![]() |
ເຂົ້າຮ່ວມພິທີສະເຫຼີມສະຫຼອງມີບັນດາສະຫາຍການນໍາພັກ-ລັດ ຂອງ ຫວຽດນາມ ນໍາໂດຍ ສະຫາຍ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ; ສະຫາຍ ນົ່ງ ດຶກ ແມັງ ອະດີດເລຂາທິການໃຫຍ່, ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ; ພ້ອມນີ້, ກໍມີບັນດາສະຫາຍນັກປະຕິວັດຜູ້ອາວຸໂສ, ແມ່ວິລະຊົນຫວຽດນາມ, ວິລະຊົນຂອງກຳລັງປະກອບອາວຸດປະຊາຊົນ, ຜູ້ແທນນັກຮົບ, ນັກຮົບເກົ່າ, .... ນອກນີ້ ກໍມີຄະນະຜູ້ແທນສາກົນ ຊຶ່ງໃນນີ້ ກໍມີຄະນະຜູ້ຂັ້ນສູງຂອງພັກ, ລັດ ຂອງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ; ມີບັນດາຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ, ກູບາ, ຈີນ, ເບລາລຸດ, ຣັດເຊຍ ແລະ ເພື່ອນມິດຕ່າງປະເທດຈໍານວນຫຼາຍ.
![]() |
ໃນເວລາ 6:30 ໂມງ, ໄດ້ມີພິທີແຫ່ທວນໄຟມູນເຊື້ອ ແລະ ຈຸດທວນໄຟເລີ່ມຕົ້ນ, ເປີດພິທີສະເຫຼີມສະຫຼອງ; ແປວໄຟຂອງທວນໄຟໄດ້ຖືກຈູດຂຶ້ນໂດຍວິລະຊົນກຳລັງປະກອບອາວຸດປະຊາຊົນ ສະຫາຍພົນໂທ ຫງວຽນດຶກຊວດອະດີດຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ທີ່ມີຜົນງານດີເດັ່ນເປັນພິເສດໃນການຍິງຍົນຂອງສັດຕູຕົກ 6 ລໍາ, ກາຍເປັນໜຶ່ງໃນນັກບິນວິລະຊົນຂອງທະຫານປະຊາຊົນຫວຽດນາມ. ຈາກນັ້ນ, ກໍມີພິທີເຄົາລົບທຸງຊາດ ແລະ ສະເໜີບັນດາສະຫາຍຜູ້ເຂົ້າຮ່ວມ.
![]() |
ສະຫາຍ ໂຕເລິມ ໄດ້ກ່າວປາໄສວ່າ: ໃນນາທີທີ່ສັກສິດນີ້, ພວກເຮົາໄດ້ລະນຶກເຖິງບັນພະບູລຸດ, ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງເຖິງປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ຈາລຶກບຸນຄຸນບັນດານັກປະຕິວັດຮຸ່ນກ່ອນ, ພີ່ນ້ອງຮ່ວມຊາດເປັນລ້ານໆຄົນ, ນັກຮົບທີ່ໄດ້ເສຍສະຫຼະ, ອຸທິດຕົນໃຫ້ແກ່ຄວາມເປັນເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຜ່ານຍ່ານທາງ 80 ປີທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກແຕ່ສະຫງ່າອົງອາດ, ພວກເຮົາໄດ້ຢັ້ງຢືນສັດຈະທໍາວ່າ: ພາຍໃຕ້ຄັນທຸງທີ່ມີກຽດສະຫງ່າຂອງພັກ, ກັບແສງສະຫວ່າງຂອງປະທານ ໂຮ່ຈິມິນ ທີ່ຊີ້ນໍາທາງ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ກ້ອນກຳລັງມະຫາສາມັກຄີຂອງຊົນຊາດ, ບໍ່ມີຄວາມຫຍຸ້ງຍາກໃດບໍ່ມີສິ່ງທ້າທາຍໃດທີ່ປະຊາຊົນເຮົາບໍ່ສາມາດຂ້າມຜ່ານໄດ້; ບໍ່ມີເປົ້າໝາຍຈົບງາມລໍ້າເລີດໃດທີ່ຊົນຊາດເຮົາຜ່ານບໍ່ໄດ້; ເພາະສະນັ້ນ, ບໍ່ມີແຮງຕ້ານໃດ, ບໍ່ມີເຫດຜົນຫຍັງທີ່ສາມາດຢຸດພວກເຮົາບໍ່ໃຫ້ກ້າວຂຶ້ນເຖິງສັນຕິພາບ, ຄວາມຈະເລີນຮັ່ງມີ, ຊົນຊາດເຮົາມີຄວາມຍືນຍົງ ແລະ ມີການພັດທະນາ. ເບິ່ງໄປເຖິງອະນາຄົດ, ພັກເຮົາຕັ້ງເປົ້າໝາຍຮອດປີ 2045, ຄົບຮອບ 100 ປີຂອງການສ້າງຕັ້ງປະເທດວ່າ: ຫວຽດນາມຈະເປັນປະເທດທີ່ເຂັ້ມແຂງ, ຈະເລີນຮັ່ງມີ, ຜາສຸກ. ນັ້ນແມ່ນຄວາມປາຖະນາຂອງທັງໝົດປະຊາຊົນບັນດາເຜົ່າ, ເປັນຄໍາສາບານແຫ່ງກຽດສັກສີຕໍ່ໜ້າປະຫວັດສາດ, ຕໍ່ໜ້າປະຊາຊົນ.
![]() |
ພາຍຫຼັງການກ່າວຄໍາປາໄສສິ້ນສຸດ, ໃນເວລາ 7:05 ໂມງ ກໍໄດ້ເລີ່ມຕົ້ນການສວນສະໜາມ, ແຫ່ຂະບວນ ຊຶ່ງໄດ້ສະແດງເຖິງສັກກະຍະພາບ, ຄວາມເຂັ້ມແຂງ, ຈະເລີນຮັ່ງມີ ແລະ ຄວາມຜາສຸກຂອງປວງຊົນທັງຊາດຫວຽດນາມ.
(ຂ່າວ: ສຸກສະຫວັນ)
ຄໍາເຫັນ