ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ
ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ, ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການປັບປຸງກໍ່ສ້າງຖັນແຖວພະນັກ ງານ-ຄູອາຈານຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ເວົ້າລວມ ເວົ້າສະເພາະກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດດີຫຼັກການ, ບົດຮຽນ ແລະ ປະສົບການໃນການນໍາພາ-ບັນຊາແຕ່ລະຂັ້ນ ປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ. ມາຮອດປັດຈຸບັນວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາແຕ່ລະລະບົບໄດ້ 6,000 ກວ່າສະຫາຍ, ຊຶ່ງບັນດາສະຫາຍທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ແລະ ຕໍາແໜ່ງສໍາຄັນຕ່າງໆ ຢູ່ອົງການ, ກະຊວງ, ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ.

 

ສກຮຽນ 2025-2026 ນ ວປກ ໄດປບປງຫກສດການຮຽນ-ການສອນໃຫມຄນນະພາບກວາເກາ - image 1
 

 

ເພື່ອສືບຕໍ່ເສີມຂະຫຍາຍຜົນງານດັ່ງກ່າວທີ່ຍາດມາໄດ້ນັ້ນ, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການ

ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານໄດ້ໃຫ້ສໍາພາດວ່າ: ເພື່ອຮັບປະກັນໃຫ້ການກະກຽມເປີດສົກຮຽນໃໝ່ 2025-2026 ນີ້, ວປກ ໄດ້ປັບປຸງໂຄງການຫຼັກສູດການຮຽນ-ການສອນໃຫ້ຮັບການຈັດຕັ້ງປະະຕິບັດ ແລະ ມີປະສິດທິພາບສູງກວ່າເກົ່າ, ພ້ອມນັ້ນ, ຄະນະພັກ-ຄະນະອຳນວຍການໄດ້ສຸມໃສ່ຊີ້ນໍາບາງວຽກຕົ້ນຕໍສຳຄັນຄື: ໂດຍອີງຕາມກົດໝາຍການສຶກສາແຫ່ງຊາດ ສະບັບປັບປຸງເລກທີ 62/ສພຊ, ລົງວັນທີ 19/7/2016, ອີງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດຄັ້ງວັນທີ 7-8/7/2025 ວ່າດ້ວຍວຽກງານວິທະຍາຄານ-ໂຮງຮຽນທົ່ວກອງທັບ ນັບແຕ່ປີ 2025-2030, ອີງຕາມແຜນການອົບ ຮົມ-ກໍ່ສ້າງ ວປກ ປະຈໍາປີ 2025-2026 ໃຫ້ມີຄຸນນະພາບສູງກວ່າເກົ່າ ຄະນະພັກ-ຄະນະອຳນວຍການ ວປກ ຈຶ່ງໄດ້ຈັດຕັ້ງຄົ້ນຄວ້າປັບປຸງນິຕິກຳໂຄງການຫຼັກສູດການຮຽນ-ການສອນຈໍານວນໜຶ່ງ ເພື່ອໃຫ້ແທດເໜາະກັບສະພາບເງື່ອນ ໄຂຕົວຈິງຂອງຍຸກສະໄໝໃນປັດຈຸບັນ ເປັນຕົ້ນ: ຫຼັກສູກການຮຽນ-ການສອນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ການນໍາພັກ-ລັດ (ພະນັກງານນໍາພາ-ຄຸ້ມຄອງ) ຈາກ 45 ວັນມາເປັນ 65 ວັນ, ຫຼັກສູດຍຸດທະບັ້ນຮົບ-ຍຸດທະສາດລະບົບ 1 ປີ, ປັບປຸງເນື້ອໃນການສິດສອນຈໍນວນໜຶ່ງໃຫ້ຖືກຕ້ອງກັບເປົ້າໝາຍ, ຫຼັກສູດປະລິນຍາໂທ-ປະລິນຍາຕີ ແລະ ບັນດາເປົ້າໝາຍຮຽນພື້ນຖານແມ່ນຍັງຮັກສາໄວ້ຄືເກົ່າ ມີແຕ່ປັບປຸງທາງດ້ານເນື້ອໃນຂອງຫຼັກສູດການສິດສອນ ຈໍານວນໜຶ່ງເພື່ອໃຫ້ແທດເໝາະກັບຕົວຈິງ. ພ້ອມນັ້ນ, ໄດ້ປະສົມປະສານກັບການຮຽນແບບຕັ້ງໜ້າທັນສະໄໝກັບເຕັກໂນໂລຊີ, ບັນດາຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ, ເວັບໄຊທີ່ຕິດຕັ້ງຢູ່ບັນດາຫ້ອງຮຽນຈໍານວນໜຶ່ງຂອງວິທະຍາ ຄານ.

ສກຮຽນ 2025-2026 ນ ວປກ ໄດປບປງຫກສດການຮຽນ-ການສອນໃຫມຄນນະພາບກວາເກາ - image 2
 

ສໍາລັບບຸກຄະລາກອນທີ່ຈະເຂົ້າມາສຶກສາໃນສົກຮຽນ 2025-2026 ນີ້ມີຈໍານວນພົນທັງໝົດ 310 ສະຫາຍ, ມີ 110 ຫ້ອງ, ໂດຍຜ່ານການຄັດເລືອກຈາກບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ, ຜ່ານອະນຸກຳມະການຄົ້ນຄວ້າຂັ້ນກະ ຊວງເຫັນວ່າຖືກຕ້ອງຕາມເງື່ອນໄຂມາດຖານຂອງວິທະຍາຄານໃນກອງທັບ. ສໍາລັບຖັນແຖວພະນັກງານ-ຄູ-ອາຈານຢູ່ແຕ່ລະຄະນະວິຊາຄູຄື: ຄະນະວິຊາຄູການທະຫານ, ຄູການເມືອງ, ຄູເຫຼົ່າຮົບ, ຄູ-ອາຈານສ່ວນຫຼາຍແມ່ນໄດ້ສຶກສາຮໍ່າຮຽນຢູ່ທັງພາຍໃນ ແລະ ຕ່າງປະເທດ, ມີຄູ-ອາຈານລະດັບການສຶກສາປະລິນຍາເອກກວມເອົາ 20%, ປະລິນຍາໂທກວມເອົາ 40%, ນອກນັ້ນແມ່ນຈົບປະລິນຍາຕີ. ໃນໄລຍະຜ່ານມາ, ວປກ ໄດ້ຈັດຕັ້ງຝຶກອົບຮົມບໍາລຸງຄູໄລຍະສັ້ນ 45 ວັນໃຫ້ຄູໃໝ່ໃນແຕ່ລະປີ ແລະ ໄດ້ຈັດຕັ້ງເອົາຄູລົງຝຶກຫັດຕົວຈິງຢູ່ກົມກອງທ້ອງຖິ່ນໄລຍະ 3 ເດືອນ ນັບແຕ່ເດືອນ 6-8/2025 ເປັນຄັ້ງທໍາອິດ. ນອກນີ້, ວິທະຍາຄານຍັງຈະສືບຕໍ່ນໍາເອົາຄູ-ອາຈານລົງຝຶກຫັດຕົວຈິງຢູ່ກຳລັງຫຼວງ-ກຳລັງທ້ອງຖິ່ນໃຫ້ມີຄວາມຮູ້-ຄວາມສາມາດ, ມີປະສົບການຕົວຈິງເພື່ອມາສິດສິດສອນຢູ່ວິທະຍາຄານໃຫ້ມີຄຸນນະພາບສູງກວ່າເກົ່າ, ໄດ້ຈັດຕັ້ງກວດກາສອບເສັງຄູສອນດີ-ສອນເກັງປະຈໍາປີ 2025 ຈໍານວນ 12 ສະຫາຍ ມາຈາກແຕ່ລະຄະນະວິຊາຄູ ແລະ ຄູ-ອາຈານໄດ້ໄປບໍາລຸງ, ທັດສະນະສຶກສາຢູ່ສສ ຫວຽດນາມ, ສປ ຈີນ, ໄດ້ຈັດຕັ້ງຄົ້ນຄວ້າສໍາມະນາວິທະຍາສາດບັນດາຫົວຂໍ້ນິຕິກຳຕ່າງໆ ຂອງແຕ່ລະຄະນະວິຊາຄູ ແລະ ເຂົ້າຮ່ວມກັບ 5 ວິທະຍາຄານເພື່ອເປັນການຄົ້ນຄວ້າປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບແຕ່ລະເປົ້າໝາຍ. ນອກນັ້ນ, ຍັງມີຄູຊຽວຊານຫວຽດນາມ, ຈີນ ແລະ ຣັດເຊຍທີ່ມາສິດສອນຢູ່ ວປກ ຕື່ມອີກ.

ສກຮຽນ 2025-2026 ນ ວປກ ໄດປບປງຫກສດການຮຽນ-ການສອນໃຫມຄນນະພາບກວາເກາ - image 3
 

ສະຫາຍ ພົນຕີ ພັນແສງ ບຸນພັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ວປກ ໄດ້ກະກຽມຄວາມພ້ອມຮອບດ້ານໄຂສົກຮຽນ 2025-2026 ນີ້ 100% ເພື່ອບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້, ຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ຄູ-ອາຈານນັກສຶກສາທຸກສະຫາຍ ຕ້ອງເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືຂອງວິທະຍາຄານໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການສຶກສາຮໍ່າຮຽນເພື່ອເຮັດໃຫ້ການຮຽນ-ການສອນສົກຮຽນໃໝ່ນີ້ບັນລຸໄດ້ຈຸດປະສົງຄາດໝາຍທີ່ວາງໄວ້.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ