ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ, ໃນວັນທີ 3 ກັນຍາ ນີ້ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ທີ່ ສະໜາມຫຼວງທຽນອັນເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ.
ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລະນກວນໄຊຊະນະສງຄາມຕານຟາຊດ ຄບຮອບ 80 ປ - image 1
 

 

ສປ ຈີນ ໄດ້ຈັດພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ຂຶ້ນຢ່າງຍິ່ງໃຫຍ່ ໂດຍມີຈຸດປະສົງເພື່ອຫວນຄືນມູນເຊື້ອອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຈີນ ຮ່ວມກັບບັນດາປະເທດຕ່າງໆໃນໂລກ ໃນການຕໍ່ສູ້ເພື່ອຕ້ານການຮຸກຮານຂອງຕ່າງປະເທດ ໃນສະໄໝສົງຄາມໂລກ ຄັ້ງທີ 2 ຈົນສາມາດຍາດໄດ້ໄຊຊະນະ, ເສລີພາບ, ເອກະລາດ ແລະ ນຳເອົາຄວາມຜາສຸກມາສູ່ປະເທດຊາດ ກໍຄືປະຊາຊົນຈີນ ແລະ ບັນດາປະເທດຕ່າງໆໃນໂລກ. ໃນພິທີຄັ້ງນີ້ ໄດ້ມີປະມຸກລັດ ແລະ ຜູ້ແທນຂັ້ນສູງຈາກປະເທດຕ່າງໆຫຼາຍກວ່າ 26 ປະເທດ ເຂົ້າຮ່ວມ ເຊັ່ນ: ຣັດເຊຍ, ກູບາ, ສປປ ເກົາຫຼີ, ມົງໂກລີ, ເນປານ, ບັນດາປະເທດໃນຂົງເຂດຕາເວັນອອກກາງ ແລະ ອາຟຣິກາ, ບັນດາປະເທດສະມາຊິກອາຊຽນ ເຊັ່ນ: ສປປ ລາວ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ກໍາປູເຈຍ, ສິງກະໂປ, ບຣູໄນ ດາລູຊາລາມ ແລະ ຕີມໍແລັດສະເຕ, ລວມທັງຜູ້ຕາງໜ້າຈາກບັນດາພັກການເມືອງຂອງຕ່າງປະເທດ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ມວນຊົນຈີນ ເຂົ້າຮ່ວມຫຼາຍກວ່າ 50,000 ຄົນ, ພ້ອມທັງໄດ້ຈັດການເດີນສວນສະໜາມຢ່າງຍິ່ງໃຫຍ່ຂອງກອງກໍາລັງເລົ່າຮົບຕ່າງໆ ລວມທັງໝົດ 45 ກ້ອນກໍາລັງ. ພ້ອມນັ້ນ, ພະນະທ່ານ ສີ ຈິ້ນຜິງ ພ້ອມດ້ວຍພັນລະຍາ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງໃຫ້ແກ່ຄະນະຜູ້ແທນ ແລະ ການນໍາຂັ້ນສູງຂອງຕ່າງປະເທດທີ່ເຂົ້າຮ່ວມໃນງານຄັ້ງນີ້ຢ່າງສົມກຽດ.

ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລະນກວນໄຊຊະນະສງຄາມຕານຟາຊດ ຄບຮອບ 80 ປ - image 2
 

ໄຊຊະນະສົງຄາມຕ້ານຟາດຊິດ ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຕໍ່ປະຊາຊົນໃນທົ່ວໂລກທີ່ຮັກຫອມສັນຕິພາບ ແລະ ມີຄວາມປາຖະໜາໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ນຳເອົາຄວາມຜາສຸກມາສູ່ປະຊາຊົນ. ໄຊຊະນະດັ່ງກ່າວ ເປັນສັນຍາລັກແຫ່ງສັນຕິພາບ, ອິດສະລະພາບ ແລະ ເປັນການເຕືອນໃຫ້ມວນມະນຸດຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຈາກສົງຄາມ. ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກສົງຄາມໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມພິທີດັ່ງກ່າວ ກໍເປັນການສືບຕໍ່ປະຕິບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍ ໃນການຮ່ວມມືກັບປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ ແນໃສ່ປະກອບສ່ວນສ້າງໃຫ້ພາກພື້ນ ແລະ ສາກົນໃຫ້ມີສັນຕິພາບ ແລະ ຄວາມສະຫງົບສຸກ ແລະ ເຫັນໄດ້ເຖິງຄວາມໂຫດຮ້າຍຂອງສົງຄາມ. ນອກຈາກນີ້, ຍັງເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວໃຫ້ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂື້ນ.

ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລະນກວນໄຊຊະນະສງຄາມຕານຟາຊດ ຄບຮອບ 80 ປ - image 3
 

ໃນໂອກາດເຂົ້າຮ່ວມງານຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະຕາມປະເພນີກັບ ພະນະທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ອີກດ້ວຍ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ລົງເລິກກ່ຽວກັບການຮ່ວມມືສອງຝ່າຍ ລາວ ແລະ ຫວຽດນາມ ກໍຄືເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນເເຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລະນກວນໄຊຊະນະສງຄາມຕານຟາຊດ ຄບຮອບ 80 ປ - image 4
 
ປະທານປະເທດ ແຫງ ສປປ ລາວ ເຂາຮວມພທລະນກວນໄຊຊະນະສງຄາມຕານຟາຊດ ຄບຮອບ 80 ປ - image 5
 

ຂ່າວ: ກຕທ

ຄໍາເຫັນ

ຂ່າວເດັ່ນ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ເພີ່ມເຕີມ