![]() |
ສະຫາຍ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ, ແຜນພັດທະນາວຽກງານ ວທ ເພື່ອສະແດງໃຫ້ເຫັນການປະຕິບັດໂຄງາການ ການເມືອງຂອງພັກ ແລະ ສະຫຼຸບການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກຕໍ່ຂົງເຂດ ວທ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງແຂງແຮງ. ພ້ອມທັງຖອດຖອນບົດຮຽນດ້ານທິດສະດີ ແລະ ພຶດຕິກໍາຈາກການນໍາພາ-ຊີ້ນໍາຕະຫຼອດໄລຍະ 5 ປີຜ່ານມາ ແລະ ວາງທິດທາງຕໍ່ໜ້າຢ່າງເປັນລະບົບ. ພ້ອມກັນນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ສະເໜີໃຫ້ແຕ່ລະສະຫາຍຜູ້ແທນກອງປະຊຸມເບິ່ງຄືນການກໍານົດວຽກຈຸດສຸມ ແລະ ຄາດໝາຍ, ການແບ່ງຄວາມຮັບຜິດ ຊອບ ສະເພາະສູນກາງກັບສູນກາງ ແລະ ສູນກາງກັບທ້ອງຖິ່ນ.
ກອງປະຊຸມຜູ້ຕາງໜ້າຄະນະຮັບຜິດຊອບຈາກສູນກາງໄດ້ຂຶ້ນຜ່ານມາດຖານ-ເງື່ອນໄຂບຸກຄະລາກອນຜູ້ທີ່ຈະອອກສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກະຊວງ ວທ ສະໄໝທີ VI ພ້ອມທັງປ່ອນບັດທາບທາມບຸກຄະລາກອນຮອບທີ 3.
ຂ່າວ: ຂປລ
ຄໍາເຫັນ