ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ

ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ

ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ
ໃນໂອກາດເດີນທາງໄປເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ໄດ້ຢ້ຽມຢາມ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ແຕ່ວັນທີ 4-6 ກັນຍາ 2025, ໂດຍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫວັງ ໜິງ ກໍາມະການສູນກາງພັກກອມມູນິດຈີນ ເລຂາພັກແຂວງຢຸນນານ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ໃນວັນທີ 4 ກັນຍາ ຜ່ານມານີ້.
ເລຂາທການໃຫຍປະທານປະເທດ ແຫງ ສປປ ລາວ ຕອນຮບການເຂາຢຽມຂານບຂອງ ເລຂາພກແຂວງຢນນານ - image 1
 

 

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍເລຂາພັກແຂວງຢຸນນານ ກໍຄື ອໍານາດການປົກຄອງ ແລະ ປະຊາຊົນ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ; ຕີລາຄາສູງ ຕໍ່ຜົນສໍາເລັດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຢຸນນານ ຊຶ່ງອັນພົ້ນເດັ່ນແມ່ນ ການລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຊົນນະບົດ; ຕີລາຄາສູງການຮ່ວມມື ລະຫວ່າງ ແຂວງຢຸນນານ ກັບ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນຂອງວິສາຫະກິດແຂວງຢຸນນານ ຢູ່ ສປປ ລາວ.

ເລຂາທການໃຫຍປະທານປະເທດ ແຫງ ສປປ ລາວ ຕອນຮບການເຂາຢຽມຂານບຂອງ ເລຂາພກແຂວງຢນນານ - image 2
 

ສະຫາຍ ຫວັງ ໜິງ ໄດ້ແຈ້ງສະພາບພົ້ນເດັ່ນຂອງແຂວງຢຸນນານ ແລະ ກິ່ງແຂວງສິບສອງພັນນາ ໃຫ້ຝ່າຍລາວຊາບ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການເຂົ້າຮ່ວມ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ແລະ ພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ຂອງຝ່າຍລາວ; ຕີລາຄາສູງ ຕໍ່ຜົນການພົບປະ ລະຫວ່າງ 2 ເລຂາທິການໃຫຍ່, ປະທານປະເທດ ຈີນ-ລາວ ທີ່ຖືເປັນບ່ອນອີງສໍາຄັນ ຂອງການພົວພັນຮ່ວມມື ຈີນ-ລາວ ໃນຕໍ່ໜ້າ ແລະ ແຂວງຢຸນນານ ຍິນດີຈັດຕັ້ງປະຕິບັດທິດຊີ້ນໍາທີ່ເປັນເອກະພາບກັນ ຂອງການນໍາສູງສຸດ ສອງພັກ, ສອງລັດ ຈີນ-ລາວ ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ກ້າວເຂົ້າສູ່ລະດັບສູງອັນໃໝ່.

ເລຂາທການໃຫຍປະທານປະເທດ ແຫງ ສປປ ລາວ ຕອນຮບການເຂາຢຽມຂານບຂອງ ເລຂາພກແຂວງຢນນານ - image 3
 

ໃນໄລຍະຢ້ຽມຢາມ ກິ່ງແຂວງສິບສອງພັນນາ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢ້ຽມຢາມ-ຖອດຖອນບົດຮຽນ ໃນການພັດທະນາຊົນນະບົດ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ພື້ນຖານທາງດ້ານເສດຖະກິດ-ການຄ້າ ຈໍານວນໜຶ່ງ ຢູ່ນະຄອນຊຽງຮຸ່ງ ແລະ ເຂດບໍ່ຫານ ຊາຍແດນ ຈີນ-ລາວ ກ່ອນຈະເດີນທາງກັບຄືນ ສປປ ລາວ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ  ສະຖາປະນິກ ແລະ ວິສະວະກອນໂຍທາລາວ

ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ

​ ໃນຕອນແລງວັນທີ 21 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ ALACE EXPO ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ປະຈໍາປີ 2025, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວົງໄພ ບຸນມະນີ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ, ບັນດາຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.
ເປີດກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ເປີດກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 ຕຸລາ 2025 ທີ່ສໍານັກງານສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກຳມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການຈຳນວນໜຶ່ງ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນ ແລະ ປິດລົງ ໃນວັນທີ 16 ຕຸລານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ), ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະຜູ້ແທນ ສນຫລ, ນາຍ ແລະ ພົນທະຫານອາວຸໂສບໍານານ, ອົງການຈັດຕັ້ງພັກ-ລັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 14 ຕຸລານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍານັບ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 14-15 ຕຸລານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 1 ວັນເຄິ່ງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:
ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ໃນວັນທີ 8 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ເປັນມື້ທີ 2, ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ ວັງພະອາທິດ ກຶມສຸສານ, ເພື່ອໄຫວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ປະທານ ກິມ ອິນ ຊຸງ ແລະ ສະຫາຍ ປະທານ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫຼີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ໃນປັດຈຸບັນ.
ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ເພີ່ມເຕີມ