ IX​ - image 2
 

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງຮຽກຮ້ອງໃຫ້ຄະນະບໍລິຫານງານ ສະຫະພັນແມ່ຍິງລາວຊຸດໃໝ່ ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນດາສະຫາຍຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານແມ່ຍິງແຕ່ລະຂັ້ນ, ສະມາຊິກແມ່ຍິງໃຫ້ທົ່ວເຖິງເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເປັນເອກະພາບຕໍ່ເນື້ອໃນ ຄາດໝາຍສູ້ຊົນໃນຕໍ່ໜ້າ ເພື່ອສ້າງທັດສະນະ ແລະ ຄວາມຮັບຜິດຊອບໃນການນໍາພາຍູ້ຂະບວນການຕົວຈິງໃຫ້ມີການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານແມ່ຍິງລາວ. ໃຫ້ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານ ສສຍລ ກໍຄືຄະນະນໍາຂອງ ສສຍລ ໃຫ້ລະອຽດ, ຈະແຈ້ງເພື່ອນໍາພາ-ຊີ້ນໍາວຽກງານແມ່ຍິງ ກໍຄືການປະຕິບັດມະຕິກອງປະຊຸມເທື່ອນີ້ ເຂົ້າສູ່ຂະບວນການຕົວຈິງໂດຍໄວ, ຕ້ອງປົກປັກຮັກສາ ແລະ ຮັດແໜ້ນຄວາມສາມັກຄີພາຍໃນຄະນະບໍລິຫານງານ ສສຍລ, ເປັນຫຼັກແຫຼ່ງນໍາພາເຕົ້າໂຮມຄວາມສາມັກຄີໃນຄະນະສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ເປັນປຶກແຜ່ນ; ຈົ່ງເຊີດຊູຄວາມເປັນເຈົ້າການຮັບຜິດຊອບຕໍ່ໜ້າທີ່ການເມືອງ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ, ຄະນະບໍລິຫານງານ ສສຍລ ຍາມໃດກໍຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການ, ລະບອບແບບແຜນນຳພາ-ວິທີເຮັດວຽກຕາມກົດລະບຽບ ແລະ ກົດໝາຍຂອງຕົນ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍຕໍ່ວຽກງານແມ່ຍິງ; ເດັດຂາດແກ້ໄຂຕໍ່ການປະພຶດແບບອາດຍາສິດ, ຂາດຄວາມເປັນແບບຢ່າງ, ຕ້ອງສ້າງໄດ້ຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນໍາພາລວມ ແລະ ຕໍ່ແຕ່ລະສະຫາຍໃນຄະນະບໍລິຫານງານ ສສຍລ, ຄະນະບໍລິຫານງານ ສສຍລ ຊຸດໃໝ່ ຕ້ອງຕັ້ງໜ້າຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນໍາໜ້າດ້ານຕ່າງໆ; ມີຄວາມສາມັກຄີຮັກແພງຈິງໃຈຊ່ວຍເຫຼືອກໍ່ສ້າງຊຶ່ງກັນ ແລະ ກັນໃຫ້ມີຄວາມເຂັ້ມແຂງ, ດໍາລົງຊີວິດປອດໃສ, ປະຢັດ, ຕ້ານການຟຸ່ມເຟືອຍ, ບໍ່ສ້າງຄວາມເສຍຫາຍມາສູ່ວຽກງານແມ່ຍິງ ລວມທັງກະທົບເຖິງບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງ ແລະ ການຈັດຕັ້ງ.

ຂ່າວ-ພາບ: ບຸນຕອມ+ບຸນອຸ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ນະຄອນຫຼວງວຽງຈັນ, ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ຜູ້ດໍາເນີນການເຂື່ອນໄຟຟ້າພະລັງນ້ໍາໄຊຍະບູລີ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ຈາກ ລັດຖະບານ ແຫ່ງ ສປປ ລາວ ທີ່ມີຜົນງານໂດດເດັ່ນດ້ານການພັດທະນາ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ຕາມມາດຕະຖານສາກົນ, ໃຫ້ກ່ຽດມອບໂດຍ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຮັບໂດຍ ທ່ານ ວໍລະພົດ ອຸຊຸໄພບູນວົງ ກຳມະການຜູ້ຈັດການ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ
ກະຊວງ ວທ ທາບທາມບຸກຄະລາກອນຮອບທີ 3

ກະຊວງ ວທ ທາບທາມບຸກຄະລາກອນຮອບທີ 3

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ວທ ສະໄໝທີ VI ຮອບທີ 3 ຂຶ້ນໃນວັນທີ 9 ກັນຍາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາຄະນະບໍລິຫານງານພັກ ກະຊວງ ວທ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ກຳມະການປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈະສຳຫຼວດຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ

ຈະສຳຫຼວດຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ

ພິທີ ເຊັນສັນຍາໃນການສຳຫຼວດ-ອອແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ແລະ ຂົວຂ້າມນໍ້າຂອງ 1 ແຫ່ງ, ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ່ 9 ກັນຍານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ, ມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ບໍລິສັດຮັບເໝົາເຂົ້າຮ່ວມ.
ງານວາງສະແດງຜະລິດຕະພັນລາວ  2025 ຈະຈັດຂຶ້ນ ໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ 2025 ຈະຈັດຂຶ້ນ ໃນຕົ້ນເດືອນຕຸລານີ້

ງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 (Made in Laos 2025) ຈະຈັດຂຶ້ນ ໃນລະຫວ່າງວັນທີ 1-8 ຕຸລາ 2025 ທີ່ຈະມາເຖິງນີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໂດຍຈະນຳເອົາຜະລິດຕະພັນຫລາຍປະເພດ, ຈາກຫລາຍຂະແໜງການ, ຜະລິດຕະພັນ ຈາກ 17 ແຂວງ ໃນຂອບເຂດທົ່ວປະເທດ ແລະ ຈາກປະເທດເພື່ອນບ້ານຈໍານວນໜຶ່ງ ມາຮ່ວມວາງ ສະແດງ.
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ.
ເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ

ເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ

ໃນວັນທີ 9 ກັນຍານີ້ ທີ່ບ້ານໜອງບົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເປັນກຽດເຂົ້າຮ່ວມມີທ່ານ ສິນລະກອນ ພົມມະໄຊສີ ຮັກສາການເຈົ້າເມືອງໄຊທານີ, ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ, ມີບັນດາແຂກທີ່ຖຶກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

ໃນ 5 ປີ (2026-2030) ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 8,039 ຕື້ກີບ ກວມເອົາ 36% ຂອງ GDP (ສະເລ່ຍປະມານ 1,608 ຕື້ກີບ/ປີ). ໃນນີ້, ການລົງທຶນຂອງລັດ 804 ຕື້ກີບ (ສະເລ່ຍ 161 ຕື້ກີບ/ປີ); ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 1,206 ຕື້ກີບ (ສະເລ່ຍ 241 ຕື້ກີບ/ປີ); ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6,029 ຕື້ກີບ (ສະເລ່ຍ 1,206 ຕື້ກີບ/ປີ).
ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສະຫຼອງ15 ປີ ວັນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຮ່ວມກັບ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍໃຕ້ຫົວຂໍ້: “ຜົນທະທົບຕໍ່ມະນຸດ ແລະ ສິ່ງທ້າທາຍຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ” ໃນວັນທີ 8 ກັນຍານິ້ ທີ່ສະໂມສອນຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ, ມະຫາວິທະຍາໄລເເຫ່ງຊາດ.
ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ

ການນໍາແຂວງວຽງຈັນ ແລະ ແຂວງເເລີຍ ພົບປະສອງຝ່າຍ

ໃນວັນທີ 8 ກັນຍາຜ່ານມານີ້, ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ສປປ ລາວ ໄດ້ ຕ້ອນຄະນະຮັບຜິດຊອບອົງການພັດທະນາພື້ນທີ່ພິເສດເພື່ອການທ່ອງທ່ຽວຢ່າງຢັ້ງຢືນ ແຂວງເລີຍ ປະເທດໄທ, ໃນໂອກາດ ທີ່ເດີນທາງມາເຮັດວຽກ ຮ່ວມກັບ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງວຽງຈັນ ຊຶ່ງນຳພາໂດຍ ທ່ານ ປະຢູນ ອະຣັນຣຸດ ຮອງເຈົ້າແຂວງໆເລີຍ ລາຊາອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ.
ປະກາດນາຍທະຫານຂັ້ນສູງພັກການກຽມຮັບບຳນານ

ປະກາດນາຍທະຫານຂັ້ນສູງພັກການກຽມຮັບບຳນານ

ພິທີປະກາດອະນຸມັດໃຫ້ນາຍທະຫານຂັ້ນສູງພັກການກຽມຮັບບຳນານຈັດຂຶ້ນໃນວັນທີ 8 ກັນຍາ ຜ່ານມາ ທີ່ກະ ຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມັນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ການນຳຂັ້ນສູງ, ນາຍທະຫານຂັ້ນສູງຜູ້ໄດ້ຮັບອະນຸມັດພັກການກຽມຮັບບຳນານ, ຜູ້ຕາງໜ້າພາກສ່ວນຕ່າງໆ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ເພີ່ມເຕີມ