ທະນາຄານພັດທະນາອາຊີ ຫຼື ADB ໄດ້ເຜີຍແຜ່ບົດລາຍງານ

ອັດຕາໄພເງິນເຟີ້ຂອງກຸ່ມເສດຖະກິດພວມພັດທະນາໃນອາຊີຫຼຸດລົງ

ອັດຕາໄພເງິນເຟີ້ຂອງກຸ່ມເສດຖະກິດພວມພັດທະນາໃນອາຊີຫຼຸດລົງ
ຂ່າວສານຊີອາໄອລາຍງານໃນວັນທີ 25 ກັນຍານີ້ ວ່າ:ທະນາຄານພັດທະນາອາຊີ ຫຼື ADB ໄດ້ເຜີຍແຜ່ບົດລາຍງານພາຍໃຕ້ຫົວຂໍ້ “ຈ້ອງມອງເບິ່ງການພັດທະນາຂອງອາຊີໃນປີ 2024 (ສະບັບເດືອນກັນຍາ)” ໂດຍຄາດຄະເນວ່າ, ການເຕີບໂຕດ້ານເສດຖະກິດຂອງພາກພື້ນອາຊີ-ປາຊິຟິກໃນປີ 2024

ຈະຢູ່ໃນລະດັບ 5%, ຂະນະທີ່ປີ 2025 ຈະເຕີບໂຕ 4,9%. ໃນນັ້ນ ການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2024 ຄາດວ່າຈະຢູ່ໃນລະດັບ 4,8% ແລະ ປີ 2025 ຈະຢູ່ໃນລະດັບ 4,5%.
ບົດລາຍງານສະບັບດັ່ງກ່າວຍັງລະບຸວ່າ: ກຸ່ມເສດຖະກິດພວມພັດທະນາໃນອາຊີໄດ້ຮັກສາພະລັງແຮງແຫ່ງການເຕີບໂຕດ້ານເສດຖະກິດໃນ 6 ເດືອນຕົ້ນປີ 2024, ໄພເງິນເຟີ້ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ອັດຕາໄພເງິນເຟີ້ຕົ້ນຕໍໄດ້ຫຼຸດລົງຮອດລະດັບກ່ອນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ການສົ່ງອອກສິນຄ້າຂອງກຸ່ມເສດຖະກິດພວມພັດທະນາເຫຼົ່ານີ້ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ໃນນັ້ນ, ວິສາຫະກິດວິທະຍາສາດເຕັກໂນໂລຊີທີ່ມີລາຍຮັບສູງ ແລະ ປະເທດຈີນໄດ້ສະໜອງແຮງຂັບເຄື່ອນຕົ້ນຕໍ. ນອກນີ້, ຕະຫຼາດການເງິນມີຄວາມຕ້ານທານຕໍ່ຄວາມກົດດັນອ່າວແຂງແຮງ, ເງິນຕາຂອງປະເທດຕ່າງໆໄດ້ຮັກສາຄວາມໝັ້ນທ່ຽງໂດຍພື້ນຖານ.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ເພີ່ມເຕີມ