ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ
ໃນຕອນທ່ຽງຂອງວັນທີ 2 ກັນຍານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນ ຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ
ສະຫາຍເລຂາທການໃຫຍ ສປປ ລາວ ພບປະກບການນຳຂນສງ ສສ ຫວຽດນາມ - image 1
 

 

ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການ ຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຊຶ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດຖານສະຫາຍ ອ້າຍນ້ອງ ທີ່ສະຫາຍ ໂຕເລີມ, ສະຫາຍ ເຈິ່ນແທັງເໝີ້ນ ແລະ ບັນດາສະຫາຍການນໍາຫວຽດນາມ ກໍຄື ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍທີ່ມີຕໍ່ຄະນະ; ສະແດງຄວາມຊົມເຊີຍ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ແລະ ໄດ້ເນັ້ນວ່າ ໄຊຊະນະການປະຕິວັດເດືອນສິງຫາ ແລະ ກ້າວໄປເຖິງ ການສະຖາປະນາລັດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ກໍຄື ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນປັດຈຸບັນ ໃນວັນທີ 2 ກັນຍາ 1945, ເປັນໄຊຊະນະທີ່ຍິ່ງໃຫຍ່ສະຫວ່າງສະໄຫວ, ມີຄວາມໝາຍປະຫວັດສາດ ໂດຍພາຍໃຕ້ການນໍາພາອັນ ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍ ນ້ອງຜູ້ພິລະອາດຫານ ໄດ້ດໍາເນີນພາລະກິດປະຕິວັດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຕ່າງຊາດຢ່າງດຸເດືອດ, ຂ້ຽວຂາດ ເປັນເວລາຍາວນານຫຼາຍທົດສະວັດ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ກ້າແກ່ນ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ເພື່ອຍາດເອົາເອກະລາດມາສູ່ປະຊາຊົນຄັ້ງທໍາອິດ ໃນປີ 1945 ແລະ ສືບຕໍ່ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ໂດຍສົມທົບລະຫວ່າງ ກໍາລັງແຮງແຫ່ງຄວາມສາມັກຄີອັນເປັນປຶກແຜ່ນຂອງປະ ຊາຊົນຫວຽດນາມ, ກໍາລັງແຮງຂອງຍຸກສະໄໝ, ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ ແລະ ດ້ວຍ ຄວາມປາຖະໜາອັນສູງສົ່ງ ດັ່ງປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ໄດ້ກ່າວໄວ້ວ່າ “ບໍ່ມີສິ່ງໃດປະເສີດ ຍິ່ງກວ່າເອກະລາດ, ເສລີພາບ”. ໄຊຊະນະລະດູບານໃໝ່ປີ 1975 ຂອງປະຊາຊົນຫວຽດນາມອ້າຍນ້ອງ ຍັງແມ່ນໝາກຜົນຂອງຄວາມ ສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍເປັນກໍາລັງແຮງອັນມະຫາສານຊຸກ ຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກໍຄື ເປັນກໍາລັງແຮງສະໜັບສະໜູນຢ່າງແຮງກ້າໃຫ້ແກ່ບັນດາຂະບວນການ ຕໍ່ສູ້ທີ່ຮັກຫອມສັນຕິພາບໃນໂລກ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີຄາສູງຕໍ່ບັນດາຜົນສໍາເລັດສໍາຄັນຮອບ ດ້ານຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ, ເປັນຕົ້ນ ຜົນສຳເລັດໃນການປາບປາມການສໍ້ລາດບັງຫຼວງ ຢ່າງເດັດດ່ຽວ ເພື່ອກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການຕັດສິນໃຈອັນເດັດດ່ຽວໃນການປັບປຸງກົງຈັກການ ຈັດຕັ້ງພັກ, ລັດ, ການປົກຄອງທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິຜົນ, ເສດຖະກິດມີການຂະຫຍາຍຕົວໄວຢູ່ ໃນອັນດັບຕົ້ນໆຢູ່ໃນຂົງເຂດອາຊີ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການ ເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ບົດບາດອິດທິພົນຂອງພັັກ, ລັດ ສສ ຫວຽດນາມ ພົ້ນເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ສ ເກົາຫຼີ ຂອງ ສະຫາຍ ໂຕເລີມ ໃນບໍ່ດົນຜ່ານມາ, ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມທາງການ ສປປ ລາວ ຂອງ ສະຫາຍ ນາງ ຫວໍ ຖິ ແອງ ຊວັນ ຮອງປະທານປະເທດ ໃນບໍ່ດົນຜ່ານມາ ຊຶ່ງໄດ້ນຳເອົາໄມຕີຈິດມິດຕະພາບ ອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ມາສູ່ ພັກ, ລັດ ແລະ ປະຊາຊົນລາວ, ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນັ້ນ, ສະຫາຍ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ. ພິເສດແມ່ນ ພັກ, ລັດຖະບານ ຫວຽດນາມ ໄດ້ອະນຸຍາດ ແລະ ສ້າງເງື່ອນໄຂສະດວກໃຫ້ ສປປ ລາວ ນໍາໃຊ້ທ່າເຮືອ ຢູ່ ສສ ຫວຽດນາມ; ພ້ອມນັ້ນ ລັດຖະບານຫວຽດນາມ ຍັງໄດ້ໃຫ້ການສະໜັບສະໜູນ ໃນການຮັບຮອງເອົາ ອຸທິຍານຫີນໜາມໜໍ່ ຂອງລາວ ເປັນມໍຣະດົກໂລກ ແບບຮ່ວມ ຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງຫວຽດນາມ ແລະ ໃນບໍ່ດົນຜ່ານມາ ກໍໄດ້ປະກາດຮັບຮອງ ເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ຄວາມມີສີສັນຫຼາກຫຼາຍຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນການພົບປະ, ສອງຝ່າຍ ຍັງໄດ້ແລກປ່ຽນບັນຫາພາກພື້ນ ແລະ ສາກົນ, ແຈ້ງໃຫ້ກັນຊາບສະພາບພົ້ນເດັ່ນ ຂອງແຕ່ລະພັກ, ແຕ່ລະປະເທດ ໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ, ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງພັກ, ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າ ເກົ່າ, ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດ ສະໜິດສະໜົມ ສ້າງໄດ້ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດ ຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ໄດ້ເປັນຢ່າງດີ.

ຂ່າວ-ພາບ: ຄຕພ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ