ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10
ໃນວັນທີ 3-6 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄໍາຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (The Far Eastern: Cooperation for Peace and Prosperity), ທີ່ ເມືອງວະລາດີວັດສະຕົກ ສ ຣັດເຊຍ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສົ່ງເສີມການຮ່ວມມື, ການຄ້າ ແລະ ການລົງທຶນ ລະຫວ່າງ ສ ​ຣັດເຊຍ ແລະ ພາກພື້ນ ກໍຄືໃນໂລກ ໂດຍສະເພາະ ເພື່ອການສົ່ງເສີມການຮ່ວມມືດ້ານເສດຖະກິດໃນພາກຕາເວັນອອກໄກຂອງ ສ ຣັດເຊຍ ແລະ ເປີດກວ້າງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບປະເທດໃນພາກພື້ນອາຊີຕາເວັນອອກ ແລະ ອາຊີ-ປາຊີຟິກ.

 

ນາຍກລດຖະມນຕ ເຂາຮວມກອງປະຊມເວທປກສາຫາລເສດຖະກດຕາເວນອອກ ຄງທ 10 - image 1
 

ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມໃນນາມເປັນແຂກກິດຕິມະສັກຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ສ ຣັດເຊຍ ແລະ ໄດ້ຂຶ້ນກ່າວປາໄສ ພ້ອມທັງ ຕອບຄໍາຖາມໃນກອງປະຊຸມພາກຄົບຄະນະຮ່ວມກັບ ປະທານາທິບໍດີ ວາລາດີເມຍ ປູຕິນ ແລະ ແຂກການນຳຂັ້ນສູງຈາກມົງໂກລີ ແລະ ສປ ຈີນ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ລະບົບໂຄງສ້າງເສດຖະກິດຂອງໂລກ ຊຶ່ງໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຍົກສູງການຮ່ວມມື ແລະ ແກ້ໄຂບັນຫາຮ່ວມກັນ ຜ່ານກົນໄກການປຶກສາຫາລື ແລະ ກົນໄກຫຼາຍຝ່າຍ ບົນພື້ນຖານການເຄົາລົບ ຊຶ່ງກັນ ແລະ ກັນ, ແລະ ສອດຄ່ອງກັບກົດໝາຍສາກົນ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງ ສ ຣັດເຊຍ ໃນເວທີສາກົນ ແລະ ຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ກ້າວໄປສູ່ການສ້າງຄວາມສົມບູນພູນສຸກຂອງພາກພື້ນໃນຕໍ່ໜ້າ. ນອກຈາກນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນການທູດ ລາວ-ຣັດຊຍ ໃນປີ 2025 ນີ້. ຄຽງຄູ່ກັນນັ້ນ, ໄດ້ຍົກໃຫ້ເຫັນການປະຕິບັດນະໂຍບາຍການເຊື່ອມຈອດພາກພື້ນຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນ ທີ່ມີຄວາມຄືບໜ້າເປັນກ້າວໆມາ.

ນາຍກລດຖະມນຕ ເຂາຮວມກອງປະຊມເວທປກສາຫາລເສດຖະກດຕາເວນອອກ ຄງທ 10 - image 2
 

ເວທີປຶກສາຫາລືເສດຖະກິດຕາເວັນອອກ ແມ່ນລິເລີ່ມໂດຍ ສ ຣັດເຊຍ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015 ເປັນຕົ້ນມາ ແລະ ໄດ້ຈັດຂຶ້ນທຸກໆປີ ຢູ່ເມືອງວະລາດີວັດສະຕົກ ຊຶ່ງຖືວ່າເປັນເວທີທີ່ສໍາຄັນ ແລະ ເປັນກົນໄກໜຶ່ງທີ່ມີປະສິດທິຜົນສູງ ໃນການສົ່ງເສີມວຽກງານການຮ່ວມມືດ້ານເສດຖະກິດຂອງພາກພື້ນກໍຄືຂອງໂລກ ໂດຍສະເພາະແມ່ນການສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການປະກອບສ່ວນຊຸກຍູ້ດ້ານການພັດທະນາໃນຂົງເຂດຕ່າງໆ. ເວທີການປຶກສາຫາລືດັ່ງກ່າວ ແມ່ນໄດ້ເປີດໂອກາດໃຫ້ແກ່ຜູ້ວາງນະໂຍບາຍທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມເປັນຈໍານວນຫຼວງາຍໃນແຕ່ລະປີ ເພື່ອແລກປ່ຽນວິໄສທັດດ້ານການພັດທະນາ ແລະ ປຶກສາຫາລື ກ່ຽວກັບ ບັນຫາຕ່າງໆ ທີ່ເປັນສິ່ງທ້າທາຍດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມເສດຖະກິດຕາເວັນອອກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ; ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເວທີປຶກສາຫາລືພາກທຸລະກິດ ສປປ ລາວ - ສ ຣັດເຊຍ ເພື່ອສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ ໃຫ້ນັບມື້ຂະຫຍາຍຕົວຫຼາຍຂຶ້ນ; ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນຂອງຣັດເຊຍ ເພື່ອໂຄສະນານະໂຍບາຍ ສົ່ງເສີມການພົວພັນຮ່ວມມືຂອງ ສປປ ລາວ ກັບປະເທດຕ່າງໆ ໂດຍສະເພາະແມ່ນນະໂຍບາຍສົ່ງເສີມການຄ້າ ແລະ ການລົງທຶນຂອງ ສປປ ລາວ; ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໄອວານ ໂປລຢາຄົບ (Ivan Polyakov) ປະທານສະພາທຸລະກິດຣັດເຊຍ - ອາຊຽນ ແລະ ນັກສຶກສາລາວ ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຂອງເມືອງດັ່ງກ່າວ.

ນາຍກລດຖະມນຕ ເຂາຮວມກອງປະຊມເວທປກສາຫາລເສດຖະກດຕາເວນອອກ ຄງທ 10 - image 3
 

ການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 ນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ທັງເປັນການປະກອບສ່ວນຢ່າງຫ້າວຫັນ ໃນການສົ່ງເສີມການພົວພັນຮ່ວມມືອັນດີໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ